ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ຜົນ​ຂອງການ​ເລືອກ​ຕັ້ງ​ໃນໄຕ້​ຫວັນ ໄດ້ກົດ​ດັນ​ໃຫ້​ພັກ​ທີ່​ປົກ​ຄອງ​ປະ​ເທດ ຢູ່​ໃນ​ຂະ​ນະ​ນີ້ ເອົາ​ບາດ​ກ້າວ ຕໍ່​ຈີນ


ປະ​ທາ​ນາ​ທິ​ບໍ​ດີໄຕ້​ຫວັນ ທ່ານ​ນາງ Tsai Ing-wen ​ແລະ​ພັກ Democratic Progressive Party (DPP) ຜູ້​ສະ​ໝັກ​ທ່ານ Pasuya Yao ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ ທີ່​ນະ​ຄອນ​ໄຕ​ເປ, ໄຕ້​ຫວັນ, 3 ສິງ​ຫາ 2018.
ປະ​ທາ​ນາ​ທິ​ບໍ​ດີໄຕ້​ຫວັນ ທ່ານ​ນາງ Tsai Ing-wen ​ແລະ​ພັກ Democratic Progressive Party (DPP) ຜູ້​ສະ​ໝັກ​ທ່ານ Pasuya Yao ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ ທີ່​ນະ​ຄອນ​ໄຕ​ເປ, ໄຕ້​ຫວັນ, 3 ສິງ​ຫາ 2018.

ພັກ​ທີ່ປົກ​ຄອງ​ປະ​ເທດ​ ໄຕ້​ຫວັນ ຢູ່​ໃນຂະ​ນະ​ນີ້ ໄດ້​ຮັບ​ຂໍ້​ຄວາມ​ໃນ​ອາ​ທິດ​ນີ້ທີ່​ໄດ້​ສະ​ແດງ
​ອອກ​ເຖິງ​ຄວາມ​ປະ​ສົບ​ຜົນ​ສຳ​ເລັດ​ຫຼາຍກວ່າ​ນີ້ ທີ່​ຮວມ​ທັງການ​ພົວ​ພັນ​ກັບ​ເກາະທີ່​
ເກົ່າ​ແກ່​ຂອງ​ຈີນ, ໃນ​ຂະ​ນະ​ທີ່​ຝ່າຍ​ຄ້ານ ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ.

ພັກ Democratic Progressive ຂອງ​ປະ​ທາ​ນາ​ທິ​ບໍ​ດີ Tsai Ing-wen ໄດ້​ເສຍ​ໄຊ
​ທັງ​ໝົດ, ແຕ່​ວ່າ ໃນ​ບ່ອນ​ນັ່ງ​ທີ່​ສຳ​ຄັນ ທັງ 6 ຂອງ​ປະ​ເທດ ໃນວັນ​ເສົາ​ຜ່ານ​ມາ​ນີ້,
ການ​ທົດ​ລອງ​ຂອງ​ການເລືອກ​ຕັ້ງ​ຄັ້ງ​ທຳ​ອິດ ຂອງ​ການ​ເລືອກຕັ້ງປະ​ທາ​ນາ​ທິ​ບໍ​ດີ
ໃນ​ຮອບ 2 ປີ. ບ່ອນ​ນັ່ງ 15 ບ່ອນ ເປັນ​ຂອງ​ຝ່າຍ​ຄ້ານທີ່​ຕ້ອງ​ການ​ທີ່​ຈະ​ພົວ​ພັນ​ຢ່າງ​
ໃກ້​ຊິດ ກັບ​ຈີນ. ພັກ​ການ​ເມືອງ​ທີ່​ປົກ​ຄອງ​ປະ​ເທດ ທີ່​ໃຫ້​ການ​ສຶກ​ສາໃຫ້​ເບິ່ງ​ໄກ​ອອກ​ໄປ.

ຈີນ ອ້າງ​ເອົາ​ອະ​ທິ​ປະ​ໄຕ​ຂອງ​ໄຕ​ຫວັນ ທີ່​ປົກ​ຄອງ​ຕົນ​ເອງ​ນັ້ນ, ທີ່​ສາ​ມາດ​ສ້າງ​ຄວາມ​
ເ​ຄັ່ງ​ຕຶງ ລະ​ຫວ່າງ​ສອງ​ຝ່າຍ ໃນ​ຮອບ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ.

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ໃນ​ປີ​ນີ້ ໃນ​ປີ 2018 ຖ້າ​ຫາກວ່າ ພັກ Nationalists ໄດ້​ຊະ​ນະ
​ໃນໄຕ້​ຫວັນ ແລະ​ການ​ເລືອກ​ຕັ້ງທັງ​ປະ​ເທດ, ທີ່​ໄດ້​ຮັບ​ຄຳ​ເຕືອນ​ທີ່​ກະ​ທົບ ໃນ​ອຳ​ນາດ​
ຂອງ​ພັກ ທີ່​ຈະ​ສາ​ມາດ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຮັດ​ຜິດ​ພາດ
ໃນ​ຮອບ 2 ປີ ຜ່ານ​ມາ,”
ຊຶ່ງ​ທ່ານ ຫົວ ໄວ້-ຈີ ໄວ 40 ປີຜູ້​ລົງ​ຄະ​ແນນ ຊາວ​ໄຕເປ
ທີ່ນັກຊ່ຽວ​ຊານການຕະ​ຫຼາດ ໄດ້​ກ່າວ​ໄວ້.

​ທ່ານ​ນາງ Tsai ໄດ້​ລົງ​ອອກ​ຈາກ​ຕຳ​ແໜ່ງ ໃນ​ແລງວັນ​ເສົາ​ຜ່ານ​ມາ​ນີ້ ​ໃນ​ຖາ​ນະ​ທີ່​ເປັນ​
ຫົວ​ໜ້າພັກ ເຖິງ​ແມ່ນ​ວ່າ ຍັງ​ຍຶດ​ໝັ້ນ​ຢູ່​ໃນ​ຕຳ​ແໜ່ງ​ປະ​ທາ​ນາ​ທິດ​ບໍ​ດີທີ່​ຮັບ​ບົດ​ບາດ​
ໃນ​ອັນ​ທີ່ ​ທ່ານ​ນາງ​ອະ​ທິ​ບາຍ​ວ່າ “ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ເຕັມ​ປ່ຽມ” ສຳ​ຫຼັບ​ການ​ເລືອກ​
ຕັ້ງ​ທີ່​ເສຍ​ໄຊ​ນັ້ນ. ການປະ​ກົດ​ຕົວ​ທຳ​ອິດ ແມ່ນ​ຮວມ​ທັງ ການ​ສະ​ເໜີ​ໃຫ້​ລາ​ອອກ
ແລະຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ເລືອກ​ຕັ້ງໄດ້​ຢຸດເຊົາ ຕໍ່​ຂັ້ນ ​ຕອນ​ການ​ນັບ​ບັດ
​ທີ່​ເຊືີ່ອງ​ຊ້າ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG