ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມິຖຸນາ ໒໐໒໔

ຜູ້ນໍາໄຕ້ຫວັນກ່າວວ່າ ຈີນ 'ບໍ່ມີສິດ' ລົງໂທດເກາະແຫ່ງນີ້


ພາບທີ່ສະໜອງໃຫ້ນີ້ ຖືກຖ່າຍ ແລະເຜີຍແຜ່ໂດຍ ສໍານັກງານປະທານາທິບໍດີໄຕຫວັນ ໃນວັນທີ 19 ມິຖຸນາ 2024, ສະແດງໃຫ້ເຫັນປະທານາທິບໍດີໄຕ້ຫວັນ ທ່ານ ລາຍ ຊິງ-ເຕ ກ່າວໃນລະຫວ່າງຖະແຫຼງຂ່າວຢູ່ທີ່ທໍານຽບປະທານາທິບໍດີ ໃນນະຄອນຫຼວງໄທເປ.
ພາບທີ່ສະໜອງໃຫ້ນີ້ ຖືກຖ່າຍ ແລະເຜີຍແຜ່ໂດຍ ສໍານັກງານປະທານາທິບໍດີໄຕຫວັນ ໃນວັນທີ 19 ມິຖຸນາ 2024, ສະແດງໃຫ້ເຫັນປະທານາທິບໍດີໄຕ້ຫວັນ ທ່ານ ລາຍ ຊິງ-ເຕ ກ່າວໃນລະຫວ່າງຖະແຫຼງຂ່າວຢູ່ທີ່ທໍານຽບປະທານາທິບໍດີ ໃນນະຄອນຫຼວງໄທເປ.

ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ ລາຍ ​ຊິງ-​ເຕ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຈີນ “ບໍ່​ມີ​ສິດ​ທີ່​ຈະ​ລົງ​ໂທດ” ປະຊາຊົນຊາວ​ໄຕ້​ຫວັນ ສຳລັບທັດສະນະຄະຕິ ​ ຫຼື​ ຕາມການກ່າວ​ສະ​ໜັບ​ສະ​ໜູນຂອງພວກເຂົາເອງ, ລຸນຫຼັງປັກ​ກິ່ງໄດ້ອອກມາ​ເຕືອນ​ວ່າ ບັນດາຜູ້​ສະ​ໜັບ​ສະ​ໜູນຕໍ່​ການ​ເປັນ​ເອ​ກະ​ລາດ​ຂອງ​ເກາະ​ດັ່ງ​ກ່າວ​ “ທີ່ມີຫົວຮຸນແຮງ” ອາດ​ຈະ​ປະ​ເຊີນ​ກັບ​ການຖືກປະ​ຫານ​ຊີ​ວິດ.

ຈີນ​ອ້າງ​ວ່າ ເກາະລະບອບ​ປະຊາທິປະ​ໄຕ​ຂອງໄຕ້​ຫວັນ ແຫ່ງນີ້​ ເປັນ​ສ່ວນ​ນຶ່ງ​ຂອງ​ດິນ​ແດນ​ຕົນ ​ແລະ​ໄດ້​ປະຕິ​ເສດບໍ່ໄດ້ ​ທີ່​ຈະໃຊ້​ກຳລັງ​ເພື່ອ​ເອົາ​ເກາະ​ດັ່ງກ່າວ​ມາ​ຢູ່ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຕົນ.

ປັກ​ກິ່ງ​ ໄດ້​ດໍາເນີນການເພີ້ມ​ທະວີ​ຄວາມ​ກົດ​ດັນ​ຕໍ່​ ໄທ​ເປ ​ໃນ​ບໍ່ເທົ່າໃດປີຜ່ານ​ມາ​ນີ້ ​ແລະ​ໄດ້​ດຳ​ເນີນ​ການ​ຊ້ອມ​ລົບ​ທາງ​ທະຫານ​ຢູ່ບໍລິເວນ​ອ້ອມຮອບ​ເກາະ​ທີ່​ປົກຄອງ​ຕົນ​ເອງແຫ່ງນີ້​ ໃນ​ມື້ຕໍ່ມາ ຫຼັງ​ຈາກ​ການ​ເຂົ້າ​ຮັບ​ຕຳ​ແໜ່​ງປະທານາທິບໍດີຂອງ ​ທ່ານ ລາຍ ຊິງ-ເຕ ​ໃນ​ເດືອນ​ແລ້ວ​ນີ້.

ໃນວັນສຸກທີ່ຜ່ານມາ, ປັກ​ກິ່ງ​ໄດ້​ພິມ​ເຜີຍ​ແຜ່​ຂໍ້​ແນະນຳ​ທາງ​ຕຸລາການ​ສະບັບ​ໃໝ່​ທີ່​ລວມ​ເຖິງ​ການ​ລົງ​ໂທດ​ປະຫານ​ຊີວິດສໍາລັບ “​ຄະດີ​ທີ່​ຮ້າຍ​ແຮງ” ເຊິ່ງລວມມີກໍລະນີຂອງ​ຜູ້​ສະໜັບສະໜູນຄວາມເປັນ​ເອກະລາດ​ຂອງເກາະໄຕ້​ຫວັນ “ທີ່ມີຫົວຮຸນແຮງ,” ອີງຕາມລາຍງານຈາກສື່ມວນຊົນຂອງລັດຖະບານ.

ເມື່ອ​ຖືກ​ຖາມ​ເພື່ອ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງທີ່ປັກກິ່ງວາງອອກ, ທ່ານ ລາຍ ກ່າວ​ວ່າ “ຂ້າພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ວ່າ ປະຊາທິປະ​ໄຕ​ ບໍ່​ແມ່ນ​ແຫຼ່ງຂອງອາ​ຊະ​ຍາ​ກຳ. ແຕ່ການປົກຄອງແບບຜະເດັດພຸ້ນ ​ທີ່ເປັນອາດຊະຍາ​ກຳ”.

“ຈີນ ​ບໍ່​ມີ​ສິດ​ທີ່​ຈະ​ລົງ​ໂທດ​ປະ​ຊາ​ຊົນ​ໄຕ້​ຫວັນ ​ພຽງ​ແຕ່​ສິ່ງ​ທີ່ພວກ​ເຂົາສະ​ຫນັບ​ສະ​ຫນູນເອງ​, ແລະ ຈີນ ກໍ​ບໍ່​ມີ​ສິດ​ທີ່​ຈະ​ດໍາ​ເນີນ​ຄະ​ດີ​ຂ້າມ​ຊາຍ​ແດນຕໍ່ປະຊາຊົນຊາວ​ໄຕ້​ຫວັນ​”.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG