ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ ຍິງ​ປືນ​ເຕືອນ ໃສ່​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຂອງ​ຈີນ


ໃນ​ຮູບ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​​ໄຕ້​ຫວັນ ປະ​ທາ​ນາ​ທິ​ບໍ​ດີ​ໄຊ ອິ້ງ ເຫວິນ ໄດ້​ຟັງ​ລາຍ​ງານ ໃນ​ລະ​ຫວ່າງ​ໄປ​ຢ້ຽມ​ຢາມ​ຄ້າຍ​ກອງ​ທັບ​ເຮືອ ​ທີ່​ເກາະ​ເພັງ​ກູ ຊຶ່ງ​ຕັ້ງຢູ່ນອກ​ແຄມ​ຝັ່ງ​ທະ​ເລ ​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ໄຕ້​ຫວັນ ເມື່ອ​ວັນ​ທີ 30 ສິງ​ຫາ 2022.
ໃນ​ຮູບ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​​ໄຕ້​ຫວັນ ປະ​ທາ​ນາ​ທິ​ບໍ​ດີ​ໄຊ ອິ້ງ ເຫວິນ ໄດ້​ຟັງ​ລາຍ​ງານ ໃນ​ລະ​ຫວ່າງ​ໄປ​ຢ້ຽມ​ຢາມ​ຄ້າຍ​ກອງ​ທັບ​ເຮືອ ​ທີ່​ເກາະ​ເພັງ​ກູ ຊຶ່ງ​ຕັ້ງຢູ່ນອກ​ແຄມ​ຝັ່ງ​ທະ​ເລ ​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ໄຕ້​ຫວັນ ເມື່ອ​ວັນ​ທີ 30 ສິງ​ຫາ 2022.

ໄຕ້​ຫວັນ​ໄດ້​ຍິງ​ປືນ​ເຕືອນ​ ໃສ່​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ​ຂອງ​ຈີນ ທີ່​ບິນ​ເຫວີ່ນ​ຢູ່ນອກ​ເກາະ​ນ້ອຍໆ​ແຫ່ງ​ນຶ່ງ ໃນ​ວັນ​ອັງ​ຄານ​ວານນີ້ ບໍ່​ດົນ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ໄຊ ອິ້ງ​ ເຫວິນ ກ່າວ​ວ່າ ທ່ານ​ນາງ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ໄຕ້​ຫວັນ ເອົາ​ “ມາດ​ຕະ​ການ​ຕອບ​ໂຕ້​ທີ່​ເຂັ້ມ​ແຂງ” ຕໍ່​ອັນ​ທີ່​ທ່ານ​ນາງ​ເອີ້ນ​ວ່າ ການ​ເກາະ​ຜິດ​ຂອງ​ຈີນ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການຂ່າວ​ຣອຍ​ເຕີ້.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ໄດ້​ມີ​ການ​ຍິງ​ປືນ​ເຕືອນ ໃນຊ່ວງ​ເວ​ລາ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ຈີນ ກັບໄຕ້​ຫວັນ. ປັກ​ກິ່ງມອງ​ເຫັນ​ວ່າ ເກາະ​ໄຕ້​ຫວັນ​ເປັນ​ດິນ​ແດນ​ຂອງ​ຕົນ ໃນ​ຂະ​ນະ​ທີ່​ໄຕ້​ຫວັນ​ໄດ້​ໂຕ້​ແຍ້ງ​ຢ່າງ​ແຂງ​ຂັນ​ ໃນ​ການ​ອ້າງ​ເອົາ​ອະ​ທິ​ປະ​ໄຕ​ຂອງ​ຈີນ.

ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລຳ​ດັ່​ງ​ກ່າວ​ໄດ້​ບິນ​ກັບ​ຄືນ​ໄປ​ຈີນ ຫຼັງ​ຈາກ​ຖືກ​ຍິງ​ໃສ່ ອີງ​ຕາມ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ກອງ​ທັບ​ໄຕ້​ຫວັນ.

ໃນ​ລະ​ຫວ່າ​ງ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ​ຈີນ​ກັບ​ໄຕ້​ຫວັນຢູ່​ນັ້ນ ທີ່​ປຶກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ທ່ານ​ເຈກ ຊູ​ລ​ລີ​ວານ ​ຈະ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຈາກ​ຍີ່​ປຸ່ນ ແລະ​ເກົາ​ຫຼີ​ໃຕ້ ໃນ​ວັນ​ພຸດ ແລະ​ວັນ​ພະ​ຫັດ​ ຢູ່​ທີ່​ລັດ​ຮາ​ວາຍ ອີງ​ຕາມ​ການ​ປະ​ກາດ​ຂອງ​ທຳ​ນຽບ​ຂາວ.

ໄຕ້​ຫວັນ​ໄດ້​ຮ້ອງ​ທຸກວ່າ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ໄດ້​ບິ​ນ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃກ້ໆ​ໝູ່​ເກາະ​ໝູ່ດອນ​ນ້ອຍ​ທີ່​ຕົນ​ຄວບ​ຄຸມ​ຢູ່​ສະ​ເໝີ​ມາ ໃກ້ໆ​ກັບ​ແຄມ​ຝັ່ງ​ທະ​ເລ​ຂອງ​ຈີນ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ຂອງ​ປັກ​ກິ່ງ ຊຶ່ງ​ຫຼ້າ​ສຸດ​ແມ່ນ​ຢູ່​ໃນ​ເຂດ​ໝູ່​ເກາະ​ຄິນ​ເມັນ.

ຈີນ​ໄດ້​ທຳ​ການ​ຊ້ອມ​ລົບ​ຢູ່​ອ້ອມ​ເກາະ​ໄຕ້​ຫວັນ ຫຼັງ​ຈາກ​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ໄປ​ຢ້ຽມ​ຢາມ​ປະ​ເທດ​ເກາະ​ດອນ​ດັ່ງ​ກ່າວໃນ​ເດືອນນີ້ ໂດຍ​ບໍ່​ຟັງ​ຄຳ​ເຕືອນ​ຂອງ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG