ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສາຍ​ພົວ​ພັນ​ຂອງໄຕ້​ຫວັນ ກັບຈີນ ປະ​ເຊີນກັບ​ສິ່ງ​ທ້າ​ທາຍ ຫລັງ​ຈາກ​ຜູ້​ທີ່ມີ​ຄວາມ​ລະ​ແວງ ຕໍ່ປັກ​ກິ່ງ ​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ​ອີກ


ປະ​ທາ​ນາ​ທິ​ບໍ​ດີ ​ສາຍ ອິງ-ເຫວນ ແລະທ່ານ William Lai, ຜູ້​ສ​ະ​ໝັກ​ເປັນ​ຮອງ​ປະ​ທານ​ພັກ ຫົວ​ກ້າວ​ໜ້າ​ປະ​ຊາ​ທິ​ປະ​ໄຕ ຫລື DPP ເຂົ້າ​ຮ່ວມງານ​ໂຄ​ສະ​ນາ​ຫາ​ສຽງ ຢູ່​ນະ​ຄອນ​ໄທ​ເປ ຂອງ​ໄຕ້​ຫວັນ, ວັນ​ທີ 10, 2020 (ພາບ​ຖ່າຍ​ໂດຍ Tyrone Siu, ອົງ​ການ​ຂ່າວ​ຣອຍເຕີ)
ປະ​ທາ​ນາ​ທິ​ບໍ​ດີ ​ສາຍ ອິງ-ເຫວນ ແລະທ່ານ William Lai, ຜູ້​ສ​ະ​ໝັກ​ເປັນ​ຮອງ​ປະ​ທານ​ພັກ ຫົວ​ກ້າວ​ໜ້າ​ປະ​ຊາ​ທິ​ປະ​ໄຕ ຫລື DPP ເຂົ້າ​ຮ່ວມງານ​ໂຄ​ສະ​ນາ​ຫາ​ສຽງ ຢູ່​ນະ​ຄອນ​ໄທ​ເປ ຂອງ​ໄຕ້​ຫວັນ, ວັນ​ທີ 10, 2020 (ພາບ​ຖ່າຍ​ໂດຍ Tyrone Siu, ອົງ​ການ​ຂ່າວ​ຣອຍເຕີ)

ສາຍ​ພົວ​ພັນ​ທີ່​ດຸ​ເດືອດ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ລະ​ຫວ່າງ ໄຕ້​ຫວັນ ກັບ ຈີນ ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ອີກ​ຄັ້ງ​ນຶ່ງ ຫຼັງ​ຈາກ​ຜູ້​ທີ່​ມີ​ຄວາມ​ລະ​ແວງ ກ່ຽວ​ກັບ ປັກ​ກິ່ງໄດ້ ​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອີກແລະພັກຂອງ​ທ່ານ​ນາງ​ກໍ​ໄດ້​ຮັບ​ສຽງສ່ວນຫຼາຍ ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ແຕ່​ບັນ​ດາ​ນັກ​ວິ​ເຄາະ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນຫຼວງ ໄທ​ເປ ເວົ້າ​ວ່າ ການ​ຕົກ​ຕ່ຳ​ຄັ້ງ​ນີ້​ຈະ​ບໍ່​ເລິກ​ຄື​ກັບ​ຄັ້ງ​ກ່ອນ​ອື່ນໆ.

ນຶ່ງມື້ ພາຍຫລັງທີ່ປະ​ທາ​ນາ​ທິ​ບໍ​ດີ ​ສາຍ ອິງ-ເຫວນ (Tsai Ing-wen) ໄດ້​ຊະ​ນະ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ໂດຍ​ໄດ້​ຮັບຄະ​ແນນ​ສຽງຫລາ​ຍວ​ກ່າ 8.1 ລ້ານ​ສຽງ ແລະ ສຽງ​ສ່ວນ​ຫລາຍ​ 57 ເປີ​ເຊັນຂອງ​ຄະ​ແນນ​ສຽງ​ທັງ​ໝົດ, ອົງ​ການ​ຂ່າວຊິນ​ຫົວ (Xinhua) ຂອງ​ທາງ​ການ​ຈີນກໍໄດ້​ເອີ້ນ​ຜົນການ​ເລືອກ​ຕັ້ງ​ທີ່​ອອກ​ມາ​ນັ້ນວ່າ “ເປັນຄວາມ​ກ້າວ​ໜ້າ​ທີ່​ຈະ​ສ້າງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ປະ​ຊາ​ຊົນ​ຜູ້​ທີ່​ມີ​ຄວາມ​ຫວັງວ່າ ​ຈະ​ມີ​ສັນ​ຕິ​ພາບ” ແລະ​ໃຊ້ຄຳເວົ້າ​ໂຈມ​ຕີ​ໃສ່​ຜູ້​ນຳ​ທີ່​ຖືກ​ເລືອກໃຫ້​ດຳ​ລົງ​ຕຳ​ແໜ່ງອີກ​ທ່ານນີ້.

​“ທ່ານ​ນາງສາຍ ແລະ ພັກ​ຫົວ​ກ້າວ​ໜ້າ​ປະ​ຊາ​ທິ​ປະ​ໄຕ ຫລື DPP ໄດ້​ໃຊ້​ກົນ ລະ​ຍຸດ​ທີ່​ສົກ​ກະ​ປົກ​ເຊັ່ນ​ການ​ສໍ້​ໂກງ, ການ​ກົດ​ຂີ່ ແລະການ​ຂົ່ມ​ຂູ່​ເພື່ອ​ໃຫ້​ໄດ້​ຄະ​ແນນ​ສຽງ, ສະ​ແດງຄວາມ​ເຫັນ​ແກ່​ຕົວ​, ຄວາມ​ໂລບ​ມາກ​ໂລ​ພາ ແລະ ຄວາມ​ໂຫດ​ຮ້າຍ​ຂອງ​ເຂົາ​ເຈົ້າອອກ​ມາໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​,” ນັ້ນ​ຄື​ຖ້ອຍ​ຄຳ​ທີ່​ໃຊ້​ຢູ່​ໃນ​ບົດ​ຄວາມ​ເຫັນ​ນັ້ນ ຊຶ່ງ​ໝາຍ​ເຖິງ ​ພັກ​ຫົວ​ກ້າວ​ໜ້າ​ປະ​ຊາ​ທິ​ປະ​ໄຕທີ່​ກຳ​ລັງ​ກຳ​ອຳ​ນາດ​ຢູ່ນັ້ນ.

ການ​ໃຊ້​ຄຳ​ເວົ້າ​ດັ່ງ​ກ່າວນີ້ ໄດ້​ດຶງ​ເອົາຄວາມ​ສົນ​ໃຈ​ຢ້ອນ​ກັບ​ໄປ​ຫາ​ການ​ໃຊ້​ຄຳ​ເວົ້າ​ທີ່​ຮຸນ​ແຮງທີ່ຈີນໄດ້​ໃຊ້ຫຼັງ​ຈາກ​ທ່ານ​ນາງສາຍໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ຄັ້ງ​ທຳ​ອິດ​ຂອງ​ເພິ່ນ​ໃນ​ປີ 2016. ຈີນໄດ້ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຕໍ່ໄຕ້​ຫວັນ ແຕ່​ທ່ານນ​າງ ສາຍ ໄດ້​ປະ​ຕິ​ເສດ​ເງື່ອນ​ໄຂ​ຂອງ​ລັດ​ຖະ​ບານປັກ​ກິ່ງ ສຳ​ລັບ​ການ​ເຈ​ລະ​ຈາ​ທີ່​ທັງ​ສອງ​ຝ່າຍ​ຢູ່​ພາຍ​ໃຕ້​ທຸງ​ຊາດ​ອັນ​ນຶ່ງອັນ​ດຽວ​ກັນ. ທັງ​ສອງ​ຝ່າຍ​ໄດ້ມີ​ປົກ​ຄອງ​ຂອງຕົນ​ເອງ​ເປັນ​ການຕ່າງ​ຫາກ​ນັບ​ຕັ້ງ​ແຕ່​ຊຸມ​ປີ 1940 ເປັນ​ຕົ້ນ​ມາ.

ຈີນ ໄດ້​ທຳ​ການ​ຕິດ​ຕາມໄຕ້​ຫວັນນັບ​ແຕ່​ປີ 2016 ຮອດ​ປີ 2019, ດ້ວຍ​ກາ​ນ​ຂັບ​ເຮືອ​ບິນ​ລົບ​ຜ່ານໄປ​ໃກ້​ກັບ​ເກາະ​ດັ່ງ​ກ່າວ, ຕັດ​ການ​ທ່ອງ​ທ່ຽວ​ໃນໄຕ້​ຫວັນລົງ ແລະ ຊັກ​ຊວນໃຫ້​ 7 ປະ​ເທດ​ຍົກ​ເລີກ​ການ​ຮັບ​ຮູ້​ລັດ​ຖະ​ບານໄທ​ເປ.

ທ່ານ​ນາງ ສາຍ ຄາດ​ວ່າ​ຈະ​ຖືກ​ການ​ກົດ​ດັນ​ຈາກຈີນ ເພີ່ມ​ຂຶ້ນ​ຢູ່ໃນ​ການ​ກ່າວ​ຄຳ​ປາ​ໄສ ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ແຕ່​ກໍໄດ້​ກ່າວ​ວ່າ ທ່ານ​ນາງ​ຈະ​ພະ​ຍາ​ຍາມບໍ່​ເຮັດ​ໃຫ້​ມັນມີ​ຄວາມ​ຮຸນ​ແຮງເພີ້ມ​ຂຶ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG