ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສິງກະໂປ ຈະສືບຕໍ່ ເຝິກແອບ ທາງທະຫານ ຮ່ວມກັບ ໄຕ້ຫວັນ


ພວກທະຫານ ຢູ່ໃນລົດຫຸ້ມເກາະ ສະເທີນນໍ້າສະເທີນບົກ ກຳລັງເຝິກຊ້ອມ ຢູ່ຖານທັບເຮືອ Zuoying ທາງພາກໃຕ້ຂອງ ໄຕ້ຫວັນ.
ພວກທະຫານ ຢູ່ໃນລົດຫຸ້ມເກາະ ສະເທີນນໍ້າສະເທີນບົກ ກຳລັງເຝິກຊ້ອມ ຢູ່ຖານທັບເຮືອ Zuoying ທາງພາກໃຕ້ຂອງ ໄຕ້ຫວັນ.

ການ​ຕັດສິນ​ໃຈ​ທີ່​ຈະ​ແຈ້ງ​ຂອງ​ສິງກະໂປໃນ​ອາທິດ​ນີ້ ທີ່ຈະສືບຕໍ່​ໂຄງການ​ເຝິກຊ້ອມ
ທາງ​ທະຫານ​ ທີ່ມີມາ​ເປັນ​ເວລາ​ກວ່າ 40 ປີ ກັບ​ໄຕ້​ຫວັນ ​ເຖິງ​ແມ່ນ​ໄດ້ຮັບ​ຄວາມ​ກົດ
ດັນ​ຈາກ​ຈີນ ທີ່​ເຮັດໃຫ້​ນະ​ໂຍບາຍ​ຕ່າງປະ​ເທດທີ່ພວມລົ້ມລຸກຄຸກ ຄານຂອງໄຕ້​ຫວັນ
ໄດ້ຮັບໄຊຊະນະທີ່​ບໍ່​ຄ່ອຍເຫັນ ​ໃນ​ເອ​ເຊຍ.

ພວກ​ເຈົ້າ​ໜ້າ​ທີ່​ໃນ​ໄຕ້​ຫວັນ​ກ່າວ​ໃນ​ອາທິດ​ນີ້​ວ່າ ສິງກະໂປ​ຈະ​ສືບຕໍ່​ໂຄ​ງການ​ເຝິກ
ຊ້ອມທາງທະຫານແສງ​ດາວ​ ​ເຖິງ​ແມ່ນໄດ້​ມີ​ການ​ຢ້ຽມຢາມຈີນໃນ​ເດືອນ​ແລ້ວ ​ໂດຍ​ນາ
ຍົກລັດຖະມົນຕີ Lee Hsein Loong ຂອງສິງກະໂປກໍຕາມ. ຈີນ​ມອງເຫັນ​ການ​ປົກ
ຄອງ​ຕົນ​ເອງ​ຂອງ​ໄຕ້​ຫວັນ​ວ່າ ​ເປັນ​ພາກສ່ວນນຶ່ງຂອງຕົນແລະ​ຊັກ​ຊວນ​ບໍ່​ໃຫ້​ບັນດາ
​ລັດຖະບານ​ອື່ນໆ ມີຄວາມສຳພັນ​ດ້ານ​ການ​ທູດ ​ຫລື ຄວາມ​ສຳພັນ​ທາງ​ກອງທັບກັບ
ປະເທດດັ່ງກ່າວ.

ທະຫານຄົນນຶ່ງແລ່ນໄປຫາລົດຫູ້ມເກາະ M109 ລະຫວ່າງການເຝິກຊ້ອມທີ່ເຂດ Chukeng ໃນເມືອງ Taichung ໄຕ້ຫວັນ.
ທະຫານຄົນນຶ່ງແລ່ນໄປຫາລົດຫູ້ມເກາະ M109 ລະຫວ່າງການເຝິກຊ້ອມທີ່ເຂດ Chukeng ໃນເມືອງ Taichung ໄຕ້ຫວັນ.

ທັງ​ສອງ​ຝ່າຍ​ໄດ້​ເລີ້ມ​ໂຄງການເຝິກຊ້ອມໃນ​ປີ 1975 ພາຍ​ໃຕ້​ລັດຖະບານ​ສິງກະ​ໂປ
ຂອງນາຍົກລັດຖະມົນຕີ ທ່ານ Lee Kuan Yew ​ຜູ້ກໍ່ຕັ້ງປະເທດແລະ​ເພື່ອນ​ຂອງ​ທ່ານ
ທ່ານ Chiang Ching-kuo ທີ່​ເປັນ​ນາຍົກລັດຖະມົນຕີ ​ໃນ​ເວລາ​ນັ້ນ. ທ່ານ Chiang
​ໄດ້​ກາຍ​ມາ​ເປັນ​ປະທານາທິບໍດີ.

ສິງກະ​ໂປ​ໄດ້​ເລືອກ​ເອົາ​ໄຕ້​ຫວັນ​ເປັນ​ບ່ອນ​ເຝິກຊ້ອມ ​ເພາະວ່າ ​ປະເທດດ່ັງກ່າວ ບໍ່ມີ
ດິນ​ດອນ​ສຳລັບ​ເຝິກຊ້ອມ​ທາງ​ທະຫານ ​ຢ່າງ​ກ້ວາງ​ຂວາງ ຮວມທັງ ສົງຄາມແບບຈຳ
ລອງ.

ພາບບັນທຶກ ປະທານາທິບໍດີໄຕ້ຫວັນ ທ່ານນາງ Tsai Ing-wen, ກາງ, ພ້ອມດ້ວຍລັດຖະມົນຕີປ້ອງກັນປະເທດ ທ່ານ Feng Shih-kuan, ຂວາ, ແລະ ເລຂາທິການທົ່ວໄປຂອງສະພາຄວາມໝັ້ນຄົງແຫ່ງຊາດ ທ່ານ Joseph Wu, ຊ້າຍ.
ພາບບັນທຶກ ປະທານາທິບໍດີໄຕ້ຫວັນ ທ່ານນາງ Tsai Ing-wen, ກາງ, ພ້ອມດ້ວຍລັດຖະມົນຕີປ້ອງກັນປະເທດ ທ່ານ Feng Shih-kuan, ຂວາ, ແລະ ເລຂາທິການທົ່ວໄປຂອງສະພາຄວາມໝັ້ນຄົງແຫ່ງຊາດ ທ່ານ Joseph Wu, ຊ້າຍ.

ທ່ານ Nathan Liu ສາ​ສະ​ດາ​ຈານ​ພົວພັນ​ຕ່າງປະ​ເທດ ຢູ່​ມະຫາວິທະຍາ​ໄລ Ming
Chuan ​ໃນ​ໄຕ້​ຫວັນ ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ຄິດ​ວ່າ​ສິງກະ​ໂປ ພະຍາຍາມ ຢ່າ​ງໜ້ອຍ​
ເຮັດ​ຄື​ເປັນກາງ ​ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ຮູ້ສຶກ ​ມີ​ຄວາມ​ກົດ​ດັນ​ຈາກ​ຈີນ. ຄວາມ​ສຳ​ພັນທີ່​ຍັງດຳເນີນຕໍ່​ໄປ​ກັບ​ໄຕ້​ຫວັນບໍ່​ຄວນຖືກ​ຕັດຂາດຫລື​ຖືກ​ລົບ​ກວນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG