ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຕ້ຫວັນ ສ້າງເຮືອບິນລົບ ແລະ ເຮືອດຳນ້ຳ ຂະນະທີ່ ອຸດສາຫະກຳ ປ້ອງກັນປະເທດ ຂະຫຍາຍຕົວ


ປະທານາທິບໍດີໄຕ້ຫວັນ ທ່ານນາງ Tsai Ing-wen (ຊ້າຍ) ໂບກມື ຈາກເຮືອດຳນ້ຳ ໃນລະຫວ່າງທີ່ທ່ານນາງ ໄປຢ້ຽມ​ ຖານທັບເຮືອ Zuoying ໃນແຂວງ Kaohsiung ທາງພາກໃຕ້ ຂອງປະເທດ ດັ່ງກ່າວ.
ປະທານາທິບໍດີໄຕ້ຫວັນ ທ່ານນາງ Tsai Ing-wen (ຊ້າຍ) ໂບກມື ຈາກເຮືອດຳນ້ຳ ໃນລະຫວ່າງທີ່ທ່ານນາງ ໄປຢ້ຽມ​ ຖານທັບເຮືອ Zuoying ໃນແຂວງ Kaohsiung ທາງພາກໃຕ້ ຂອງປະເທດ ດັ່ງກ່າວ.

ປະທານາທິບໍດີໄຕ້ຫວັນ ໄດ້ກ່າວຢ້າ ເຖິງຄວາມຈຳເປັນ ທີ່ປະເທດເກາະດັ່ງກ່າວ ຈະ ຕ້ອງໄດ້ເສີມສ້າງອຸດສາຫະກຳປ້ອງກັນປະເທດທ່າມກາງທີ່ມີການຂົ່ມຂູ່ຈາກຈີນແຜ່ນ
ດິນໃຫຍ່.

ປະທານາທິບໍດີ Tsai Ing-wen ທີ່ເຂົ້າກຳຕຳແໜ່ງ ເມື່ອເດືອນພຶດສະພາ ປີີ 2016 ໄດ້ເລັ່ງລັດການພັດທະນາຢ່າງເປັນການໃຫຍ່ໃນດ້ານອະວະກາດ ເຮືອດຳນ້ຳ ແລະ
ຄວາມໝັ້ນຄົງ ດ້ານຄອມພິວເຕີ້. ໃນເດືອນມິຖຸນາ ຜ່ານມານີ້ ລັດຖະບານຂອງທ່ານ
ນາງ ໄດ້ສ້າງຕັ້ງສູນບັນຊາການ ພິເສດຂຶ້ນ ໃນດ້ານຄວາມໝັ້ນຄົງ ທາງຄອມພິວເຕີ້ ຮວມທັງການຄົ້ນຄວ້າໃນດ້ານເທັກໂນໂລຈີແມ່ເຫຼັກໄຟຟ້າເຊັ່ນວ່າສັນຍານຕ່າງໆທີ່
ເຮັດໃຫ້ເຄື່ອງເທັກໂນໂລຈີອິນເຕີແນັດເຮັດວຽກໄດ້.

ປະທານາທິບໍດີ Tsai Ing-wen ກ່າວຄຳປາໄສ ເນື່ອງໃນໂອກາດວັນຊາດໄຕ້ຫວັນ
ປະທານາທິບໍດີ Tsai Ing-wen ກ່າວຄຳປາໄສ ເນື່ອງໃນໂອກາດວັນຊາດໄຕ້ຫວັນ

ທ່ານນາງ Tsai ກ່າວຢ້ຳວ່າ ກ່ຽວກັບລະບົບປ້ອງກັນທີ່ສ້າງຂຶ້ນພາຍໃນປະເທດໃນ
ຄຳປາໄສ ເນື່ອງໃນໂອກາດວັນຊາດ ເມື່ອວັນອັງຄານຜ່ານມາ ໂດຍເວົ້າວ່າ “ພວກ
ເຮົາຈະສືບຕໍ່ເສີມສ້າງອຸດສາຫະກຳດ້ານປ້ອງກັນປະເທດທີ່ພັດທະນາພາຍໃນປະ
ເທດເອງ ໂດຍຜ່ານການແລກປ່ຽນທາງດ້ານເຕັກນິກ.”

ປະທານາທິບໍດີ Tsai Ing-wen (ກາງຂວາ) ກຳລັງຢ້ຽມຢາມກອງທັບເຮືອ
ປະທານາທິບໍດີ Tsai Ing-wen (ກາງຂວາ) ກຳລັງຢ້ຽມຢາມກອງທັບເຮືອ

ທ່ານນາງກ່າວວ່າ “ໃນລະດັບປັດຈຸບັນນີ້ ພວກເຮົາມີຄວາມໝັ້ນໝາຍທີ່ຈະສ້າງເຮືອ ບິນລົບແລະເຮືອດຳນ້ຳຂອງພວກເຮົາເອງ ຊຶ່ງໂດຍສະເພາະແລ້ວ ພວກນັກວິສະວະ ກອນແລະນັກຄົ້ນຄວ້າທີ່ໜຸ່ມນ້ອຍຊຶ່ງຈະເປີດໂອກາດໃຫ້ມີວຽກເຮັດງານທຳເປັນຈຳ
ນວນຫຼວງຫຼາຍ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ອຸດສາຫະກຳ ປ້ອງກັນປະເທດທີ່
ເຂັ້ມແຂງ ຈະບໍ່ພຽງແຕ່ ເຮັດໃຫ້ຄວາມສາມາດ ຂອງກອງທັບພວກເຮົາ ມີສະມັດຖະ
ພາບແຂງແກ່ນຂຶ້ນເທົ່ານັ້ນ ແຕ່ຍັງຈະໃຫ້ຜົນປະໂຫຍດ ຕໍ່ການພັດທະນາອຸດສາຫະ ກຳໂດຍທົ່ວໄປ ຂອງພວກເຮົານຳດ້ວຍ.

ນອກນັ້ນ ທ່ານນາງ Tsai ຍັງເອີ້ນສົງຄາມທາງອິນເຕີແນັດຫຼືໄຊເບີ້ວ່າ ເປັນໄພຂົ່ມ
ຂູ່ທີ່ເພີ້ມທະວີຂຶ້ນແລະກ່າວວ່າໄຕ້ຫວັນຕ້ອງໄດ້ກະກຽມເພີ້ມຕື່ມກ່ຽວກັບເລື້ອງນີ້.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG