ໄຕ້ຫວັນ ໄດ້ເລີ້ມທໍາການຊ້ອມລົບຄັ້ງໃຫຍ່ ເປັນເວລາຫ້າມື້
ທີ່ມີຈຸດປະສົງ ສະແດງໃຫ້ເຫັນຄວາມສາມາດ ໃນການປ້ອງ
ກັນຕົນເອງ ຕ້ານການໂຈມຕີໃດໆ ຈາກ ຈີນແຜ່ນດິນໃຫຍ່.
ການຝຶກຊ້ອມປະຈໍາປີຢູ່ໃນຊ່ອງແຄບໄຕ້ຫວັນ ແມ່ນໂຮມທັງ
ການທົດລອງຍິງ ຈະຫລວດ ລຸ່ນ Thundbolt-2000 ຫລາຍໆ
ລູກພ້ອມກັນ ທີ່ມີເປົ້າໝາຍເພື່ອ ກໍາຈັດເຮືອຂອງສັດຕູ ກ່ອນ
ມັນຈະເຂົ້າມາເຖິງແຄມຝັ່ງ. ບັນດາລົດຖັງ ປືນໃຫຍ່ ແລະເຮືອ
ບິນເຮລີຄອບເຕີໂຈມຕີ ກໍໄດ້ເຝິກຊ້ອມຍິງຖະຫລົ່ມໃສ່ເປົ້າ
ໝາຍຕ່າງໆ ຢູ່ໃນທະເລ.
ປະທານາທິບໍດີ Ma Ying-jeou ຜູ້ທີ່ສົ່ງເສີມໃຫ້ມີການສ້າງຄວາມສໍາພັນ ທີ່ອົບອຸ່ນຂື້ນ ກັບກຸງປັກກິ່ງ ໄດ້ໄປສັງເກດການດ້ວຍຕົນເອງ ເບິ່ງການຊ້ອມລົບທີ່ໃຊ້ລູກປືນແທ້ນັ້ນ.
ໃນການກ່າວຕໍ່ບັນດາທະຫານກ່ອນໄຂການຊ້ອມລົບນັ້ນ ທ່ານເວົ້າວ່າ ການຝຶກຊ້ອມ
ແມ່ນເພື່ອເປັນການເຕືອນຄວາມຊົງຈໍາ ກ່ຽວກັບໄພຂົ່ມຂູ່ຂອງຈີນ ທີ່ກໍາລັງໂຜ່ໂຕຂື້ນມາຢ່າງໄວວານັ້ນ.
ທ່ານ ມາ ຍິ່ງ ຈິວ ກ່າວວ່າ “ເສດຖະກິດຂອງຈີນ ໄດ້ເຕີບໂຕຂື້ນຢ່າງວ່ອງໄວໃນບໍ່ເທົ່າ
ໃດປີທີ່ຜ່ານມາ ແລະເຂົາເຈົ້າກໍໄດ້ພາກັນປັບປຸງກໍາລັງທະຫານຢ່າງບໍ່ຢຸດຢັ້ງ.
ເພາະສະນັ້ນ ພວກເຮົາກໍຕ້ອງເສີມສ້າງກໍາລັງປ້ອງກັນຂອງພວກເຮົາ ໃຫ້ເຂ້ມແຂງ
ຂຶ້ນ ເພື່ອປ້ອງກັນໄພຂົ່ມຂູ່ຈາກຈີນ ແລະເພື່ອຮັກສາສັນຕິພາບ ແລະສະຖຽນລະພາບ ລະຫວ່າງ ໄຕ້ຫວັນ ແລະຈີນ ນັ້ນໄວ້.”
ການຊ້ອມລົບຄັ້ງນີ້ ທີ່ຮວມທັງ ກອງທັບອາກາດ ກອງທັບບົກ ແລະກອງທັບເຮືອ ຂອງ
ໄຕ້ຫວັນ ແມ່ນເປັນຄັ້ງທີ່ໃຫຍ່ສຸດ ນັບແຕ່ໃນປີ 2008 ມາ. ການຊ້ອມລົບມີຂື້ນທີ່ໝູ່ເກາະ
Penghu ທີ່ຕັ້ງຢູ່ລະຫວ່າງເຄິ່ງກາງ ຈີນແຜ່ນດິນໃຫຍ່ ແລະເກາະໄຕ້ຫວັນ ແລະມີຂື້ນ
ພຽງແຕ່ນຶ່ງມື້ ຫລັງຈາກຈີນໄດ້ເຜີຍແຜ່ ລາຍງານປະຈໍາປີຂອງຕົນກ່ຽວກັບການປ້ອງກັນ
ຫລືທີ່ເອີ້ນວ່າ ສະມຸດປົກຂາວ ຊຶ່ງຮ້ອງຄວາມເປັນເອກກະລາດຂອງໄຕ້ຫວັນ ວ່າ “ເປັນ
ໄພຂົ່ມຂູ່ໃຫຍ່ທີ່ສຸດ ຕໍ່ການພັດທະນາຄວາມສໍາພັນທີ່ສັນຕິ ຂ້າມຊ່ອງແຄບໄຕ້ຫວັນນັ້ນ.”