ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນທົດລອງຍິງ ລູກສອນໄຟ


ໄຕ້ຫວັນທົດລອງລູກສອນໄຟ ຈາກຖານທັບອາກາດ Jiuping ວັນທີ 18 ມັງກອນ 2011.
ໄຕ້ຫວັນທົດລອງລູກສອນໄຟ ຈາກຖານທັບອາກາດ Jiuping ວັນທີ 18 ມັງກອນ 2011.

​ໄຕ້​ຫວັນ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຫລາຍ​ລູກ ​ໃນ​ຂະນະ​ທີ່ປະທານປະ​ເທດ​ຈີນ​ກໍາລັງ​ເດີນທາງ​ມຸ້ງ​ໜ້າ​ໄປ​ຢ້ຽມຢາມ​ສະຫະລັດ. ​ເຖິງ​ແມ່ນລັດຖະບານ ເກາະ​ໄຕ້​ຫວັນ​ໄດ້​ດໍາ​ເນີນ​ການ​ມາ​ຫລາຍ​ຢ່າງ ເພື່ອ​ປັບປຸງ​ສາຍ​ພົວພັນ​ຂອງ​ຕົນ ກັບ​ກຸງ​ປັກ​ກິ​ງ​ໃນ​ໄລຍະ 2 ປີຜ່ານມາ​ນີ້​ກໍ​ຕາມ ​ແຕ່ບາງ​ຄົນ​ກໍມອງ​ເບິ່ງ​ການ​ທົດ​ລອງ ທີ່​ວ່າ​ນີ້​ ວ່າເປັນ​ຖະ​ແຫລ​ງການ​ດ້ານ​ການ​ເມືອງ​ອັນ​ນຶ່ງ. ຜູ້​ສື່​ຂ່າວ​ວີ​ໂອ​ເອທີ່​ໄຕ້​ຫວັນ ມີ​ລາຍ​ງານ​ເລື້ອງ​ນີ້ ດັ່ງ​ສິງ​ຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ…

ໄດ້​ມີ​ການ​ຍິງ​ທົດ​ລອງລູກ​ສອນ​ໄຟ​ທັງ​ໝົດ 17 ລູກ​ທີ່​ຖານ
ທັບ​ອາກາດ​ແຫ່ງ​ນຶ່ງໃນ​ພາກ​ໃຕ້​ເກາະ​ໄຕ້​ຫວັນ​ໃນ​ຕອນ​
ເຊົ້າ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່ປະທານາທິບໍດີ
Ma Ying-jeou ພວມ​ເບິ່ງ​ຢູ່​ນັ້ນ. ຢ່າງ​ນ້ອຍ​ລູກ​ສອນ​
ໄຟ 5 ລູກ​ໄດ້ພາດ​ເປົ້າໝາຍ ຊຶ່ງ​ສ້າງ​ຄວາມ​ຜິດຫວັງ​ໃຫ້
ແກ່ປະທານາທິບໍດີ​ ​ແຕ່​ພວກເຈົ້າ​ໜ້າ​ທີ່​ດ້ານ​ປ້ອງກັນ​ປະ
ເທດ​ ​ກ່າວ​ວ່າ ອັນ​ນັ້ນ​ແມ່ນ​ຢູ່​ໃນ​ພາຍ​ໃນ​ການ​ຄາດໝາຍ​ຕາມ​ປົກກະຕິ.

ການ​ທົດ​ລອງ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ມື້​ທີ່​ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ​ ອອກເດີນທາງ​ໄປ​ຢ້ຽມຢາມ​ສະຫະລັດ​ຢ່າງ​ເປັນ​ທາງ​ການ ​ແລະ​ຫລັງ​ຈາກ​ຈີນໄດ້ທໍາ​ການທົດ​ລອງ​ບິນ​ເຮືອບິນ​ລົບ​ຊະນິດ​ໃໝ່​ຂອງ​ຕົນ​ໃນ​ສັບປະດາ​ຜ່ານ​ມາ​ ທີ່​ກ່າວ​ກັນ​ວ່າມີ​ເຄື່ອງ​ເທັກ​ໂນ​ໂລ​ຈີ​ແບບ​ທີ່ເຄື່ອງ Radar ຈັບ​ບໍ່​ໄດ້ນັ້ນ.

ນອກ​ນັ້ນ​ ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ລັດຖະບານ​ກຸງ​ໄຕ​ເປ ຍັງໄດ້ຂໍ​ຊື້​ເຮືອບິນ​ລົບໄອ​ພົ່ນ​ຮຸ່ນ F-16 ຊະນິດ​ໃໝ່​ຕື່ມ​ອີກ​ ຈາກ​ລັດຖະບານ​ວໍ​ຊິງ​ຕັນທ່ານ Hsu Yung-ming ນັກ​ລັດຖະສາດ​ທີ່​ມະຫາວິທະຍາ​ໄລ Soochowທີ່​ກຸງ​ໄຕ​ເປ ກ່າວ​ວ່າ:

ທ່ານ Hsu Yung-ming ກ່າວ​ວ່າ ​ໃນ​ຂະນະ​ທີ່​ໄຕ້​ຫວັນ​ກໍາລັງ​ກະກຽມ​ສໍາລັບການເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີໜ້າ​ນີ້ ​ໄຕ້​ຫວັນ​ຮູ້ສຶກ​ວ່າ​ຕົນ​ຕ້ອງ​ຂໍ​ຮ້ອງ​ໄປ​ຍັງສະຫະລັດ ເພື່ອ​ຂໍ​ຊື້​ເຮືອບິນ​ລົບ F-16 ​ນັ້ນ ໂດຍ​ສະ​ເພາະ​ຫລັງ​ຈາກ​ຈີນ​ໄດ້ທໍາການ​ທົດ​ສອບ​ເຮືອບິນ​ຊະນິດ​ໃໝ່​ຂອງ​ຕົນ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າຈີນ​ອາດ​ມີຄວາມ​ໄດ້​ປຽບ ໄຕ້​ຫວັນ​ໃນ​ທາງ​ອາກາດນັ້ນ. ທ່ານ​ກ່າວ​ຕື່ມ​ວ່າ ການ​ຕັດສິນໃຈ​ທີ່​ສໍາຄັນກ່ຽວ​ກັບ​ເວລາໃນການ​ທົດ​ສອບ​ລູກ​ສອນ​ໄຟ​ນັ້ນ ​ຈະ​ເປັນ​ເລື້ອງ​ບັງ​ເອີນໄປ​ບໍ່​ໄດ້.

ກຸງ​ປັກ​ກິ​ງອ້າງ​ວ່າ​ ຕົນ​ມີອະທິປະ​ໄຕ​ເໜືອໄຕ້​ຫວັນ ທີ່​ໄດ້​ປົກຄອງ​ຕົນ​ເອງ​ມາ​ຕັ້ງ​ແຕ່ປີ 1949 ​ເປັນ​ຕົ້ນ​ມາ. ​ໃນ​ໄລຍະສອງ​ປີຜ່ານມາ​ນີ້ ທ່ານ Ma Ying-jeou ​ໄດ້​ພະຍາຍາມ​ປັບປຸງ​ສາຍ​ພົວພັນ​ ​ກັບ​ລັດຖະບານ​ກຸງ​ປັກ​ກິ​ງ​ໃຫ້​ດີ​ຂຶ້ນ ​ໂດຍ​ໄດ້​ບັນລຸຂໍ້​ຕົກລົງ​ກັນ​ຫລາຍ​ຢ່າງ ​ທີ່​ເປີດ​ໃຫ້​ມີ​ການ​ຄ້າ​ແລະ​ການທ່ອງທ່ຽວ​ຫລາຍ​ຂຶ້ນ​ຂ້າມ​ຊ່ອງແຄບ​ໄຕ້​ຫວັນ​ນັ້ນ.

ແຕ່​ການ​ກະທໍາ​ເຊ່ນ​ນີ້​ ໄດ້​ສ້າງ​ຄວາມ​ໂກດ​ແຄ້ນໃຫ້​ຊາວ​ໄຕ້​ຫວັນ​ຫລາຍ​ຄົນ ​ທີ່ບໍ່ເຫັນ​ດີ​ນໍາ​ການ​ມີ​ຄວາມ​ສໍາພັນ​ທີ່ໃກ້ຊິດ​ກັບ​ຈີນ​ນັ້ນ ​ແລະ​ພວກນັກວິ​ເຄາະ​ດ້ານ​ການເມືອງ​ຫລາຍ​ຄົນ​ຄາດ​ວ່າ ທ່ານ Ma ຈະ​ພະຍາຍາມ​ສະໝັກເຂົ້າ​ແຂ່ງຂັນ​ເລືອກ​ຕັ້ງເປັນ​ປະທານາທິບໍດີ​ຕື່ມ​ອີກໃນ​ປີໜ້າ​ນີ້.

ໄຕ້​ຫວັນ​ໄດ້ຮ້ອງ​ຂໍ​ຊື້ເຮືອບິນ​ລົບ​ໄອ​ພົ່ນ​ຮຸ່ນ F-16 ​ແບບ​ໃໝ່​ຈາກສະຫະລັດ​ ນັບ​ແຕ່​ປີ2007 ​ເປັນ​ຕົ້ນ​ມາ ເພື່ອ​ຊ່ອຍ​ປ້ອງ​ກັນ​ໄຕ້​ຫວັນ​ຈາກ​ກອງທັບຈີນ​ນັ້ນ. ບັນດາ​ເຈົ້າ​ໜ້າທີ່​ສະຫະລັດ ກ່າວ​ວ່າ ​ເຂົາ​ເຈົ້າ​ກໍ​ຍັງ​ເປີດ​ປະຕູ​ໄວ້​ຢູ່​ສໍາລັບການ​ຂາຍ​ພວກ​ອາວຸດ​ທີ່​ທັນ​ສະ​ໄໝ​ໃຫ້​ໄຕ້​ຫວັນ​ນັ້ນ.

ແຕ່​ທາງ​ກຸງ​ວໍ​ຊິງ​ຕັນ​ກໍ​ຢາກ​ມີ​ສາຍ​ພົວພັນ​ທີ່​ດີ​ກັບຈີນ​ ຊຶ່ງ​ເປັນອໍານາດ​ເສດຖະກິດ​ໃຫຍ່ຂອງ​ໂລກ​ຄື​ກັນ​ນັ້ນ. ຈີນ​ມີ​ຄວາມໂມ​ໂຫ​ໂທ​ໂສ ​ເວລາ​ໃດ​ທີ່ລັດຖະສະພາສະຫະລັດອະນຸມັດ​ຫລື​ເຫັນ​ດີ​ນໍາ​ການ​ຂາຍ​ອາວຸດໃຫ້​ໄຕ້​ຫວັນ​. ຈີນ​ໄດ້​ລົບ​ລ້າງ​ການ​ແລກປ່ຽນ​ທາງທະຫານ​ຕ່າງໆ ​ແລະ​ໄດ້​ສະ​ແດງຄວາມ​ໂມ​ໂຫ​ໂກດ​ແຄ້ນ​ອອກ​ມາ​ເປັນ​ເວລາ​ຫລາຍສັບປະດາ ຫລັງ​ຈາກ​ສະຫະລັດອະນຸມັດ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ ໃນ​ມູນ​ຄ່າ 6 ພັນ 400 ລ້ານ​ໂດ​ລາ​ ​ເມື່ອ 1 ປີກ່ອນ​ນັ້ນ.

ສາຍ​ພົວພັນ​ທາງ​ທະຫານ​ລະຫວ່າງ​ຈີນ​ແລະ​ສະຫະລັດ ປາກົດວ່າ​ດີ​ຂຶ້ນໃນ​ສັບປະດາ​ ແລ້ວ​ນີ້ ຫລັງ​ຈາກ​ທ່ານ Robert Gates ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດສະຫະລັດໄປ​ຢ້ຽມຢາມ​ກຸງ​ປັກ​ກິ​ງ.

XS
SM
MD
LG