ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນ ໄດ້ກຳນົດ ມື້ໄວ້ອາໄລ ໃຫ້ແກ່ ພວກເຄາະຮ້າຍ ຈາກໄພ ແຜ່ນດິນໄຫວ


ສະມາຊິກຂອງທິມກູ້ໄພ ຢືນເບິ່ງ ລົດຂຸດ ສືບຕໍ່ຈົກ ຊາກຫັກພັງ ຂອງຕຶກອາຄານ ໃນເມືອງ Tainan ຂອງໄຕ້ຫວັນ, ວັນພະຫັດ ທີ 11 ກຸມພາ 2016.
ສະມາຊິກຂອງທິມກູ້ໄພ ຢືນເບິ່ງ ລົດຂຸດ ສືບຕໍ່ຈົກ ຊາກຫັກພັງ ຂອງຕຶກອາຄານ ໃນເມືອງ Tainan ຂອງໄຕ້ຫວັນ, ວັນພະຫັດ ທີ 11 ກຸມພາ 2016.

ລັດຖະບານຂອງໄຕ້ຫວັນ ໄດ້ປະກາດ ມື້ຂອງການໄວ້ອາໄລ
ໃຫ້ແກ່ 116 ຄົນ ຜູ້ທີ່ໄດ້ເສຍຊີວິດ ໃນເຫດແຜ່ນດິນໄຫວ ພຽງ
ໜຶ່ງສັບປະດາທີ່ຜ່ານມາ ໃນຂະນະທີ່ທາງການ ປະຕິຍານວ່າ
ຈະເພີ່ມການກວດສອບຕຶກອາຄານຕ່າງໆ ໃນທົ່ວເກາະດັ່ງກ່າວ.

ຫ້ອງການຂອງຜູ້ນຳ ທ່ານ Chang San-cheng ໄດ້ສັ່ງໃຫ້ລົດ
ທຸງຊາດລົງເຄິ່ງເສົາ ຢູ່ທຸກໆ ຫ້ອງການລັດຖະບານ ແລະໂຮງຮຽນ
ໃນວັນຈັນມື້ນີ້ ໃນການສະແດງການໄວ້ອາໄລ ຕໍ່ປະຊາຊົນ ຜູ້ທີ່
ໄດ້ເສຍຊີວິດ ໃນວັນທີ 6 ກຸມພາ ຢູ່ໃນເມືອງ Tainan ທາງພາກ
ໃຕ້ຂອງໄຕ້ຫວັນ.

ແຜ່ນດິນໄຫວ ດ້ວຍຄວາມແຮງ 6.4 ໃນຕອນເຊົ້າຂອງມື້ນັ້ນ ໄດ້ເຮັດໃຫ້ອາຄານເຮືອນ
ເຊົ່າອັນໃຫຍ່ໂຕຫຼັງໜຶ່ງ ຫັກພັງລົງ ແລະສັງຫານຄົນທັງໝົດ ແຕ່ສອງຄົນ ແມ່ນໄດ້ເສຍ
ຊີວິດຍ້ອນການສັ່ນສະເທືອນ ຂອງແຜ່ນດິນໄຫວ. ແລະອີກ 550 ຄົນໄດ້ຮັບບາດເຈັບ.

ໃນຂະນະທີ່ ບັນດາໄອຍະການ ຄົ້ນຄວ້າຫາສາເຫດ ທີ່ເຮັດໃຫ້ຕຶກອາຄານຫັກພັງລົງ
ຢູ່ທີ່ຊາກຂອງຕຶກອາຄານເຮືອນເຊົ່າຢູ່ນັ້ນ ຄວາມແຕກຕື່ນ ໄດ້ເກີດຂຶ້ນຕໍ່ມາ ໃນເມືອງ
Tainan ດ້ວຍການຊອກຫາສາເຫດ ເພື່ອຕຳນິ ຜູ້ທີ່ຮັບຜິດຊອບຕໍ່ຕຶກອາຄານດັ່ງກ່າວ.
ອາຄານສ່ວນໃຫຍ່ ຢູ່ໃນປະເທດເກາະນີ້ ສາມາດ ທົນທານໄດ້ ຕໍ່ການສັ່ນສະເທືອນ
ຂອງແຜ່ນດິນໄຫວ ທີ່ຄວາມແຮງ ພຽງ 5.0 ຢູ່ໃນເມືອງ Tainan.

XS
SM
MD
LG