ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ກ່າວວ່າ ເກາະໄຕ້ຫວັນ ທີ່ປົກຄອງຕົນເອງນັ້ນ
ຄວນລົ້ມເລີກຄວາມຄິດຕ່າງໆ ກ່ຽວກັບ ການແຍກຕົວເປັນເອກະລາດ ແລະ ຍອມຮັບ
ວ່າ ຕົນເປັນສ່ວນນຶ່ງ ຂອງແຜ່ນດິນໃຫຍ່.
ປະທານປະເທດ ສີ ໄດ້ຢືນຢັນນະໂຍບາຍ ທີ່ມີມາດົນນານຂອງປະເທດຕໍ່ ໄຕ້ຫວັນ
ໃນຄຳປາໄສເພືື່ອເປັນຂີດໝາຍວັນຄົບຮອບ 40 ປີຂອງກ່າວຄຳປາໄສທີ່ສຳຄັນ (ເຊິ່ງ
ແມ່ນຂໍ້ຄວາມເຖິງພີ່ນ້ອງຮ່ວມຊາດ) ທີ່ໃນທີ່ສຸດ ໄດ້ນຳໄປສູ່ການສ້າງສາຍພົວພັນທາງ
ການທູດ ລະຫວ່າງ ຄູ່ແຂ່ງດັ່ງກ່າວ.
ທ່ານ ສີ ໄດ້ກ່າວວ່າ ປັກກິ່ງ ແມ່ນເປີດກວ້າງສຳລັບການສ້າງ “ພື້ນທີ່ສຳລັບການລວມ
ຕົວກັນໃໝ່ຢ່າງສັນຕິ” ກັບລັດຖະບານ ໄທເປ, ເຊິ່ງຈະເກີດຂຶ້ນພາຍໃຕ້ໂຄງຮ່າງ “ນຶ່ງ
ປະເທດ, ສອງລະບົບ.” ແຕ່ທ່ານໄດ້ເຕືອນວ່າ ຈີນ ຈະບໍ່ອະນຸຍາດໃຫ້ມີພື້ນທີ່ສຳລັບ
“ກິດຈະກຳການແບ່ງແຍກ” ທຸກໆປະເພດ, ແລະ ໄດ້ກ່າວຢ້ຳ ເຖິງຄຳປະຕິຍານທີ່ຈະ
ໃຊ້ການປະຕິບັດການທາງທະຫານຂອງທ່ານ ເພື່ອທີ່ຈະບັນລຸການລວມຕົວກັນ.
ຄຳປາໄສຂອງທ່ານ ສີ ໄດ້ມີຂຶ້ນນຶ່ງວັນຫຼັງຈາກປະທານາທິບໍດີ ໄຕ້ຫວັນ ທ່ານນາງ
ສາຍ ອິ້ງ ເຫວິນ ໄດ້ເວົ້າວ່າ ຈີນ ຕ້ອງຍອມຮັບຖານະຂອງ ໄຕ້ຫວັນ ວ່າເປັນເກາະທີ່
ປົກຄອງຕົນເອງ.
ໃນຄຳປາໄສອວຍພອນປີໃໝ່ຈາກຫ້ອງການຂອງທ່ານນາງນັ້ນ, ປະທານາທິບໍດີ ສາຍ
ໄດ້ກ່າວວ່າ ຈີນ ຕ້ອງ “ເຄົາລົບຕໍ່ການຍຶດໝັ້ນໃນສິດເສລີພາບ ແລະປະ ຊາທິປະໄຕ
ຂອງປະຊາຊົນ 23 ລ້ານຄົນນັ້ນ,” ແລະ ສຳລັບທັງສອງຝ່າຍ ໃຫ້ຍອມຮັບຄວາມເປັນ
ຈິງທີ່ວ່າ ມັນມີຄວາມແຕກຕ່າງກັນໃນຂັ້ນພື້ນຖານລະຫວ່າງ “ຄຸນຄ່າ ແລະ ວິຖີຊີວິດ”
ຂອງເຂົາເຈົ້າ ແລະ ລະບົບການເມືອງຕ່າງໆ.