ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 10 ຄົນ ໄດ້ຮັບການຢືນຢັນວ່າ ເສຍຊີວິດ ແລະ 200 ຄົນ ບາດເຈັບ ຍ້ອນແຜ່ນດິນໄຫວ ຢູ່ໄຕ້ຫວັນ


​​​​​​ຄະນະອອກຄົ້ນຫາແລະພວກນັກກູ້ໄພ ໃນຕຶກທີ່ອຽງ ຫຼັງຈາກ
ແຜ່ນດິນໄຫວ ປະທະເຂດຮົວລຽນ, ໃນພາກຕາເວັນອອກ ຂອງໄຕ້ຫວັນ, 7 ກຸມພາ 2018.
​​​​​​ຄະນະອອກຄົ້ນຫາແລະພວກນັກກູ້ໄພ ໃນຕຶກທີ່ອຽງ ຫຼັງຈາກ ແຜ່ນດິນໄຫວ ປະທະເຂດຮົວລຽນ, ໃນພາກຕາເວັນອອກ ຂອງໄຕ້ຫວັນ, 7 ກຸມພາ 2018.

ຄະນະອອກຄົ້ນຫາແລະພວກນັກກູ້ໄພ ໃນພາກຕາເວັນອອກຂອງໄຕ້ຫວັນ ຍັງສືບຕໍ່
ຂຸດຄົ້ນຊາກຫັກພັງຂອງຕຶກອາຄານບ້ານພັກ ທີ່ໄດ້ພັງລົງໃນບາງສ່ວນ ຈາກແຜ່ນດິນ
ໄຫວທີ່ປະທະຂົງເຂດໃນວັນອັງຄານຜ່ານມານີ້. ໄດ້ມີການຢືນຢັນແລ້ວວ່າ ມີ 10 ຄົນ ໄດ້ເສຍຊີວິດຈາກໄພພິບັດຄັ້ງນີ້.

ຕຶກອາຄານ ຢັນ ເມັນ ສຸ້ຍ ຕີ ສູງ 12 ຊັ້ນ ທີ່ເປັນສະຖານທີ່ ທີ່ນິຍົມຂອງພວກນັກ
ທ່ອງທ່ຽວຈາກ ຮົວລຽນ ໄດ້ຖືກປະຖິ້ມໄວ້ ໃນມຸມທີ່ເປັນອັນຕລະລາຍ ຈາກແຜ່ນ
ດິນໄຫວທີ່ມີຄວາມແຮງແທກໄດ້ 6.4 ເຣັກເຕີນັ້ນ. ການຊອກຄົ້ນຫາ ພວກທີ່ອາດ
ລອດຊີວິດ ຈາກຕຶກທີ່ອຽງແມ່ນໄດ້ຊັກຊ້າລົງ ຍ້ອນ ການສັ່ນສະເທືອນ ທີ່ຕິດຕາມ
ມາ ທີ່ເອີ້ນວ່າ aftershocks ຫຼາຍວ່າ 100 ຄັ້ງ ທີ່ມີຂຶ້ນຕະຫຼອດທັງວັນພຸດວານນີ້
ຊຶ່ງຍັງຜົນໃຫ້ທີມງານກູ້ໄພ ໄດ້ໜີອອກໄປຈາກເຂດທີ່ມີຊາກຫັກພັງຢ່າງຮີບດ່ວນ ເພື່ອຄວາມປອດໄພ.

ພວກກູ້ໄພ ພາກັນຫາມພວກທີ່ພົບເຫັນ ຈາກຕຶກທີ່ຖະຫລົ່ມ ຫຼັງຈາກທີ່ແຜ່ນດິນໄຫວ ປະທະເຂດຮົວລຽນ, ພາກຕາເວັນອອກ ຂອງໄຕ້ຫວັນ, 8 ກຸມພາ 2018.
ພວກກູ້ໄພ ພາກັນຫາມພວກທີ່ພົບເຫັນ ຈາກຕຶກທີ່ຖະຫລົ່ມ ຫຼັງຈາກທີ່ແຜ່ນດິນໄຫວ ປະທະເຂດຮົວລຽນ, ພາກຕາເວັນອອກ ຂອງໄຕ້ຫວັນ, 8 ກຸມພາ 2018.

​ໄດ້ມີຜູ້ຄົນຫຼາຍກວ່າ 250 ຄົນ ໄດ້ຮັບ ບາດເຈັບ ໃນເຫດແຜນດິນໄຫວຂອງ ວັນອັງຄານຜ່ານມານີ້ ແລະມີຢ່າງນ້ອຍ
60 ຄົນ ທີ່ຍັງຫາຍສາບສູນຢູ່. ມີຢ່າງ
ນ້ອຍ 3 ຄົນ ຂອງພວກທີ່ເສຍຊີວິດນັ້ນ ແມ່ນຄົນທີ່ມາຈາກຈີນແຜ່ນດິນໃຫຍ່.

ມີຕຶກອາຄານສູງໆ ຢ່າງນ້ອຍ 3 ຫຼັງ ຖືກປ່ອຍຖິ້ມໄວ້ ທີ່ຈະພິກຂວ້າມແລະ
ອຽງ ຊຶ່ງຮວມທັງໂຮງແຮມ ມາໂຊລ ບ່ອນທີ່ມີຢ່າງນ້ອຍ 2 ຄົນ ໄດ້ເສັຍຊີວິດນັ້ນ.

ມີພວກຜູ້ຄົນ ທີ່ອາໄສຢູ່ທີ່ນັ້ນ ຫຼາຍກວ່າ
800 ຄົນ ໄດ້ນອນລັບຂ້າມຄືນຢູ່ ໃນສະຖານ
ທີ່ ກູ້ໄພສຸກເສີນ ມີຫຼາຍໆຄົນຢ້ານກົວວ່າ
ທີ່ຈະກັບຄືນເມືອບ້ານເຮືຶອນຂອງພວກເຂົາ
ເຈົ້າ ໃນຂະນະທີ່ຍັງມີການສັ່ນສະເທືອນ ເກີດຂຶ້ນຢູ່ນັ້ນ. ແຜ່ນດິນໄຫວ ໄດ້ແຍກ
ຖະໜົນອອກ ເປັນເຄິ່ງ ແລະຍັງຜົນໃຫ້
ພວກເຂົາເຈົ້າຕ້ອງໄດ້ໃສ່ສາຍແອວ ຊຶ່ງຕອນທຳອິດນັ້ນແມ່ນ ເຮັດໃຫ້
ບ້ານເຮືອນ 40 ພັນຫຼັງ ບໍ່ມີນ້ຳໃຊ້ ແລະມີເກືອບອີກ 2 ພັນຫຼັງຂາດໄຟຟ້າໃຊ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ພວກນັກກູ້ໄພ ພາກັນອອກຄົ້ນຫາພວກທີ່ອາດລອດຊີວິດຈາກແຜ່ນດິນໄຫວ

Rescuers Work to Find Survivors After Taiwan Earthquake
please wait

No media source currently available

0:00 0:02:02 0:00

XS
SM
MD
LG