ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອຫາປາ ໄຕ້ຫວັນ ເດີນທາງ ໄປປ້ອງກັນ ເກາະດອນຂອງຕົນ ຢູ່ທະເລຈີນໃຕ້


ພາບຖ່າຍຈາກເຮືອບິນທະຫານ ສະແດງໃຫ້ເຫັນ ເກາະ Taiping ທີ່ຄວບຄຸມໂດຍໄຕ້ຫວັນ ເຊິ່ງຮູ້ຈັກໃນອີກຊື່ໜຶ່ງວ່າ Itu Aba.
ພາບຖ່າຍຈາກເຮືອບິນທະຫານ ສະແດງໃຫ້ເຫັນ ເກາະ Taiping ທີ່ຄວບຄຸມໂດຍໄຕ້ຫວັນ ເຊິ່ງຮູ້ຈັກໃນອີກຊື່ໜຶ່ງວ່າ Itu Aba.

ເຮືອຫາປາ 5 ລຳໄດ້ເລີ່ມອອກເດີນທາງໃນວັນພຸດມື້ນີ້ ​ໄປ​ຫາເກາະ ຂອງໄຕ້ຫວັນ ໃນທະ ເລຈີນໃຕ້ ທີ່ມີການຂັດແຍ້ງກັນ ເພື່ອສະ​ແດງ​ການບໍ່ເຫັນດີກັບການຕັດສິນຂອງສານໄກ່ ເກ່ຍ​ສະຫະ​ປະຊາ​ຊາດ ທີ່ເອີ້ນດິນແດນຂະໜາດນ້ອຍນີ້ວ່າ ເປັນລັກສະນະຂອງກ້ອນຫີນ ກ້ອນໜຶ່ງ ແທນທີ່ຈະແມ່ນເກາະດອນ ໝາຍຄວາມວ່າມັນບໍ່ມີສິດຕໍ່ສ້າງເຂດເສດຖະກິດ ພິເສດ ໃນນ່ານນ້ຳທີ່ຢູ່ອ້ອມຂ້າງນັ້ນ.

ເຮືອທັງ 5 ທີ່​ຂັບໂດຍປະຊາຊົນ 15 ຄົນໄດ້ອອກເດີນທາງອອກຈາກເມືອງ Pingtung ໃນ ພາກໃຕ້ຂອງເກາະ​ໄຕ້ຫວັນ​ເພື່ອເດີນທາງ 10 ວັນໄປສູ່​ເກາະ​ຫີນ Taiping ຫຼື Itu Aba ທີ່​ຕັ້ງຢູ່​ໃນ​ບໍລິ​ເວນໝູ່ເກາະ Spratly ​ໃນທະເລຈີນໃຕ້. ໄຕ້ຫວັນ ແມ່ນກຳລັງມີຄວາມຂັດ ແຍ້ງກັບປະເທດ ຈີນ, ບຣູໄນ, ມາເລເຊຍ, ຫວຽດນາມ ແລະ ຟີລິບປິນ ກ່ຽວກັບ ສິດທິທາງ ນ້ຳທີ່ມີຄວາມກວ້າງ 3 ລ້ານ 5 ແສນ ຕາກິໂລແມັດ.

ທ່ານ Luo Chiang Fei ໂຄສົກຂອງກຸ່ມຄົນຂັບເຮືອຫາປາທີ່ຖືກກໍ່ຕັ້ງຂຶ້ນມາເອງນັ້ນກ່າວ ວ່າ “ພວກເຮົາຈະສະແດງໃຫ້ເຫັນວ່ານີ້ແມ່ນເກາະ, ບໍ່ແມ່ນກ້ອນຫີນ, ແລະ ມັນເປັນ ຂອງ ໄຕ້ຫວັນ.”

ເກາະ Itu Aba, ໃນໝູ່ເກາະ Spratly ທະເລຈີນໃຕ້.
ເກາະ Itu Aba, ໃນໝູ່ເກາະ Spratly ທະເລຈີນໃຕ້.

ສານໄກ່ເກ່ຍສະຫະ​ປະຊາ​ຊາດ​ທີ່​ນະຄອນ Hague ປະເທດ ໂຮນລັງ ໄດ້ປະກາດໃນວັນ ທີ 12 ກໍລະກົດທີ່ຜ່ານມາວ່າ ພວກເຂົາເຈົ້າໄດ້ປະຕິເສດຕໍ່​ພື້ນຖານ​ທາງກົດໝາຍ ​ໃນການ ອ້າງເອົາກຳມະສິດປະມານ 95 ເປີເຊັນ ຂອງທະເລຈີນໃຕ້ທັງໝົດ ໂດຍ ຈີນ. ໄຕ້ຫວັນ ໄດ້ ໃຊ້ການບັນທຶກທາງປະຫວັດສາດອັນດຽວກັນ ທີ່ອ້າງໂດຍ ຈີນ ເພື່ອມາຄ້ຳຊູການກ່າວ ອ້າງຂອງຕົນ. ສານຍັງໄດ້ກ່າວວ່າ ເກາະດອນຈຳນວນຫຼາຍ, ລວມທັງເກາະ Taiping ເຊິ່ງມີລວງຍາວ 1,400 ແມັດ ແລະ ກວ້າງ 400 ແມັດ, ບໍ່ມີຄຸນ​ນະ​ສົມບັດ​ພຽງພໍສຳລັບ ການເປັນເຂດເສດ ຖະກິດພິເສດ ໃນນ່ານນ້ຳອ້ອມຂ້າງນັ້ນ.

ທັງໄທເປ ແລະ ປັກກິ່ງ ໄດ້ປະນາມຕໍ່ການຕັດສິນດັ່ງກ່າວນັ້ນ, ເຖິງແມ່ນວ່າພວກເຂົາເຈົ້າ ແລະປະ​ເທດ​ອື່ນໆທີ່ອ້າງກຳມະສິດໄດ້ໃຫ້ຮ່ອງ ຮອຍວ່າ ຈະເຮັດວຽກ​ໄປ​ສູ່ການປຶກສາຫາ ລື ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງລົງ. ທະເລດັ່ງກ່າວແມ່ນມີຄຸນຄ່າສຳລັບການປະມົງ, ນ້ຳມັນ, ແກ໊ສທຳມະຊາດ ແລະ ​ເສັ້ນທາງແລ່ນເຮືອທີ່​ສຳຄັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Taiwan South China Sea
please wait

No media source currently available

0:00 0:01:32 0:00

XS
SM
MD
LG