ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້​ຫວັນ ເຂົ້າ​ສະ​ກັດ​ກັ້ນ​ ໃນ​ຂະ​ນະ​ທີ່ກອງ​ທັບ​ອາ​ກາດ ຈີນ ບິນເຂົ້າ​ໄປ​ໃນ​ເຂດ​ປ້ອງ​ກັນທາງ​ອາ​ກາດ


ພາບນີ້​ຖ່າຍ​ໃນ​ເດືອນ​ພຶດ​ສະ​ພາ 2022 ແລະ ຖືກ​ເປີດ​ເຜີຍ​ໃນ​ວັນ​ທີ 27 ພຶດ​ສະ​ພາ 2022 ໂດຍ​ກະ​ຊວງ​ປ້ອງກ​ັນ​ປະ​ເທດ ໄຕ​້​ຫວັນ, ເຮືອ​ບິນ​ລົບ Mirage ທີ່​ຜະ​ລິດ​ໃນ​ ຝ​ຣັ່ງ ບິນ​ອອກ​ຈາກ​ຖານ​ທັບ​ອາ​ກາດ​ໃກ້​ກັບ​ເມືອງ ປິງ​ຕຸງ ໃນ​ພາກ​ໃຕ້​ຂອງ​ເກາະ ໄຕ້​ຫວັນ.
ພາບນີ້​ຖ່າຍ​ໃນ​ເດືອນ​ພຶດ​ສະ​ພາ 2022 ແລະ ຖືກ​ເປີດ​ເຜີຍ​ໃນ​ວັນ​ທີ 27 ພຶດ​ສະ​ພາ 2022 ໂດຍ​ກະ​ຊວງ​ປ້ອງກ​ັນ​ປະ​ເທດ ໄຕ​້​ຫວັນ, ເຮືອ​ບິນ​ລົບ Mirage ທີ່​ຜະ​ລິດ​ໃນ​ ຝ​ຣັ່ງ ບິນ​ອອກ​ຈາກ​ຖານ​ທັບ​ອາ​ກາດ​ໃກ້​ກັບ​ເມືອງ ປິງ​ຕຸງ ໃນ​ພາກ​ໃຕ້​ຂອງ​ເກາະ ໄຕ້​ຫວັນ.

ໄຕ້​ຫວັ​ນ​ ໃນ​ວັນ​ຈັນ​ວານນີ້​ໄດ້​ລາຍ​ງານ​ການ​ບຸກ​ລຸກ​ຄັ້ງ​ໃຫຍ່​ທີ່​ສຸດ ​ໂດຍກອງ​ທັບ​ອາ​ກາດ​ຈີນ ​ໃນ​ເຂດ​ປ້ອງ​ກັນ​ອາ​ກາດ​ຂອງ​ເຂົາ​ເຈົ້ານັບ​ຕັ້ງ​ແຕ່​ເດືອ​ນ​ມັງ​ກອນ​ເປັນ​ຕົ້ນ​ມາ, ດ້ວຍ​ກະ​ຊວງ​ການ​ປ້ອງ​ກັນ​ຂອງ​ເກາະ​ດັ່ງ​ກ່າວ​ ເວົ້າ​ວ່າ ນັກ​ລົບ​ໄຕ້​ຫວັນ​ໄດ້​ນຳ​ເຮືອ​ບິນ​ຂຶ້ນ​ເຄື່ອນ​ໄຫວ​ຢ່າງວ່ອງ​ໄວ ເພື່ອ​ຂັບ​ໄລ່​ເຮືອ​ບິນ 30 ລຳ​ອອກ​ໄປ ​ໃນ​ຄວາມ​ເຄັ່ງ​ຕຶງ​ທີ່​ສູງ​ຂຶ້ນ​ຄັ້ງຫຼ້າ​ສຸດນີ້.

ໄຕ້​ຫວັນ, ເຊິ່ງ​ຈີນ​ອ້າງວ່າ​ເປັນ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ນັ້ນ, ໄດ້​ຕຳ​ໜິ​ຕິ​ຕຽນ​ມາ​ເປັນ​ເວ​ລາ​ສອງ​ປີ ຫຼື ປະ​ມານ​ນັ້ນ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ພາ​ລະ​ກິ​ດ​ຢ່າ​ງ​ຊ້ຳ​ແລ້​ວ​ຊ້ຳ​ອີກ​ໂດຍກອງ​ທັບ​ອາ​ກາດ​ຂອງ​ຈີນ ຢູ່​ໃກ້​ກັບ​ເກາະ​ທີ່​ຖືກ​ປົກ​ຄອງ​ຢ່າງ​ປະ​ຊາ​ທິ​ປະ​ໄຕ​ນັ້ນ. ເຮືອ​ບິນ​ລົບ​ຕ່າງໆ​ມັກ​ຈະ​ບິນ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເຂດ​ປ້ອງ​ກັນ​ອາ​ກາດ​ຂອງ​ໄຕ້​ຫວັນ, ຫຼື ADIZ, ໃກ້​ກັບ​ເກາະ ປ​ຣາ​ຕາ​ສ (Pratas) ທີ່​ຖືກ​ຄວບ​ຄຸມ​ໂດຍ ໄທ​ເປ.

ໄຕ້​ຫວັນ​ເອີ້ນ​ກິ​ດ​ຈະ​ກຳ​ທາງ​ທະ​ຫານ​ຂອງ​ຈີນ​ ທີ່​ເຮັດ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ການ​ເຮັດ​ສົງ​ຄາມ​ “ເຂດ​ສີ​ຂີ້​ເຖົ່າ”, ເຊິ່ງ​ຖືກ​ອອກ​ແບບ​ເພື່ອ​ສ້າງ​ຄວາມ​ອ່ອນ​ແອ​ຕໍ່​ກອງ​ກຳ​ລັງ​ຂອງ​ໄຕ້​ຫວັນ ດ້ວຍ​ການ​ເຮັດ​ໃຫ້​ເຂົາ​ເຈົ້າ​ທຳ​ການ​ສະ​ກັດ​ກັ້ນ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ, ແລະ ເພື່ອ​ທົດ​ລອງ​ການ​ຕອບ​ໂຕ້​ຂອງ​ໄຕ້​ຫວັນ​ເຊັ່ນ​ກັນ.

ການ​ປະ​ຕິ​ບັດ​ພາ​ລະ​ກິດ​ຄັ້ງຫຼ້າ​ສຸດ​ຂອງ​ຈີນ​ລວມ​ມີ​ ເຮືອ​ບິນ​ລົບ 22 ລຳ, ເຊັ່ນ​ດຽວ​ກັບ​ການ​ສູ້​ລົບ​ດ້ານ​ອີ​ເລັກ​ໂທ​ຣ​ນິກ, ການ​ເຕືອນ​ລ່ວງ​ໜ້າ ແລະ ເຮືອ​ບິນ​ຕໍ່​ຕ້ານ​ເຮືອ​ດຳ​ນ້ຳ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ໄຕ້​ຫວັນ.

ເຮືອ​ບິນ​ດັ່ງ​ກ່າວ​ໄດ້​ບິນ​ໃນ​ເຂດ​ນຶ່ງ​ຫາ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເກາະ

ປ​ຣາ​ຕາ​ສ, ອີງ​ຕາມ​ແຜນ​ທີ່ໆ​ຖືກ​ສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ດັ່ງ​ກ່າວ, ແນວ​ໃດ​ກໍ່​ຕາມ​ມັນ​ໄດ້​ຢູ່​ຫ່າງ​ໄກ​ຈາກ​ເກາະ​ໄຕ້​ຫວັນ​ເອງ.

ໄຕ້​ຫວັນ​ໄດ້​ສົ່ງ​ເຮືອ​ບິນ​ຕໍ່​ສູ້​ໄປ​ໄລ່​ເຮືອ​ບິນ​ຂອງ​ຈີນ, ໃນ​ຂະ​ນະ​ທີ່​ລະ​ບົບ​ລູ​ກ​ສອນ​ໄຟ​ໄດ້​ຖືກ​ສົ່ງ​ໄປ​ຕິດ​ຕາມ​ເຂົາ​ເຈົ້າ, ອີງ​ຕາມ​ກະ​ຊວງ.

ມັນ​ເປັນ​ການ​ລ່ວງ​ລ້ຳ​ຄັ້ງ​ໃຫຍ່​ທີ່​ສຸດ​ນັບ​ຕັ້ງ​ແຕ່​ໄຕ້​ຫວັນ ໄດ້​ລາຍ​ງານ​ເຮືອ​ບິນ​ຈີນ 39 ລຳ​ໃນ​ເຂດ ADIZ ເມື່ອ​ວັນ​ທີ 23 ມັງ​ກອນ​ທີ່​ຜ່ານ​ມາ.

ມັນ​ບໍ່​ມີ​ຄຳ​ເຫັນ​ໃນ​ທັນ​ທີ​ຈາກ​ຈີນ, ເຊິ່ງ​ໃນ​ອະ​ດີດ​ໄດ້​ກ່າວ​ວ່າ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ການ​ຝຶກ​ຊ້ອມ​ທີ່​ເພັ່ງ​ເລັງ​ໃສ່​ການ​ປ້ອງ​ກັນ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ.

ກອງ​ທັບ​ຈີນ​ ໄດ້​ກ່າວ​ໃນ​ອາ​ທິດ​ແລ້ວນີ້ວ່າ ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ຝຶກ​ຊ້ອມຢູ່​ອ້ອມ​ໄຕ້​ຫວັນເມື່ອບໍ່​ດົນ​ມານີ້ ວ່າ “ການ​ເຕືອນ​ທີ່​ຈິງ​ຈັງ” ຕໍ່​ການ “ສົມ​ຮູ້​ຮ່ວມ​ຄິດ” ຂອງ​ເຂົາ​ເຈົ້າ​ກັບ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG