ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນໄຕ້ຫວັນ ຖືກຈັບ ໃນຂໍ້ຫາເປັນສາຍລັບໃຫ້ຈີນ


ປະທານາທິບໍດີ MA YINGJIUແຫ່ງໄຕ້ຫວັນ.
ປະທານາທິບໍດີ MA YINGJIUແຫ່ງໄຕ້ຫວັນ.

ໄຕ້​ຫວັນ​ໄດ້​ຈັບ​ກຸມນາຍ​ທະຫານ​ຂັ້ນ​ສູງ​ທ່ານ​ນຶ່ງ​ໃນ​ຂໍ້​ຫາ​ທໍາ​ການ​ສອດ​ແນມ​ໃຫ້​ຈີນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ພົນ​ຕີ Lo Hsein-che ​ໄດ້​ຖືກ​ຈັບ​ ​ຫລັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ໄດ້ທໍາ​ການຊອກ​ຄົ້ນ​ໃນ​ຫ້ອງການ​ແລະ​ໃນ​ບ້ານ​ພັກ​ຂອງ​ທ່ານ​ໃນ​ທ້າຍເດືອນ​ແລ້ວ​ນີ້ ​ແລະວ່າ ນາຍ​ພົນ Lo ​ໄດ້​ຖືກເກນ​ເປັນ​ສາຍ​ລັບ​ໃຫ້​ປັກ​ກິ​ງ​ໃນ​ປີ 2002 ຊຶ່ງ​ເວລາ​ນັ້ນ ທ່ານ​ປະ​ຈໍາການ​ຢູ່​ໃນ​ຕ່າງປະ​ເທດ.

ລາຍ​ງານ​ຂ່າວ​ຈາກ​ໄຕ້​ຫວັນ​ເວົ້າ​ວ່າ ນາຍ​ພົນ Lo ​ໄດ້​ໄປປະ​ຈໍາ​ການ​ຢູ່ໃນ​ສະຫະລັດ​ເວລາ​ທ່ານ​ຖືກຈ້າງເປັນ​ສາຍ​ລັບ ​ແລະ​ໄດ້​ໃຫ້​ຂ່າວ​ຂໍ້​ມູນ​ລັບ​ກ່ຽວ​ກັບ​ລະ​ບົບການ​ສື່ສານ​ທາງ​ທະຫານ​ຂອງ​ໄຕ້​ຫວັນມາ​ຈົນ​ຮອດ​ເວລາ​ທ່ານ​ກັບ​ຄືນ​ໄຕ້​ຫວັນ​ໃນ​ປີ 2005.

ນາຍ​ພົນ Lo ​ເປັນ​ນາຍ​ທະຫານ​ຂັ້ນ​ສູງ​ສຸດ​ຂອງ​ໄຕ້​ຫວັນ​ ທີ່​ຖືກ​ກ່າວ​ຫາ​ວ່າ​ເປ​ນສອດ​ແນມ​ ​ນັບ​ແຕ່​ຊຸມ​ປີ 1960 ​ເປັນ​ຕົ້ນ​ມາ.

XS
SM
MD
LG