ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປ່ອນບັດ ຢູ່ທີ່ເກາະໄຕ້ຫວັນ ສິ້ນສຸດລົງແລ້ວ


ປະທານາທິບໍດີໄຕ້ຫວັນ ທ່ານ Ma Ying-jeou ປະກາດໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີ (14 ມັງກອນ 2012)
ປະທານາທິບໍດີໄຕ້ຫວັນ ທ່ານ Ma Ying-jeou ປະກາດໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີ (14 ມັງກອນ 2012)

ການ​ປ່ອນ​ບັດ​ໄດ້​ອັດ​ລົງ​ແລ້ວທີ່​ເກາະ​ໄຕ້​ຫວັນ ບ່ອນ​ທີ່ໃນ​ວັນ​ເສົາ​ມື້ນີ້ປະຊາຊົນໄດ້​ພາກັນ
​ໄປໃຊ້​ສິດ​ໃຊ້​ສຽງ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ທີ່​ມີ​ຄະ​ແນນ​ສຽງໃກ້​ຄຽງ​ກັນຊຶ່ງ​ໄດ້​ຮັບ​
ຄວາມສົນ​ໃຈ​ເປັນ​ພິ​ເສດ​ທັງຢູ່​ໃນ​ສະຫະລັດ​ແລະ​ປະ​ເທດ​ຈີນ.

ປະທານາທິບໍດີ Ma Ying-jeou ​ໄດ້​ປະ​ເຊີນ​ໜ້າ​ ກັບ​ທ່ານນາງ Tsai Ing-wen ຄູ່​ແຂ່ງ
ຄົນສຳຄັນຈາກ​ພັກ​ປະຊາທິປະ​ໄຕ​ກ້າວໜ້າ ຜູ້​ທີ່​ຕ້ອງການ​ຢາກ​ຈະ​ເປັນ​ປະທານາທິບໍດີ
ແມ່ຍິງຄົນທຳ​ອິດຂອງ​ເກາະ​ໄຕ້​ຫວັນ.

ທ່ານ Ma ຊຶ່ງ​ລັດຖະບານ​ພັກ​ຈີນ​ຄະນະ​ຊາດ​ຂອງ​ທ່ານ​ ໄດ້​ນຳ​ພາ​ໃຫ້​ມີການສ້າງ​ຕັ້ງສາຍ​ພົວ
ພັນ​ທາງ​ດ້ານ​ເສດຖະກິດ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ກັບ​ຈີນ​ນັ້ນໂຕ້​ແຍ້​ງວ່ານະ​ໂຍບາຍ​ຂອງ​ທ່ານ
ເປັນ​ຜົນ​ດີ​ສຳລັບ​ປະຊາຊົນ​ຊາວ​ໄຕ້​ຫວັນ.

ທ່ານ​ໄດ້​ກ່າວ​ເຕືອນ​ພວກ​ສະໜັບສະໜຸນ​ວ່າ ນະ​ໂຍບາຍ​ຂອງ​ທ່ານຊຶ່ງ​ຮວມທັງ​ຂໍ້​ຕົກລົງການ
ຄ້າ​ເສລີ​ນັ້ນ​ ໄດ້​ຊ່ອຍ​ເປີດ​ກວ້າງ​ ຕະຫຼາດທີ່​ກວ້າງຂວາງ​ຂອງ​ຈີນ​ໃຫ້​ແກ່ອຸສາ​ຫະກຳຮາ​ຍ​ເທັກ​
ຂອງ​ໄຕ້​ຫວັນ.

ແຕ່​ທ່ານ​ນາງ Tsai ​ໃນ​ການ​ໂຮມ​ຊຸມນຸມ​ຂະໜາດ​ໃຫຍ່ ​ສະໜັບສະໜຸນ​ທ່ານ​ນາງນັ້ນ ​ໄດ້​ຊີ້​
ໃຫ້​ເຫັນ​ເຖິງ​ຄວາມ​ຫຼຸດ​ໂຕນທາງ​ດ້ານ​ລາຍ​ໄດ້​ລະຫວວາງ​ພວກ​ຄົນ​ຮັ່ງ​ແລະ​ພວກ​ຄົນ​ທຸກ​ແລະ
ທຳນາຍ​ວ່າ ທ່ານ​ນາງ​ຈະ​ຖືກ​ເລືອກ​ດ້ວຍການ​ໄດ້​ຮັບ​ສິດອຳນາດ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຊາວ​
ໄຕ້​ຫວັນ​ມີ​ຄວາມ​ຮູ້ສຶກວ່າ​ຕົນມີ​ຄວາມ​ປອດ ​ໄພ​ເພີ່ມຂຶ້ນ.

ໃນ​ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ​ເທື່ອ​ລ່າ​ສຸດ ໃນ​ອາທິດ​ແລ້ວນີ້ທ່ານ​ນາງ Tsai ມີ​ຄະ​ແນນຫຼຸດ
ທ່ານ Ma ​ແຕ່​ພຽງ 3% ທໍ່​ນັ້ນ.

ການ​ເລືອກ​ຕັ້ງທີ່​ວ່າ​ນີ້​ໄດ້​ມີ​ການ​ຈັບ​ຕາ​ເບິ່ງ​ຢ່າງ​ໃກ້ຊິດ​ໂດຍ​ປັກ​ກິ່ງ ບ່ອນ​ທີ່​ເຈົ້າໜ້າ​ທີ່​ຈີນ​ຫວັງ​
ວ່າທ່ານ Ma ຈະ​ສາມາດ​ໄດ້​ຮັບ​ໄຊຊະນະ. ຄວາມ​ສຳພັນ​ລະຫວ່າງ​ຈີນ​ກັບໄຕ້​ຫວັນໄດ້​ຕົກ​ສູ່​
ລະດັບ​ຕໍ່າ​ສຸດ​ໃນ​ລະຫວ່າງ​ການ​ປົກຄອງ​ຊຸດ​ກ່ອນ ​ໂດຍພັກປະຊາທິປະ​ໄຕ​ກ້າວໜ້າ​ຂອງ​ທ່ານ​
ນາງ Tsai ຊຶ່ງ​ມີ​ຄວາມເຫັນ​ອົກ​ເຫັນ​ໃຈ​ ຫຼາຍກວ່າ​ພັກ​ຈີນ​ຄະນະ​ຊາດ ຕໍ່​ການ​ຮຽກຮ້ອງ​ເພື່ອ​
ຄວາມ​ເປັນ​ເອກ​ກະລາດຂອງ​ໄຕ້​ຫວັນນັ້ນ.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃນ​ເທື່ອ​ນີ້ ກໍ​ມີ​ຄວາມ​ກ່ຽວຂ້ອງ​ກັບ​ສະຫະລັດ​ຄື​ກັນ ​ຍ້ອນສະຫະລັດ​ມີ
ພັນທະ​ຕາມ​ກົດໝາຍ​ ທີ່​ຈະ​ຕ້ອງ​ໃຫ້ການ​ສະໜັບສະໜຸນ​ແກ່​ໄຕ້​ຫວັນ ໃນ​ກໍລະນີ​ທີ່​ເກີດ​ການ
ຂັດ​ແຍ້​ງຂຶ້ນກັບ​ຈີນ. ປັກ​ກິ່ງ​ຖື​ວ່າໄຕ້​ຫວັນ​ເປັນ​ແຂວງ​ນຶ່ງ​ທີ່​ແຍກ​ອອກ​ຈາກ​ຈີນແລະ​ໄດ້​ຂູ່​ວ່າ​ຈະ​
ໃຊ້​ກຳລັງ​ທະຫານ ​ໃນ​ກໍ​ລະ​ນີທີ່​ມີ​ການ​ປະກາດ​ເອກ​ກະລາດຈາກ​ຈີນ.

ຜົນ​ການ​ເລືອກ​ຕັ້ງຈະ​ມີ​ການ​ປະກາດ​ໃຫ້​ຮູ້​ໃນ​ຕອນ​ແລງ​ຂອງ​ວັນ​ເສົາ​ມື້ນີ້.

XS
SM
MD
LG