ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Chen Shiu-bian ​ໄດ້​ຮັບ ການ​ປ່ອຍ​ໂຕ​ຊົ່ວຄາວ ເພື່ອອອກມາ ປິ່ນປົວພະຍາດ


ພາບນີ້ ເມື່ອວັນທີ 6 ມັງກອນ ປີ 2012 ອະດີດ​ປະທານາທິບໍດີ ໄຕ້​ຫວັນ Chen Shui-bian ໄດ້ຮັບອະນຸຍາດປ່ອຍໂຕຊົ່ວຄາວ ເພື່ອໄປເຂົ້າຮ່ວມພິທີໄວ້ອາໄລ ແກ່ແມ່ເຖົ້າຂອງທ່ານ ພ້ອມກັບ ພັນລະຍາຢູ່ຄຽງຂ້າງ.
ພາບນີ້ ເມື່ອວັນທີ 6 ມັງກອນ ປີ 2012 ອະດີດ​ປະທານາທິບໍດີ ໄຕ້​ຫວັນ Chen Shui-bian ໄດ້ຮັບອະນຸຍາດປ່ອຍໂຕຊົ່ວຄາວ ເພື່ອໄປເຂົ້າຮ່ວມພິທີໄວ້ອາໄລ ແກ່ແມ່ເຖົ້າຂອງທ່ານ ພ້ອມກັບ ພັນລະຍາຢູ່ຄຽງຂ້າງ.

ອະດີດ​ປະທານາທິບໍດີໄຕ້​ຫວັນ ທ່ານ Chen Shiu-bian ​ໄດ້​ຮັບ
​ການ​ປ່ອຍ​ໂຕ​ອອກ​ຈາກ​ຄຸກ​ຊົ່ວຄາວ ຍ້ອນ​ເຫດຜົນທາງ​ການ​ແພດ
​ເພື່ອອອກ​ມາ​ປິ່ນປົວພະຍາດຫລາຍ​ຢ່າງ ຫຼັງຈາກ​ທີ່​ໄດ້​ຮັບ​ໃຊ້​ໂທດ
ມາ​ເກືອບ 6 ປີ​ແລ້ວ ​ໃນ​ຈຳນວນ 20 ປີ ສຳ​ຫລັບໂທດ​ສໍ້​ລາດ​
ບັງ​ຫລວງ.

ກະຊວງ​ຍຸດຕິ​ທຳ​ຂອງ​ໄຕ້​ຫວັນ ກ່າວໃນ​ວັນ​ຈັນ​ມື້​ນີ້ ວ່າ ທິມນັກ
​ການ​ແພດ​ທີ່​ເປັນ​ອິດສະຫຼະ ຈະທຳ​ການຮັກສາປິ່ນປົວ​ທ່ານ Chen
ທີ່​ເປັນ​ໂຣກຊຶມ​ເສົ້າທີ່​ຮ້າຍ​ແຮງ ​ແລະ​ ສົງ​ໄສ​ກັນ​ວ່າທ່ານເປັນ​ໂຣກ
ເສ້ນປະສາດ​ກະຕຸກ ຫລື Parkinson ​ແລະ​ພະຍາດ​ອື່ນໆ​ອີກ ທີ່​
ບໍ່​ສາມາດ​ປິ່ນປົວ​ໄດ້ ຢູ່​ໃນ​ຄຸກ. ທ່ານຈະ​ຕ້ອງ​ກັບ​ຄືນໄປ​ເຂົ້າ​ຄຸກ
ພາຍ​ໃນ​ໜຶ່ງເດືອນ ຖ້າ​ຫາກ ການກວດ​ສຸຂະພາບພົບ​ວ່າ ທ່ານ​ມີ​ສຸຂະພາບ​ດີ.

ທ່ານ Chen ​ໄດ້​ຖືກ​ດຳ​ເນີນ​ຄະດີ ບໍ່​ດົນຫລັງ​ຈາກ ສະ​ໄໝການ​ດຳລົງ​ຕຳ​ແໜ່​ງ ປະທານາ​ທິບໍດີ​ຂອງ​ທ່ານ ​ແຕ່ປີ 2000 ຫາ 2008 ສິ້ນ​ສຸດ​ລົງ. ທ່ານຖືກສານ​ຕັດສິນ​ວ່າ​ຜິດ ​ໃນເດືອນ​ ກັນຍາ ປີ 2009 ​ໃນ​ຂໍ້ຫາ ມີ​ສ່ວນ​ກ່ຽ​ວພັນ​ກັບ​ການ​ຮັບ​ສິນ​ບົນ ຈຳນວນ 20 ລ້ານດອລລ່າ ຊຶ່ງ​ເຮັດ​ໃຫ້​ທ່ານ​ເປັນ​ອະດີດປະທານາທິບໍດີ​ໄຕ້​ຫວັນ​ຄົນ​ທຳ​ອິດ ທີ່​ໄດ້​ຮັບ​ໃຊ້​ໂທດ ​ສຳ​ຫລັບ​ການ​ກະທຳ​ຜິດ​ໃນ​ຂະນະ​ທີ່​ດຳລົງ​ຕຳ​ແໜ່​ງຢູ່​ນັ້ນ. ພັນລະ​ຍາ​ຂອງ​ທ່ານ ​ແລະ ສະມາຊິກ​ຄອບຄົວ​ອີກ 2 ຄົນ ກໍໄດ້​ຖືກ​ຕັດ​ສິນ​ວ່າ ມີ​ຄວາມຜິດ​ເຊັ່ນ​ກັນ.

TAIWAN CHEN PAROLE VIDEO
please wait

No media source currently available

0:00 0:00:51 0:00

XS
SM
MD
LG