ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາໄຕ້ຫວັນ ກ່າວວ່າ ການຮຸກຮານຂອງຈີນ ເບິ່ງຄືວ່າ ຈະບໍ່ເກີດຂຶ້ນ ໃນປັດຈຸບັນນີ້


ແຟ້ມຮູບ-ປະທານາທິບໍດີຂອງໄຕ້ຫວັນ ທ່ານນາງ ໄຊ ອິງເຫວິນ ກ່າວປາໄສຢູ່ຕໍ່ໜ້າທໍານ-ຍປະທານາທິບໍດີ ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 10 ຕຸລາ 2023.
ແຟ້ມຮູບ-ປະທານາທິບໍດີຂອງໄຕ້ຫວັນ ທ່ານນາງ ໄຊ ອິງເຫວິນ ກ່າວປາໄສຢູ່ຕໍ່ໜ້າທໍານ-ຍປະທານາທິບໍດີ ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 10 ຕຸລາ 2023.

ຈີນ ​ບໍ່​ມີ​ທ່າ​ທາງວ່າ​ຈະ​ພິຈາລະນາການບຸກ​ໂຈມ​ຕີຄັ້ງໃຫຍ່ຕໍ່​ໄຕ້​ຫວັນ ​ໃນ​ເວລາ​ນີ້ ຍ້ອນ​ຄວາມ​ທ້າ​ທາຍ​ພາຍ​ໃນ​ປະ​ເທດ ເຖິງແມ່ນປັກກິ່ງພະຍາຍາມທີ່ຈະຄອບງໍາດ້ວຍການເລືອກຕັ້ງຂອງຕົນ ນັ້ນ​ຄື​ຄຳ​ເວົ້າ​ ຂອງປະທານາທິບໍດີ​ໄຕ້​ຫວັນ ທ່ານນາງໄຊ ອິງເຫວິນ (Tsai Ing-wen) ກ່າວ​ໃນ​ວັນ​ພຸດ​ວານ​ນີ້ ເຖິງ​ແມ່ນ​ປັກ​ກິ່ງ ກຳ​ລັງ​ພະ​ຍາ​ຍາມ​ຫາ​ທາງ ເຮັດ​ໃຫ້​ການ​ເລືອກ​ຕັ້ງ​ຄັ້ງ​ຈະ​ມາ​ ມີການ​ປ່ຽນ​ແປງ​ກໍ​ຕາມ ອີງຕາມລາຍງານຂອງອົງການຂ່າວ AFP.

ທ່ານນາງໄຊກ່າວຕໍ່ກອງປະຊຸມສຸດຍອດດຽວບຸກ (DealBook) ປະຈໍາປີ 2023 ໃນນະຄອນນິວຢອກວ່າ "ຂ້າພະເຈົ້າຄິດວ່າ ການນໍາຂອງຈີນ ຢູ່ໃນຊ່ວງວິກິດນີ້ ​ແມ່ນຖືກຄອບງໍາໂດຍບັນ​ຫາທ້າທາຍພາຍໃນຕ່າງໆຂອງຕົນ."

ທ່ານນາງກ່າວຢູ່ໃນບົດບັນທຶກການສໍາພາດຕື່ມວ່າ "ຄວາມຄິດຂອງຂ້າພະເຈົ້າແມ່ນວ່າ ບາງທີ ນີ້ບໍ່ແມ່ນຊ່ວງເວລາສໍາລັບພວກເຂົາຈະພິຈາລະນາການບຸກລຸກຄັ້ງໃຫຍ່ຕໍ່ໄຕ້ຫວັນ."

ທ່ານນາງໄຊ ໄດ້ຕອບຄໍາຖາມກ່ຽວກັບຄວາມສ່ຽງຂອງການບຸກລຸກ, ຫຼັງຈາກກອງປະຊຸມທີ່ມີການຕິດຕາມຢ່າງໃກ້ຊິດ ລະຫວ່າງປະທານາທິບໍດີສະຫະລັດ ແລະ ຈີນ ທ່ານໂຈ ໄບເດັນ ແລະ ທ່ານສີ ຈິ້ນຜິງ ຢູ່ທີ່ລັດຄາລິຟໍເນຍໃນເດືອນນີ້.

ການ​ເຈລະຈາ​ຂອງ​ຜູ້ນຳ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມືທາງ​ດ້ານ​ເສດ ຖະກິດໃນຂົງເຂດ ​ເອເຊຍ-ປາຊີ​ຟິກ, ​ແມ່ນ​ເພື່ອ​ແນເປົ້າໝາຍ​ໃສ່ປ້ອງກັນ​ບໍ່​ໃຫ້​ຄວາມ​ເຄັ່ງ​ຕຶງທີ່ເພີ່ມ​ທະ​ວີຂຶ້ນ ​ກາຍ​ເປັນ​ບັນ​ຫາຂັດແຍ້ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG