ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນ ແລະ ຈີນ ຈະພົບປະ ລະດັບສູງ ເພື່ອຫາລື ເລື່ອງ ສື່ສານ


ລັດຖະມົນຕີ ໄຕ້ຫວັນ ກ່ຽວກັບກິດຈະການຈີນ​​ແຜ່ນດິນ​ໃຫຍ່ ທ່ານ Wang Yu-chi ຈະເດີນທາງໄປກຸງປັກກິ່ງ
ລັດຖະມົນຕີ ໄຕ້ຫວັນ ກ່ຽວກັບກິດຈະການຈີນ​​ແຜ່ນດິນ​ໃຫຍ່ ທ່ານ Wang Yu-chi ຈະເດີນທາງໄປກຸງປັກກິ່ງ
ຜູ້​ກຳນົດນະໂຍບາຍ​ຂັ້ນ​ສູງຂອງໄຕ້​ຫວັນ ກ່ຽວ​ກັບ​ບັນຫາ​ປັກ​ກິ່ງ
ກ່າວ​ວ່າ ທ່ານ​ຈະ​ເດີນທາງໄປຈີນ​ແຜ່ນດິນ​ໃຫຍ່ໃນ​ເດືອນ​ໜ້າ
​ເພື່ອ​ພົບປະລະດັບ​ສູງ ເປັນເທື່ອທຳອິດລະຫວ່າງ​ສອງ​ຝ່າ​ຍ ນັບ
ຕັ້ງ​ແຕ່​ປີ 1949 ເປັນຕົ້ນມາ.

ລັດຖະມົນຕີກິດຈະການຈີນແຜ່ນດິນ​ໃຫຍ່ ທ່ານ Wang Yu-chi
ກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ ການ​ເດີນທາງ​ດັ່ງກ່າວນີ້ແມ່ນ “ສໍາຄັນ​
ຫຼາຍ” ​ເພື່ອສ້າງຕັ້ງ​ໃຫ້ຄວາມສໍາ​ພັນ ລະຫວ່າງຈີນກັບ​ໄຕ້​ຫວັນ ທີ່​
ໄດ້​ມີ​ຄວາມ​ອົ​ບອຸ່ນ​ຂື້ນໃນໄລຍະ​ບໍ່​ເທົ່າໃດ​ປີທີ່​ຜ່ານ​ມານີ້ກາຍເປັນ
ສະຖາບັນທີ່ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ Wang ຈະ​ພົບປະ​ກັບຄູ່​ຕໍາ​ແໜ່​ງຝ່າຍຈີນ ຮອງ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Zhang
Zhijun ທີ່​ນະຄອນ Nanjing ​ທາງພາກໃຕ້ຂອງປະເທດແລະ​ນະຄອນ Shanghai ແຕ່​ວັນ​ທີ
11 ​ຫາ​ວັນ​ທີ 14 ​ເດືອນ​ກຸມພາ.

ໃນການຖະແຫຼງ ​ຕໍ່​ບັນດາ​ນັກ​ຂ່າວ ທ່ານ Wang ກ່າວ​ວ່າ ການ​ເດີນທາງ​ໃນຄັ້ງນີ້ ຈະ​ບໍ່​ພົວ
ພັນ​ແຕະຕ້ອງ​ ກັບ​ບັນ​ຫາທີ່ມີຄວາມຫຼໍ່ແຫຼມທາງ​ການ​ເມືອງ​ ​ແຕ່​ວ່າ ​ຈະ​ຊ່ວຍ​ສ້າງຕັ້ງກົນໄກ
ທາງ​ດ້ານ​ສື່ສານ ​ເພື່ອ​ຫລີ​ກລ່ຽງບໍ່ໃຫ້ມີຄວາມ​ເຂົ້າ​ໃຈ​ຜິດກັນ.

​ໄຕ້​ຫວັນ ​ໄດ້​ແຍກ​ອອກ​ຈາກ​ຈີນຫຼັງຈາກ​ສົງຄາ​ມກາງ​ເມືອງ​ໃນ​ປີ 1949 ​ແຕ່​ຈີນ ​ຍັງ​ເຫັນ​ວ່າ
ໄຕ້ຫວັນ​ເປັນ​ແຂວງ​ນຶ່ງ ທີ່ແຍກໂຕໄປຈາກຈີນ ຊຶ່ງ​ມື້ໃດມື້ນຶ່ງ ໃນ​ອະນາ​ຄົດ​ຂ້າງ​ໜ້າ ຈະກັບ​
ຄືນ​ເຂົ້າມາຮ່ວມກັບຈີນແຜ່ນດິນ​ໃຫຍ່ອີກ.

ຄວາມສຳພັນທາງດ້ານເສດຖະກິດລະຫວ່າງປະເທດທັງສອງ ​ໄດ້​ດີ​ຂື້ນ​ໃນໄລຍະ​ບໍ່​ເທົ່າ​ໃດ​ປີ​
ທີ່ຜ່ານ​ມາໂດຍ​ສະ​ເພາະຫລັງ​ຈາກທ່ານ Ma Ying-jeou ຊຶ່ງເປັນ​ເພື່ອນ​ມິດທີ່ດີຂອງປັກກິ່ງ
ໄດ້​ຖືກ​ເລືອກ​ ເປັນປະທານ​ປະ​ເທດ​ໃນ​ປີ 2008 ​ແລະ​ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງຕື່ມ​ອີກ​
ໃນ​ປີ 2012.
XS
SM
MD
LG