ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຕ້ຫວັນ ແລະຈີນ ພົບປະກັນ ທາງ​ການ​ເມືອງ​ ເປັນ​ຄັ້ງ​ທໍາ​ອິດ ໃນຮອບ 65 ປີ (ວີດີໂອ)


Taiwan China Talks
please wait
Embed

No media source currently available

0:00 0:01:07 0:00
ໄຕ້ຫວັນ ​ແລະຈີນ ​ໄດ້​ພົບ​ປະກັນ​ໃນ​ການ​ໂອ້​ລົມ​ສົນທະນາ​ທາງ
​ການ​ເມືອງ​ລະດັບ​ສູງ​ເປັນ​ຄັ້ງ​ທໍາ​ອິດນັບ​ຕັ້ງແຕ່​ສົງ​ຄາມ​ກາງ​ເມືອງ
ຂອງ​ຈີນ ໄດ້ສິ້ນ​ສຸດລົງ ​ເມື່ອ 65 ປີມາ​ແລ້ວ​ນັ້ນ.

ການ​ພົບປະກັນໃນວັນອັງຄານມື້ນີ້ ​ທີ່ເມືອງ Nanjing ໃນ​ພາກ​
ໃຕ້​ຂອງ​ຈີນ ມີ​ຂຶ້ນ​ທ່າມກາງ ສາຍ​ພົວພັນ​ອັນ​ອົບ​ອຸ່ນ ຂ້າມຊ່ອງ
ແຄບໄຕ້​ຫວັນ.

ທ່ານ Wang Yu-chi ລັດຖະມົນຕີຮັບຜິດຊອ ບກິດຈະການ​ຈີນ​
ແຜ່ນດິນ​ໃຫຍ່ຂອງໄຕ້ຫວັນກ່າວ​ວ່າ ທ່ານ​ຫວັງ​ວ່າການ​ຢ້ຽມຢາມ
​ຂອງ​ທ່ານ​ນີ້ ​ຈະ​ເປັນ​ເຄື່ອງຊ່ອຍກະຕຸ້ນ ໃນ​ການ​ປັບປຸງ​ສາຍ​ພົວ
ພັນ ໃນ​ອານາ​ຄົດ.

ທ່ານ Wang ກ່າວ​ວ່າ: “ພວກ​ເຮົາ​ສາມາດ​ໄດ້​ນັ່ງ​ໂອ້​ລົມ​ກັນ​ໃນ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື
ບັນຫາ​ຕ່າງໆ ທີ່​ເປັນ​ຫວ່າງ​ເປັນ​ໃຍ​ຂອງ​ທັງ​ສອງ​ກໍ້າ​ສອງ​ຝ່າຍ ​ແລະ​ພວກ​ເຮົາ​ຄວນ​
ຈະ​ຍົກຍ້ອງ ສັນ ລະ​ເສີນແຮງຜັກດັນເພື່ອໃຫ້ມີສັນຕິພາບແລະສະຖຽນລະພາບດັ່ງ
ກ່າວນີ້. ຂ້າພະ​ເຈົ້າ​ຫວັງວ່າ ພວກ​ເຮົາ​ ສາມາດຈະ​ສົ່ງ​ເສີມ ສາຍ​ພົວພັນ ​ຂ້າມຊ່ອງ
ແຄບໄຕ້ຫວັນເພີ້ມຕື່ມ ບົນ​ພື້ນຖານຂອງ​ຄວາມເປັນເອກກະສັນ ທີ່​ໄດ້ບັນລຸ​ ໃນ​ຄັ້ງ​
ຜ່ານ​ມາ​ນັ້ນ.”


ຮອງລັດຖະມົນຕີ ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານ Zhang Zhijun ​ໄດ້​ເປັນ​ຜູ້​ນໍາພາ
​ຄະນະ​ຜູ້ແທນຈີນໃນ​ຄັ້ງ​ນີ້. ທ່ານ​ໄດ້​ກ່າວ​ວ່າ ການ​ບັນລຸເປົ້າ​ໝາຍໃນສາຍພົວພັນລະ
​ຫວ່າງໄຕ້ຫວັນ​ແລະຈີນນັ້ນ ​ແມ່ນ​ເປັນ​ໄປ​ໄດ້.

​ໄດ້​ມີ​ພວກນັກ​ຂ່າວຫຼາຍສິບຄົນ ​ໄດ້ພາກັນໄປເອົາຂ່າວ​ການ​ຢ້ຽມຢາມ​ຂອງທ່ານ Wang
ຄັ້ງປະຫວັດສາດ ເປັນເວລາ 4 ມື້ ຊຶ່ງ​ຮວມທັງການ​ເດີນທາງຢ້ຽມຢາມນະຄອນ​ຊຽງ​ໄຮ້
ຮ່ວມ​ກັບ​ຄະນະຜູ້​ຕາງ​ໜ້າຂອງທ່ານ ອີກ 20 ຄົນ.

ຍັງ​ບໍ່​ທັນ​ມີ​ແຜນການ​ຢ້ຽມຢາມຢ່າງ​ເປັນທາງການ​ເທື່ອ​ ແຕ່ຫຼາຍໆ​ຄົນ​ຄາດ​ໝາຍວ່າ
ຈະ​ເປັນ​ພຽງ​ແຕ່​ສັນຍາ​ລັກເທົ່າ​ນັ້ນ ​ແລະ​ເປັນ​ມາດຕະການ​ເພື່ອສ້າງ​ຄວາມໄວ້​ວາງ​ໃຈ
ຊຶ່ງ​ກັນ​ແລະ​ກັນ ຫຼາຍ​ກວ່າ.

Taiwan, China to Hold First Official Talks
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ
XS
SM
MD
LG