ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກ​ເຄື່ອນ​ໄຫວ ໄຕ້​ຫວັນ ເລີ່ມ​ໂຄ​ສະ​ນາ ເພື່ອ​ເຮັດ​ໃຫ້​ກັນ​ຊາ ຖື​ກຕ້ອງຕາມ​ກົດ​ໝາຍ


ນັກ​ເຄື່ອ​ນ​ໄຫວ​ກຸ່ມ Green Sensation ທີ່​ສະ​ໜັບ​ສະ​ໜູນ​ການ​ໃຊ້​ກັນ​ຊາ ຕັ້ງ​ເຕັ້ນ​ຢູ່​ກາງ​ຖະ​ໜົນ​ໃນ​ນະ​ຄອນຫຼວງ ໄທ​ເປ, ເກາະ ໄຕ້​ຫວັນ. 20 ເມ​ສາ, 2019.
ນັກ​ເຄື່ອ​ນ​ໄຫວ​ກຸ່ມ Green Sensation ທີ່​ສະ​ໜັບ​ສະ​ໜູນ​ການ​ໃຊ້​ກັນ​ຊາ ຕັ້ງ​ເຕັ້ນ​ຢູ່​ກາງ​ຖະ​ໜົນ​ໃນ​ນະ​ຄອນຫຼວງ ໄທ​ເປ, ເກາະ ໄຕ້​ຫວັນ. 20 ເມ​ສາ, 2019.

ພວກ​ນັກ​ເຄື່ອນ​ໄຫວ ໄຕ້​ຫວັນ, ເຊິ່ງ​ໄດ້​ຮັບ​ແຮງ​ດົນ​ໃຈ​ໂດຍ​ກົດ​ໝາຍ​ໃໝ່ສ່ວນ​ນຶ່ງ​ຈາກ
ສະຫະລັດ ນັ້ນ, ໄດ້ເລີ່ມການໂຄສະນາຫາສຽງໃນເດືອນນີ້ ເພື່ອເຮັດໃຫ້ການໃຊ້ກັນ
ຊາເປັນສິ່ງຖືກຕ້ອງຕາມກົດໝາຍ, ແຕ່ມັນມີໂອກາດທີ່ຈະເປັນໄປໄດ້ຕ່ຳຫຼາຍ ກ່ຽວກັບ
ຄວາມສຳເລັດຕໍ່ກັບຫຼັກສິນທຳຕໍ່ຕ້ານຢາເສບຕິດ ທີ່ເປັນປະເພນີຂອງເຂດເອເຊຍຕາ
ເວັນອອກນັ້ນ.

ປະ​ຊາ​ຊົນ​ປະ​ມານ 300 ຄົນ​ໄດ້​ເລີ່ມ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ທີ 20 ເມ​
ສາທີ່ຜ່ານມາ ດ້ວຍການປະທ້ວງຢູ່ນອກສະພາແຫ່ງຊາດຂອງ ໄຕ້ຫວັນ ໃນນະຄອນ
ຫຼວງ ໄທເປ. ເຂົາເຈົ້າໄດ້ຂໍຮ້ອງວ່າ ໃຫ້ກັນຊາ ຖືກກຳນົດເປັນການຮັກສາໂຣກ ແທນ
ທີ່ຈະເປັນການຄອບຄອງຢາເສບຕິດ ເຊິ່ງມີໂທດຂັງຄຸກສາມປີ.

ທ່ານ ໂລວ ຢີ, ໂຄ​ສົກ​ສຳ​ລັບ​ກຸ່ມ Green Sensation, ເຊິ່ງ​ໄດ້​ຈັດ​ການ​ປະ​ທ້ວງ​ນັ້ນ​
ໄດ້ກ່າວວ່າ “ພວກເຮົາເຊື່ອວ່າ ສິ່ງນີ້ສາມາດເປັນທີ່ຮັບມືໄດ້ ອີງຕາມກົດລະບຽບ ກ່ຽວ
ກັບ ການປິ່ນປົວໂຣກ. ການແຍກມັນອອກ ແລະ ຈັດໃຫ້ມັນເປັນຢາກເສບຕິດນັ້ນ
ພວກເຮົາຄິດວ່າມັນຈະບໍ່ມີປະໂຫຍດໃນການແກ້ໄຂບັນຫາໃດໆ. ພວກເຮົາຫວັງວ່າ
ກັນຊາ ຈະສາມາດກາຍເປັນສິ່ງຖືກຕ້ອງຕາມກົດໝາຍ ແລະ ຫວັງທີ່ຈະສົ່ງເສີມມັນ
ເປັນຄັ້ງທຳອິດ ສຳລັບການໃຊ້ໃນທາງການແພດ.”

ການ​ໂຄ​ສາ​ນາ​ສະ​ໜັບ​ສະ​ໜູນ​ກັນ​ຊາ ແມ່ນ​ເບິ່ງ​ຄື​ວ່າ​ຈະ​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ປ່ຽນ​
ແປງ, ອີງຕາມການກ່າວຂອງໂຄສົກກະຊວງຍຸຕິທຳ ໄຕ້ຫວັນ ໃນສັບປະດາແລ້ວນີ້.
ສະມາຊິກສະພາຄົນນຶ່ງຂອງພັກປົກຄອງ ໄດ້ເອີ້ນ ໄຕ້ຫວັນ ວ່າມີຫົວອະນຸລັກນິຍົມ
ໂພດ ທີ່ຈະຮັບເອົາການກຳນົດໃຫ້ຖືກຕ້ອງຕາມກົດໝາຍນັ້ນ.

ຖ້າ ໄຕ້​ຫວັນ ກຳ​ນົດ​ກັນ​ຊາ​ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ນັ້ນ, ເຂົາ​ເຈົ້າ​ຈະ​ເປັນ​ແຫ່ງ​ທີ​
ສອງໃນພາກພື້ນເອເຊຍຕາເວັນອອກ ທີ່ເອົາທິດທາງນັ້ນຕາມປະເທດ ໄທ. ບັນດາ
ສະມາຊິກສະພານິຕິບັນຍັດ ໄທ ໄດ້ເຫັນພ້ອມກັນໃນເດືອນທັນວາທີ່ຜ່ານມາ ທີ່ຈະ
ອະນຸຍາດໃຫ້ໃຊ້ກັນຊາໃນທາງການແພດ. ຕຳຫຼວດ ໃນທົ່ວຂົງເຂດສ່ວນໃຫຍ່ຂອງ
ພາກພື້ນດັ່ງກ່າວເຫັນກັນຊາວ່າ ເປັນຢາເສບຕິດທີ່ສົມຄວນຖືກປັບໃໝ ແລະ ຖືກຈັບ
ເຂົ້າຄຸກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG