ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄຕ້ຫວັນ ຂະຫຍາຍ ທຸລະກິດໃນ ເອເຊຍ ເພື່ອຫຼຸດຜ່ອນ ການເພິ່ງພາ ຈີນ


ປະທານາທິບໍດີ ໄຕ້ຫວັນ ທ່ານນາງ ສ່າຍ ອິງ-ເຫວິນ ກ່າວຄຳ
ປາໄສໃນລະຫວ່າງການລະເຫຼີມສະຫຼອງວັນຊາດຕໍ່ໜ້າຫ້ອງ
ການປະທານາທິບໍດີໃນນະຄອນຫຼວງ ໄທເປ, ເກາະ ໄຕ້ຫວັນ. 10 ຕຸລາ, 2017.
ປະທານາທິບໍດີ ໄຕ້ຫວັນ ທ່ານນາງ ສ່າຍ ອິງ-ເຫວິນ ກ່າວຄຳ ປາໄສໃນລະຫວ່າງການລະເຫຼີມສະຫຼອງວັນຊາດຕໍ່ໜ້າຫ້ອງ ການປະທານາທິບໍດີໃນນະຄອນຫຼວງ ໄທເປ, ເກາະ ໄຕ້ຫວັນ. 10 ຕຸລາ, 2017.

ເກາະໄຕ້ຫວັນ ໄດ້ສະເໜີການຍົກເວັ້ນວີຊາ ແລະ ຈັດຕັ້ງຫ້ອງການການລົງທຶນຕ່າງໆ
ໃນບັນດາປະເທດທີ່ຢູ່ທາງພາກໃຕ້ຂອງເຂົາເຈົ້າ, ອັນເປັນການເຄື່ອນໄຫວຄັ້ງຫຼ້າສຸດ
ເພື່ອເຄື່ອນຍ້າຍຄວາມດຸ່ນດ່ຽງຂອງສາຍພົວພັນທາງເສດຖະກິດ ໃຫ້ຫ່າງອອກຈາກ
ຈີນ ທີ່ເປັນຄູ່ປໍລະປັກທາງການເມືອງຂອງເຂົາເຈົ້າ.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ໄທເປ ຫວັງວ່າ ຈະສົ່ງເສີມການທ່ອງທ່ຽວ, ການ
ຄ້າ ແລະ ການເຊື່ອມໂຍງດ້ານການສຶກສາກັບ 18 ປະເທດຕະຫຼອດຮອດເອເຊຍໃຕ້
ແລະ ອາເຊຍຕາເວັນອອກສຽງໃຕ້ ພ້ອມກັບປະເທດ ອອສເຕຣເລຍ ແລະ ນິວຊີແລນ
ໃຫ້ຫຼາຍຂຶ້ນ. ຕາມທິດສະດີແລ້ວ ສາຍພົວພັນທີ່ແຂງແກ່ນຂຶ້ນ ຈະຫຼຸດຜ່ອນບົດບາດ
ຂອງ ຈີນລົງ, ເຊິ່ງແມ່ນຄູ່ຮ່ວມການຄ້າລະດັບສູງຂອງ ໄຕ້ຫວັນ ໃນປັດຈຸບັນນີ້, ໃນ
ຂະນະທີ່ທັງສອງຝ່າຍດີ້ນຮົນຕໍ່ສູ້ ຍ້ອນຄວາມແຕກຕ່າງທາງການເມືອງ.

ໃນຄວາມພະຍາຍາມຄັ້ງຫຼ້າສຸດຂອງ ໄຕ້ຫວັນ, ທີ່ເອີ້ນວ່າ ນະໂຍບາຍມຸ່ງໜ້າໄປທາງ
ໃຕ້ໃໝ່ ນັ້ນ, ປະຊາຊົນ ຟີລິບປິນ ສາມາດເດີນທາງຢ້ຽມຢາມເກາະ ໄຕ້ຫວັນ ໂດຍປາ
ສະຈາກວີຊາ 14 ວັນໃນລະຫວ່າງໄລຍະການທົດລອງນີ້ ທີ່ຈະເລີ່ມຂຶ້ນໃນເດືອນໜ້າ
ແລະ ສິ້ນສຸດລົງໃນເດືອນກໍລະກົດປີໜ້າ. ໄຕ້ຫວັນ ໄດ້ສະເໜີການຍົກເວັ້ນວີຊາໃຫ້
ບັນດາປະຊາຊົນປະເທດ ບຣູໄນ ແລະ ໄທ ໃນເດືອນສິງຫາ 2016 ທີ່ຜ່ານມາ. ຄວາມ
ພະຍາຍາມດັ່ງກ່າວນັ້ນ ໄດ້ຊ່ວຍໃຫ້ມີການສ້າງຕັ້ງຫ້ອງ ການການລົງທຶນໃໝ່ຫຼາຍແຫ່ງ,
ການເຕີບໂຕໃນຈຳນວນຂອງນັກສຶກສາມະຫາວິທະຍາໄລໃນ ໄຕ້ຫວັນ ແລະ ມີການ
ຊ່ວຍເຫຼືອດ້ານພັດທະນາ ໄຕ້ຫວັນ ຫຼາຍຂຶ້ນ.

ປະທານາທິບໍດີ ໄຕ້ຫວັນ ທ່ານນາງ ສ່າຍ ອິງ-ເຫວິນ ໄດ້ກ່າວໃນຄຳປາໄສວັນຊາດໃນ
ຕົ້ນເດືອນນີ້ວ່າ “ຈຸດປະສົງຂອງນະໂຍບາຍໃໝ່ ມຸ່ງໄປທາງໃຕ້ ແມ່ນຈະເຮັດໃຫ້ພວກ
ເຮົາມີຖານະທີ່ມີໂອກາດເພີ່ມຂຶ້ນໃນສັງຄົມ ນາໆຊາດ. ຂ້າພະເຈົ້າກໍຢາກຈະໃຊ້ໂອ
ກາດນີ້ ເພື່ອບອກໝູ່ເພື່ອນຂອງພວກເຮົາ ຈາກທົ່ວໂລກ ທີ່ໄດ້ປະເຊີນກັບການປ່ຽນ
ແປງຢ່າງວ່ອງໄວໃນພາກພື້ນເອເຊຍປາຊີຟິກ ວ່າ ໄຕ້ຫວັນ ແມ່ນພ້ອມແລ້ວ ທີ່ຈະສວມ
ບົດບາດທີ່ສຳຄັນກວ່າເກົ່າ ໃນການສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງ
ໃນພາກພື້ນ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG