ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຄັດຄ້ານ ການຂາຍເຣດ້າຂອງສະຫະລັດ ໃຫ້ໃຕ້ຫວັນ


ຈີນ ຄັດຄ້ານຕໍ່ແຜນການ ຂອງສະຫະລັດ ທີ່ຈະຈັດສົ່ງ ເຣດ້າ ແລະອຸບປະກອນ ໃນການປ້ອງກັນປະເທດ ຊະນິດອື່ນໆ ໄປໃຫ້ໃຕ້ຫວັນ ໂດຍເວົ້າວ່າ ການຂາຍອຸບປະກອນເຫຼົ່ານີ້ ໃຫ້ແກ່ໃຕ້ຫວັນ ອາດຈະສ້າງຄວາມເສຍຫາຍ ໃຫ້ແກ່ຄວາມສຳພັນ ລະຫວ່າງຈີນ ແລະສະຫະລັດ.

ໃນຕົ້ນອາທິດນີ້ ສະຫະລັດ ໄດ້ໃຫ້ການອະນຸມັດ ຕໍ່ການ ຂາຍອຸບປະກອນ ທີ່ໃຊ້ສຳລັບປ້ອງກັນປະເທດ ໃນຂອບເຂດທີ່ຈຳກັດ ໃຫ້ແກ່ໃຕ້ຫວັນ ແຕ່ບໍ່ໄດ້ໃຫ້ການອະນຸມັດ ໃນການຂາຍເຮືອບິນລົບ ແອັຟ 16 ທີ່ກ້າວໜ້າທັນສະໄໝ 66 ລຳ ທີ່ໃຕ້ຫວັນ ຕ້ອງການຢາກຊື້. ຈີນກ່າວວ່າ ຕົນຄັດຄ້ານຢ່າງເດັດດ່ຽວ ຕໍ່ການຂາຍອຸບປະກອນເຫຼົ່ານີ້ ແລະຮຽກຮ້ອງ ໃຫ້ສະຫະລັດ ຍົກເລີກການຕັດສິນໃຈ ທີ່ຜິດພາດດັ່ງກ່າວ ເພື່ອຫຼີກລ້ຽງ ຕໍ່ການສ້າງຄວາມເສຍຫາຍຄັ້ງໃໝ່ ໃຫ້ແກ່ຄວາມສຳພັນ ລະຫວ່າງຈີນ ກັບສະຫະລັດ.

ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ບໍລິສັດເອກກະຊົນ ຂອງສະຫະລັດ ຈະຂາຍ ການບໍລິການ ໃນດ້ານປ້ອງກັນປະເທດ ຂໍ້ມູນເທັກນິກ ແລະສິນຄ້າປ້ອງກັນປະເທດ ຈຳນວນນຶ່ງ ໃຫ້ແກ່ໃຕ້ຫວັນ ຕະຫຼອດທັງ ອຸບປະກອນເຣດ້າ ສຳລັບເຮືອບິນລົບ ຂອງໃຕ້ຫວັນ.

ການຂາຍອາວຸດ ຂອງສະຫະລັດ ໃຫ້ແກ່ໃຕ້ຫວັນ ໄດ້ເປັນໜາມຍອກແທງ ຢ່າງຕໍ່ເນື່ອງ ໃນຄວາມສຳພັນກັບຈີນ ທີ່ຖືໃຕ້ຫວັນວ່າ ເປັນແຂວງນຶ່ງ ທີ່ແຍກອອກຈາກຕົນ. ໃຕ້ຫວັນ ແລະຈີນແຜ່ນດິນໃຫຍ່ ໄດ້ແຍກອອກຈາກກັນ ໃນລະຫວ່າງສົງຄາມກາງເມືອງ ປີ 1949 ແລະຈີນຖືວ່າ ໃຕ້ຫວັນເປັນສ່ວນນຶ່ງ ຂອງດິນແດນຕົນ.

XS
SM
MD
LG