ງານວາງສະແດງດອກໄມ້ນາໆຊາດ ໄທເປ ຫລື Taipei International Flora Expo ໃຫ້ຄວາມຫວັງທີ່ຈະເປັນ
ງານວາງສະແດງດອກໄມ້ ທີ່ຫຍິ່ງໃຫຍ່ອະລັງການທີ່ສຸດ ໃນບັນດາງານວາງສະແດງດອກໄມ້ ທັງໝົດເທົ່າທີ່ຈັດມາ
ໃນປະຫວັດສາດ. ດັ່ງທີ່ທ່ານ ດຣ. Doeke Faber ປະທານສະມາຄົມຜູ້ຜະລິດຕົ້ນໄມ້ແລະດອກໄມ້ນາໆຊາດ
ໃຫ້ຄໍາເຫັນວ່າ:
“ພວກເຮົາຫວັງວ່າຈະມີຫລາຍລ້ານຄົນເຂົ້າມາຊົມ
ງານມະຫະກໍາຂອງ ພວກເຮົາ. ນັ້ນຄື ປະສົບການ
ຂອງຂ້າພະເຈົ້າໃນໄລຍະ 50 ປີຜ່ານມາ ແລະ ຂ້າ
ພະເຈົ້າກໍບໍ່ໄດ້ໄປເຫັນທັງໝົດ ແຕ່ວ່າໃນເຈັ້ຍສໍແລ້ວ
ງານມະຫະກໍາຄັ້ງນີ້ ຖືວ່າດີທີ່ສຸດເທົ່າທີ່ພວກເຮົາໄດ້ ມີມາເທົ່າເຖິງເວລານີ້.”
ຜາມຫລືຕຶກວາງສະແດງ 14 ຕຶກ ຢູ່ໃນບໍລິເວນງານນັ້ນ ແມ່ນກວາມເອົາເນື້ອທີ່ 91 ເຮັກ
ຕາ ແລະ ເນັ້ນເຖິງສະຖາປັດຕະຍະກໍາ ແລະ ການວາງສະແດງທີ່ລໍ້າສະໄໝ. ຜາມວາງສະ
ແດງອັນນຶ່ງ ຊຶ່ງມີຊື່ວ່າ ຜາມແຫ່ງແຟຊັນໃໝ່ ຫລື pavillion of new fashion ນັ້ນ
ແມ່ນເປັນອາຄານທໍາອິດ ທີ່ໄດ້ຖືກສ້າງຂຶ້ນໂດຍໃຊ້ຂີ້ເຫຍື້ອເຮັດລ້ວນໆ ຄືໃຊ້ແກ້ວນໍ້າ PET
ທີ່ເອົາມາໝຸນໃຊ້ໃໝ່ 1 ລ້ານ 5 ແສນໜ່ວຍ ແລະອີກຜາມນຶ່ງທີ່ໂດດເດ່ນນັ້ນກໍຄື ຜາມ
ແຫ່ງຄວາມຝັນ ຫລື pavillion of dreams ຊຶ່ງເຮັດໃຫ້ຜູ້ເຂົ້າຊົມມີຄວາມຮູ້ສຶກຄືກັນກັບ
ເປັນໂຕແມງຄັບ ທີ່ບິນຢູ່ຖ້າມກາງດອກໄມ້ ຂະນະທີ່ເຂົ້າເຈົ້າເດີນທາງຜ່ານໂລກທີ່ຫ້ອມລ້ອມ
ໄປດ້ວຍດອກໄມ້ ແລະແລ່ນຜ່ານທະເລກ້ອນເມກເຝື້ອ ອັນກວ້າງໃຫຍ່.
ເຈົ້າຄອງນະຄອນໄທເປ ທ່ານ Hau Lung-bin ເວົ້າວ່າ ງານມະຫະກໍາດອກໄມ້ດັ່ງກ່າວນີ້
ເປັນໂອກາດດີ ທີ່ຈະເຮັດໃຫ້ຊາວໂລກໄດ້ເຫັນໄຕ້ຫວັນ. ທ່ານກ່າວຢໍ້າອີກວ່າງານນີ້ ແມ່ນ
ສະແດງໃຫ້ເຫັນເຖິງຄວາມສໍາພັນອັນສວຍງາມ ລະຫວ່າງຄົນກັບທໍາມະຊາດ ແລະມັນຍັງ
ເປັນການສະແດງອອກເຖິງຄວາມສາມາດ ໃນການຈັດງານວາງສະແດງ ທີ່ເນັ້ນເຖິງການປົກ
ປ້ອງສິ່ງແວດລ້ອມ, ເທັກໂນໂລຈີທີ່ທັນສະໄໝ ແລະການມີຫົວຄິດປະດິດສ້າງຂອງໄຕ້ຫວັນ ນໍາອີກ.
ງານວາງສະແດງດັ່ງກ່າວນີ້ ຈະດໍາເນີນໄປເປັນເວລາ 6 ເດືອນ ຈົນຮອດວັນທີ 25 ເດືອນ
ເມສາ ແລະປະກອບມີການສະແດງ 7 ພັນລາຍການ ເຊັ່ນການຮ້ອງເພັງຂອງພວກເດັກ
ນ້ອຍທີ່ມີພອນສະຫວັນອັນໂດດເດ່ນ ໃນພິທີເປີດເມື່ອວັນເສົາທີ່ຜ່ານມານີ້.