ການນັດຢຸດງານຂອງພະນັກງານສາຍການບິນ ໄຕ້ຫວັນ ຄັ້ງທີສອງໃນປີນີ້ ປັດຈຸບັນ
ໄດ້ສົ່ງຜົນກະທົບ ຕໍ່ຜູ້ໂດຍສານຫຼາຍກວ່າ 25,000 ຄົນ ບໍ່ດົນກ່ອນຮອດຈຸດສູງສຸດ
ຂອງລະດູການເດີນທາງ, ເຊິ່ງສະແດງໃຫ້ເຫັນອຳນາດຂອງ ສະຫະພັນແຮງງານ ທີ່ບໍ່
ໄດ້ມີຢູ່ທົ່ວໄປ ໃນເຂດອື່ນໆຂອງ ເອເຊຍ ແລະ ແມ່ນກະທັ້ງໃນອາຊີບອື່ນໆຂອງຄົນ
ໄຕ້ຫວັນ.
ການນັດຢຸດງານຂອງ ສາຍການບິນ Eva Airways ທີ່ໄດ້ກ້າວເຂົ້າສູ່ວັນທີຫ້າແລ້ວໃນ
ວັນຈັນມື້ນີ້ ໄດ້ຂັດຂວາງຕາຕະລາງການບິນປະມານ 60 ເປີເຊັນ, ໄດ້ສົ່ງຜົນກະທົບຕໍ່
ຜູ້ເດີນທາງປະມານ 25,000 ຄົນ, ຫຼາຍຄົນໃນນັ້ນໄດ້ຍ້າຍໄປໃຊ້ສາຍການບິນອື່ນ. ປະ
ມານ 2,000 ຄົນ, ເຊິ່ງແມ່ນ 2 ສ່ວນ 3 ຂອງຜູ້ບໍລິການໃນຖ້ຽວບິນໝົດທຸກຄົນ, ໄດ້ຍ່າງ
ໜີຈາກໜ້າທີ່ຂອງເຂົາເຈົ້າ ໃນຂະນະທີ່ປະຊາຊົນ ໄຕ້ຫວັນ ຫຼາຍຄົນ ໄດ້ວາງແຜນສຳ
ລັບການພັກຜ່ອນລະດູຮ້ອນ.
ໃນເດືອນກຸມພາທີ່ຜ່ານມາ, ຄົນຂັບເຮືອບິນທີ່ບໍ່ໄດ້ລວມກັນເປັນສະຫະພັນ ຂອງສາຍ
ການບິນ China Airlines ປະມານ 600 ຈາກ 900 ຄົນ ໄດ້ພາກັນນັດຢຸດງານດົນນຶ່ງ
ສັບປະດາ ໃນລະຫວ່າລະດູການເດີນທາງ ກຸດຈີນ. ສາຍການບິນ Eva ແລະ China
Airlines ແມ່ນສອງບໍລິສັດເຮືອບິນໂດຍສານທີ່ໃຫຍ່ທີ່ສຸດ, ທີ່ນຳພາຜູ້ໂດຍສານ ໃນ
ແຕ່ລະວັນໄປໄກເຖິງທະວີບ ອາເມຣິກາເໜືອ.
ບັນດານັກວິເຄາະຫຼາຍຄົນເຊື່ອວ່າ ສາຍການບິນ ເອເຊຍ ອື່ນໆສອງສາມບໍລິສັດ ກໍມີ
ແນວໂນ້ມຢາກນັດຢຸດງານ, ໃນຂະນະທີ່ສາຍການບິນໃຫຍ່ຫຼາຍບໍລິສັດ ແມ່ນລັດຖະ
ບານເປັນເຈົ້າຂອງ ຫຼື ປະເທດຂອງເຂົາເຈົ້າ ຂາດສະຫະພັນແຮງງານທີ່ມີປະສິດທິ
ພາບ.