ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

9 ຄົນເສຍຊີວິດ ໃນເຫດໄຟໄໝ້ ບາກິນດື່ມ ທີ່ໄຕ້ຫວັນ


ແຜນທີ່ໄຕ້ຫວັນ
ແຜນທີ່ໄຕ້ຫວັນ

















ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ທ່ານ​ນຶ່ງ​ກ່າວ​ວ່າ ມີ 9 ຄົນ​ເສຍ​ຊີວິດ​ ແລະ ອີກ12 ຄົນ​ໄດ້​ຮັບ​ບາດ​ເຈັບ​ ເວລາເກີດໄຟໄໝ້ຂຶ້ນ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ໃນ​ບາ​ກິນ​ດື່ມແຫ່ງ​ນຶ່ງ​ໃນ​ເມືອງ Taichung ​ທາງ​ພາກ​ກາງຂອງ​ເກາະ​ໄຕ້​ຫວັນ.

ໄຟ​ໄໝ້​ທີ່​ວ່ານີ້​ໄດ້​ຖືກ​ມອດ​ລົງໂດຍ​ໄວ ​ແຕ່​ມີ​ການພົບ​ເຫັນ​ຊາກ​ສົບ​ທີ່​ຖືກເຜົາໄໝ້ 9 ສົບ​ໃນ​ເສດ​ໄຟ​ໄໜ້ນັ້ນ.

ການ​ສືບສວນ​ໃນ​ຂັ້ນ​ຕົ້ນສະ​ແດງ​ໃຫ້​ເຫັນ​ວ່າ ​ໄຟໄໝ້​ອາດໄດ້​ເລີ້ມ​ຂຶ້ນຈາກ​ວັດຖຸ​ໄວ​ໄຟແບບ​ໃດ​ແບບນຶ່ງ​ທີ່​ນັກ​ເຕັ້ນ​ລໍາ​ໃຊ້ ເວລາ​ທໍາ​ການສະແດງຢູ່​ນັ້ນ.

XS
SM
MD
LG