ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດແຜ່ນດິນໄຫວ ຮ້າຍແຮງ ທີ່ເກາະ ໄຕ້ຫວັນ (ວີດີໂອ)


ເກີດ​​ແຜ່ນ​ດິນ​ໄຫວ​ຢ່າ​ງ​ແຮງ​ຢູ່​ໃນ​ເຂດ​ຊົນນະບົດ ທາງ​ພາກ​ກາງຂອງ​ເກາະໄຕ້ຫວັນ ​ໃນ​ວັນ​ພຸດ​ມື້​ນີ້
ເກີດ​​ແຜ່ນ​ດິນ​ໄຫວ​ຢ່າ​ງ​ແຮງ​ຢູ່​ໃນ​ເຂດ​ຊົນນະບົດ ທາງ​ພາກ​ກາງຂອງ​ເກາະໄຕ້ຫວັນ ​ໃນ​ວັນ​ພຸດ​ມື້​ນີ້
ບັນດາ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ ກ່າວ​ວ່າ ​ເກີດແຜ່ນ​ດິນ​ໄຫວ​ຢ່າ​ງ​ແຮງ​
ຢູ່​ໃນ​ເຂດ​ຊົນນະບົດ ທາງ​ພາກ​ກາງຂອງ​ປະ​ເທດ ​ໃນ​ວັນ​ພຸດ​ມື້​ນີ້
ຊຶ່ງ​ໄດ້​ສັ່ນ​ສ​ະ​ເທືອນຕຶກ​ອາຄານຕ່າງໆ ​ເຮັດ​ໃຫ້ພວກ​ເດັກນ້ອຍ
​ໂຮງຮຽນ​ຕ້ອງ​ແລ່ນ​ອອກ​ໄປ​ຂ້າງ​ນອກ ​ແລະ​ໄດ້ຮັບ​ບາດ​ເຈັບຢ່າງ
​ໜ້ອຍ 20 ຄົນ.

ອົງການ​ຂ່າວ Reuter ອ້າງ​ຄໍາເວົ້າຈາກຫ້ອງການຮັບ​ມື​ກັບ​ເຫດ
ການ​ສຸກ​ເສີນ​ທ້ອງ​ຖິ່ນ​ ທີ່​ກ່າວ​ວ່າ ຄົນ​ນຶ່ງ​ໄດ້​ເສຍ​ຊີວິດຍ້ອນຝາ
ພັງ​ລົງ​ມາທັບ.

ອົງການ​ທໍລະນີ​ວິ​ທະຍາສະຫະລັດ ລາຍ​ງານ​ວ່າ ໄດ້​ເກີດແຜ່ນດິນ​
ໄຫວ​ ທີ່​ມີ​ຄວາມແຮງ 6.0 ​ແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ລາຍ​ງານ​ວ່າ
ມັນ​ໄດ້​ສັ່ນ​ສະ​ເທືອນ​ໄປ​ທົ່ວ​ເກາະ​ໄຕ້​ຫວັນ.

ຕຶກອາຄານຕ່າງໆ​ໄດ້ໄກວ​ໄປມາ ​ຢູ່​ໃນ​ນະຄອນ​ຫລວງ​ໄທເປ ​ແລະ​
ພາກສ່ວນ​ຂອງ​ທາງ​ລົດ​ໄຟ​ດ່ວນ ​ໄດ້ໂຈະ​ໃຫ້​ບໍລິ​ການ​ເປັນ​ການ​ຊົ່ວ ຄາວເພື່ອ​ທໍາ​ການກວດ​ກາ​ເບິ່ງຄວາມ​ເສຍ​ຫາຍ.

Taiwan Earthquake
please wait
Embed

No media source currently available

0:00 0:00:58 0:00


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໃກ້​ກັບ​ສູນ​ກາງ ​ບ່ອນ​ເກີດແຜ່ນດິນ​ໄຫວ ​ໃນ ​ເຂດ​ເມືອງ Nantou ນັ້ນພາກສ່ວນ​ເພດານ​ຂອງ​ຫ້ອງການ​ລັດ​ຖະບານ ໄດ້​ພັງລົງ​ມາ​ ເຮັດ​ໃຫ້ພະນັກງານ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ.

​ແຜ່ນດິນ​ໄຫວ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ເກີດ​ຂື້ນໃກ້​ໆ​ກັບ​ບ່ອນ​ທີ່ເຄີຍເກີດ​ແຜ່ນ ດິນ​ໄຫວທີ່​
ມີ​ຄວາມແຮງ 7.6 ຊຶ່ງເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດຫລາຍ​ກວ່າ 2,300 ຄົນ ​ໃນ​ປີ 1999.
​ແຜ່ນດິນ​ໄຫວແມ່ນມັກ​ເກີດ​ຂຶ້ນ​ເລື້ອຍໆ​ຢູ່ທີ່ໄຕ້​ຫວັນ​ ​ແຕ່​ສ່ວນ​ຫລາຍ​ບໍ່​ຮ້າຍ​ແຮງ
​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ພຽງ​ເລັກ​ນ້ອຍ ຫລື​ບໍ່​ມີ​ເລີ​ຍ.
XS
SM
MD
LG