ເມື່ອວັນເສົາວານນີ້ ໄດ້ມີພວກປະທ້ວງຫລາຍພັນຄົນ ພາກັນໂຮມຊຸມນຸມ ຢູ່ຕາມຫລາຍໆຫົວເມືອງທົ່ວເກາະ ໃຕ້ຫວັນ ເພື່ອຮຽກຮ້ອງໃຫ້ລັດຖະບານ ລົບລ້າງແຜນ ການທີ່ຈະເລີ່ມນໍາໃຊ້ໂຮງໄຟຟ້ານີວເຄລຍແຫ່ງນຶ່ງ ທີ່ຫາ ກໍ່ສ້າງແລ້ວໃໝ່ໆ ແລະໃຫ້ປັບປ່ຽນໂຮງໄຟຟ້ານີວເຄລຍ ແຫ່ງນີ້ເປັນຫໍພິພິທະພັນ ເພື່ອເນັ້ນຍໍ້າເຖິງ ໄພອັນຕະ ລາຍຂອງພະລັງນີວເຄລຍນັ້ນ.
ພວກຈັດການການປະທ້ວງກ່າວວ່າ ໄພພິບັດດ້ານນີວເຄລຍ
ທີ່ຍັງກໍາລັງຄຸກຄາມຍີ່ປຸ່ນຢູ່ໃນຂະນະນີ້ ໄດ້ກໍ່ໃຫ້ເກີດຄວາມ
ສົງໃສຂຶ້ນມາໃໝ່ກ່ຽວກັບຄວາມປອດໄພຂອງໂຮງໄຟຟ້າ
ນີວເຄລຍຕ່າງໆຂອງໃຕ້ຫວັນນັ້ນ.
ລັດຖະບານໃຕ້ຫວັນໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະບໍ່ເປີດໃຊ້
ໂຮງໄຟຟ້ານີວເຄລຍແຫ່ງໃໝ່ນີ້ ເທື່ອ ຈົນກວ່າວ່າຈະມີການ
ເອົາມາດຕະຖານດ້ານຄວາມ ປອດໄພທຸກຢ່າງຕາມຂໍ້ກໍານົດ ທີ່ບົ່ງໄວ້ເສຍກ່ອນ.