ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງສະໝັກຊິງຕຳແໜ່ງປະທານາທິບໍດີຂອງມະຫາເສດຖີ ໄຕ້ຫວັນ ເພີ່ມຄວາມບໍ່ແນ່ນອນໃຫ້ແກ່ການເລືອກຕັ້ງທີ່ຈະມາເຖິງ


ແຟ້ມພາບ - ປະທານບໍລິຫານຂອງ Hon Hai Precision Industry (Foxconn) ທ່ານແທຣີ ກູ (Terry Gou) ກ່າວຄຳປາໄສ ລະຫວ່າງງານສື່ມ່ວນຊົນໃນ ໄທເປ ຂອງໄຕ້ຫວັນ ໃນວັນທີ 30 ເມສາ 2023
ແຟ້ມພາບ - ປະທານບໍລິຫານຂອງ Hon Hai Precision Industry (Foxconn) ທ່ານແທຣີ ກູ (Terry Gou) ກ່າວຄຳປາໄສ ລະຫວ່າງງານສື່ມ່ວນຊົນໃນ ໄທເປ ຂອງໄຕ້ຫວັນ ໃນວັນທີ 30 ເມສາ 2023

ໄຕ້​ຫວັນ​ ຄາດ​ວ່າ​ຈະ​ມີ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີ​ການ​ແຂ່ງ​ຂັນສູງ​ຜິດ​ປົກ​ກະ​ຕິ​ ໃນ​ເດືອນ​ມັງ​ກອນ 2024 ຫຼັງ​ຈາກທີ່ ທ່ານ ແທຣີ ກູ (Terry Gou), ມະຫາເສດ​ຖີ​ຜູ້​ກໍ່​ຕັ້ງ​ບໍລິສັດຟັອກສ໌ຄອນ (Foxconn) ​ຜູ້​ຜະ​ລິດ iPhone ຫຼັກ ໄດ້​ປະ​ກາດລົງສະໝັກຊິງຕຳແໜ່ງປະທານາທິບໍດີ ໃນຖານະ​ຜູ້​ສະ​ຫມັກ​ອິດ​ສະ​ຫຼະ​. ນັກວິ​ເຄາະ​ກ່າວ​ວ່າ ການ​ເຂົ້າ​ມາ​ຂອງ​ທ່ານ​ຈະ​ເພີ່ມ​ຄວາມ​ບໍ່​ແນ່ນອນ​ໃຫ້​ແກ່​ການ​ແຂ່ງ​ຂັນຊິງຕຳແໜ່ງ​ປະທານາທິບໍດີ ​ແລະ​ ​ແບ່ງ​ແຍກ​ຄະ​ແນນ​ສຽງ​ລະຫວ່າງ ​ບັນດາ​ພັກ​ຝ່າຍ​ຄ້ານ​ທີ່​ເປັນ​ມິດ​ກັບ​ຈີນ ຕື່ມອີກ.

“ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂອງທ່ານ ກູ (Gou) ຈະ​ເຮັດໃຫ້​ຄະ​ແນນ​ສຽງ​ຂອງ​ຝ່າຍ​ຄ້ານແຕກແຍກຫຼາຍຂຶ້ນ ” ທ່ານເຫວິນ-ຕີ ຊຸງ (Wen-ti Sung) ນັກ​ວິ​ທະ​ຍາ​ສາດ​ການ​ເມືອງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ອອສເຕຣເລຍ ໄດ້ກ່າວ​ກັບວີໂອເອ ໃນ​ການ​ໃຫ້​ສໍາ​ພາດ​ທາງ​ໂທ​ລະ​ສັບ​.

ໃນຂະນະທີ່ບັນດາພັກຝ່າຍຄ້ານຍັງສືບຕໍ່ສຳຫຼວດຄວາມເປັນໄປໄດ້ໃນການລວມກໍາລັງກັນເພື່ອຊິງຕຳແໜ່ງປະທານາທິບໍດີ, ທ່ານຊຸງ (Sung) ຄິດວ່າການລົງ ສະໝັກຂອງທ່ານ ກູ (Gou) ໃນຖານະຜູ້ສະໝັກເອກະລາດຈະເພີ່ມຄວາມ ຫຍຸ້ງຍາກໃຫ້ກັບຝ່າຍຄ້ານໃນການຊອກຫາຈຸດຢືນຮ່ວມກັນ.

ທ່ານກູ (Gou) ໄດ້ແພ້ການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນຂອງພັກກົກມິນຕັ໋ງ (Kuomintang) ຫຼື KMT ພັກຝ່າຍຄ້ານຫຼັກໃນປີ 2019. ຫຼັງຈາກທີ່ພັກ KMT ໄດ້ເລືອກເຈົ້າເມືອງ ໄທເປ ໃໝ່ (New Taipei City), ທ່ານ ຮູ ຢູ-ອີ (Hou Yu-ih), ຜູ້ບັນຊາການຕຳຫຼວດທີ່ໄດ້ກາຍມາເປັນເຈົ້າເມືອງ, ເປັນຜູ້ ສະໝັກຊິງຕຳແໜ່ງປະທານາທິບໍດີໃນປີ 2024 ໃນເດືອນພຶດສະພາ, ທ່ານກູ (Gou) ໄດ້ເລີ່ມລົງຫາສຽງທົ່ວໄຕ້ຫວັນ ແລະ​ໄດ້​ມີການເດີນ​ທາງ​ໄປ ສະຫະລັດ ​ແລະ​ຍີ່ປຸ່ນ ທີ່​ມີຄວາມສຳຄັນ​ຫຼາຍ​ຄັ້ງ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະກາດການລົງສະໝັກຊິງຕຳແໜ່ງປະທານາທິບໍດີ ໃນ​ວັນ​ທີ 28 ສິງ​ຫາ​ນີ້, ທ່ານກູ (Gou) ກ່າວ​ວ່າ ການ​ລົງ​ແຂ່ງ​ຂັນ​ຂອງ​ທ່ານ​ແມ່ນ​ເພື່ອ​ແນ​ໃສ່​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ເປັນ​ພັນ​ທະ​ມິດ​ລະຫວ່າງ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຝ່າຍ​ຄ້ານ ເພາະ​ນັ້ນ​ເປັນວິທີ​ດຽວ​ທີ່​ຈະ​ເອົາ​ຊະ​ນະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປະ​ຈຸ​ບັນ ທ່ານ ລາຍ ຈິງ-ເຕ (Lai Ching-te), ເຊິ່ງເປັນຜູ້ສະ ໝັກຊິງຕຳແໜ່ງປະທານາທິບໍດີຂອງພັກປະຊາທິປະໄຕກ້າວໜ້າ ຫຼື DPP ທີ່ປົກຄອງຢູ່ໃນປະຈຸບັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG