ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄຕ້ຫວັນ ແລະ ຈີນ ກຽມຮັບມື ລົມໄຕ້ຝຸ່ນ Soulik (ວີດີໂອ)


ພວກວິສະວະກອນ ຂອງນະຄອນຫຼວງໄທເປ ພວມຍ້າຍຕູບໃຫ້ບັດປັບໃໝ ໃນເຂດສວນສາທາລະນະແຄມນໍ້າ Yanping (11 ກໍລະກົດ 2013)
ພວກວິສະວະກອນ ຂອງນະຄອນຫຼວງໄທເປ ພວມຍ້າຍຕູບໃຫ້ບັດປັບໃໝ ໃນເຂດສວນສາທາລະນະແຄມນໍ້າ Yanping (11 ກໍລະກົດ 2013)
ໄຕ້ຫວັນພວມກະກຽມຮັບມືກັບລົມພາຍຸໄຕ້ຝຸ່ນຂະໜາດແຮງຫົວ
ນຶ່ງ ທີ່ມີການພະຍາກອນວ່າ ຈະພັດເຂົ້າຖະຫຼົ່ມ ພາກເໜືອຂອງ ເກາະໄຕ້ຫວັນໃນວັນສຸກມື້ນີ້.

ພວກນັກພະຍາກອນອາກາດເວົ້າວ່າ ລົມພາຍຸໄຕ້ຝຸ່ນ Soulik ຈະມີຜົນກະທົບຕໍ່ທະເລ ທາງກໍ້າຕາເວັນອອກ ແລະກໍ້າເໜືອ ຂອງເກາະໄຕ້ຫວັນ ແລະເຂດແຄມຝັ່ງຂອງເກາະດັ່ງກ່າວ ໃນ ຕອນແລງຂອງວັນສຸກມື້ນີ້ ແລະວັນເສົາມື້ອື່ນ.

ເຈົ້າໜ້າທີ່ໄຕ້ຫວັນກ່າວວ່າ ໂຮງຮຽນແລະທຸລະກິດຕ່າງໆຈະ ອັດກິດຈະການເຖິງ ແມ່ນຕະຫຼາດການເງິນ ຈະເປີດເປັນປົກກະຕິກໍຕາມ.

ສາຍການບິນ China Airlines ຂອງໄຕ້ຫວັນ ແລະສາຍການບິນ Cathay Pacific Air-
ways ຂອງຮົງກົງ ເຕືອນວ່າ ອາດຈະມີການຍົກເລີກຖ້ຽວບິນ ໃນຈຳນວນທີ່ສຳຄັນ.

ເປັນທີ່ຄາດກັນວ່າ ລົມໄຕ້ຝຸ່ນຫົວນີ້ຈະພັດຜ່ານບໍລິເວນຊ່ອງແຄບໄຕ້ຫວັນແລະພັດເຂົ້າຖະ ຫຼົ່ມແຂວງ Fujian ແລະ Zhejiang ຢູ່ຈີນແຜ່ນດິນໃຫຍ່ ໃນວັນເສົາມື້ອື່ນນີ້.

XS
SM
MD
LG