ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ວຍ ຮອງລັດຖະມົນຕີ ​ການ​ຕ່າງປະ​ເທດ ສຫລ ໄປຢ້ຽມຢາມ ​ໄຕ້​ຫວັນ​


한국 내 신종 코로나바이러스 집단 감염의 진원지로 지목되는 신천지 교회가 위치한 경북 대구에서 방역 관계자들이 방역 작업을 하고 있다.
한국 내 신종 코로나바이러스 집단 감염의 진원지로 지목되는 신천지 교회가 위치한 경북 대구에서 방역 관계자들이 방역 작업을 하고 있다.

ຜູ້ຊ່ວຍຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານອາ​ເລັກ​ສ໌ ວອງ
(Alex Wong) ​ໄດ້​ເດີນທາງ​ໄປ​ໄຕ້​ຫວັນ​ໃນ​ອາທິດ​ນີ້ ​ເພື່ອ​ທໍາ​ການ​ຢ້ຽ​ມຢາມ ປະ
​ເທດ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ ພາຍ​ໃຕ້​ກົດໝາຍກ່ຽວກັບ​ໄຕ້​ຫວັນ ທີ່​ຫາກໍ່​ໄດ້​ຮັບ
​ການ​ອະນຸມັດ​ຫວ່າງໝໍ່ໆມານີ້. ການ​ຢ້ຽມຢາມ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໂດ​ຍທີ່​ບໍ່​ໄດ້​ມີ​ການ​
ກ່າວ​ປະນາມ​ຢ່າງ​ແຮ​ງຈາກ​ຈີນ​ແຕ່​ຢ່າງ​ໃດ.

ກົດໝາຍກ່ຽວກັບ​ໄຕ້​ຫວັນ ​ໄດ້​ຮັບ​ການ​ອະນຸມັດ​ໃນ​ວັນ​ທີ 16 ມີນາ ຜ່ານ​ມາ​ເພື່ອ​ສົ່ງ​
ເສີມ​ໃຫ້​ມີ​ການ​ເດີນທາງ​ຢ້ຽມຢາມ​ແບບ​ເປັນ​ທາງ​ການ​ເພີ້ມຂຶ້ນ ລະຫວ່າ​ງ ​ໄຕ້​ຫວັນ
ແລະ​ສະຫະລັດ ​ເຖິງ​ແມ່ນວ່າຈະ​ບໍ່ມີສາຍ​ສໍາພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການກໍ່
ຕາມ. ໄຕ້​ຫວັນທີ່​ເປັນ​ປະ​ເທດ​ປົກຄອງ​ຕົນ​ເອງ​ແບບ​ປະຊາທິປະ​ໄຕນັ້ນ ຢາກ​ຈະ​ຂະ
ຫຍາຍ​ການ​ພົວພັນ​ກັບປະ​ເທດ​ອື່ນ. ​ແຕ່​ຈີນ​ຜັດ​ເຫັນ​ວ່າໄຕ້​ຫວັນ​ເປັນ​ສ່ວນ​ນຶ່ງຂອງ
ຜືນ​ແຜ່ນດິນ​ຂອງຕົນ ຊຶ່ງ​ບໍ່ມີ​ສິດ​ທີ່​ຈະ​ມີ​ສາຍ​ສໍາພັນ ທາງ​ການ​ທູດ​ກັບຕ່າງປະ​ເທດ.
ສະນັ້ນ ຈີນ​ໄດ້​ຄັດຄ້ານຕໍ່ການ​ອອກ​ກົດໝາຍດັ່ງກ່າວ​ໃນ​ວັນ​ພຸດ​ຜ່ານ​ມາ.

​ເຫດການ​ທີ່​ໄດ້​ຖືກ​ເຜີຍ​ແຜ່ທາງ​ຂ່າວສານ​ຫລາຍ​ທີ່​ສຸດ​ຂອງ​ທ່ານວອງ​ໃນ​ໄລຍະ​ທີ່​ທໍາ​ການຢ້ຽມຢາມ​ປະ​ເທດ​ດັ່ງກ່າວ​ເປັນ​ເວລາສາມ​ວັນ ​ແລະໄດ້​ສິ້ນສຸດ​ລົງ​ໃນ​ວັນ​ພະຫັດ​
ວານ​ນີ້ ກໍ​ຄື​ການ​ກ່າວ​ຄໍາ​ປາ​ໄສຂອງ​ທ່ານ​ຢູ່​ສະພາ​ການ​ຄ້າ​ອາ​ເມຣິກັນ ​ໂດຍຢູ່​ຄຽງ
ຂ້າງ​ຂອງ​ປະທານາທິບໍດີ​ໄຊ ອິງ​ເວິນ (Tsai Ing-wen) ຢູ່​ນະຄອນ ຫລວງໄທ​ເປ.
ພວກ​ນັກວິ​ເຄາະ​ເຫດການ​ເວົ້າວ່າ ທ່ານ​ວອງມີ​ຊັ້ນຕໍ່າ​ໂພດ ມັນ​ຈຶ່ງບໍ່ພໍ​ທີ່​ຈະເຮັດ​ໃຫ້
​ເກີດ​ການ​ປະ​ທ້ວງ​ທີ່​ເປັນ​ຮູບ​ການຄັດ​ຄ້ານຈາກ​ຈີນ.

ທ່ານ​ລີ​ວ ຢີ-ຈິອຸນ (Liu Yih-jiun) ອາ​ຈານ​ລັດຖະສາດ ທີ່​ມະຫາວິທະຍາ​ໄລ ​ໂຟກວາງ
(Fo Guang) ​ໃນ​ໄຕ້​ຫວັນ​ ເວົ້າວ່າ "ສຸພາບ​ບຸລຸດທີ່​ມາ​ໄຕ້​ຫວັນ​ເທື່ອ​ນີ້, ຊັ້ນຂອງ​ລາວ
​ບໍ່ສູງ​ປານ​ໃດ, ​ຂ້ອນ​ຂ້າງໜຸ່ມອີກ". ທ່ານກ່າວ​ເພີ້ມອີກວ່າ "ຂ້າພະ​ເຈົ້າຄິດ​ວ່າ ສໍາລັບ
ທ່ານສຸພາບ​ບຸລຸດຄົນ​ນີ້​ແລ້ວ ມັນ​ເປັນ​ການ​ພົວພັນ​ທີ່ເປັນ​ສັນຍາ​ລັກ ຫລາຍ​ກວ່າ​ການ
​ພົວພັນ ທີ່ມີ​ຄວາມ​ສໍາຄັນ​ຫລາຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG