ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະສືບສວນ ສຫລ ເວົ້າວ່າ ລໍ້ຂອງເຮືອບິນ ໄປຕໍາ ກໍາແພງກັ້ນນໍ້າທະເລ ກ່ອນຈະເຮືອບິນຕົກ (ວີດິໂອ/ສະໄລດ໌)


Lead Pilot in S. Korean Plane Crash was New Flight Instructor
please wait

No media source currently available

0:00 0:02:13 0:00
ລິງໂດຍກົງ

ຫົວໜ້ານັກບິນຊາວເກົາຫຼີໃຕ້ ໃນເຮືອບິນສາຍການບິນ Asianaທີ່ຕົກນັ້ນ ແມ່ນຄູເຝິກນັກບິນໃໝ່ ແລະນັກບິນທີ່ຖືພວງມາໄລ ກໍກໍາລັງຮຽນເອົາຍົນ Boeing 777 ລົງຈອດ ຢູ່ແຊນ ແຟຣນຊິສໂກ ເປັນເທື່ອທໍາອິດ ແລະນັກບິນທັງສອງ ບໍ່ເຄີຍບິນນໍາກັນ ຈັກເທື່ອ.

ຄະນະ​ສືບສວນຂອງ​ລັດຖະບານສະຫະລັດ ກ່າວ​ວ່າ ລໍ້​ຂອງ
​ເຮືອບິນສາຍ​ການບິນ Asianna ທີ່ຕົກ​ໃນ​ວັນ​ອາທິດ​ແລ້ວ​ນີ້​
ຢູ່​ສະໜາມ​ບິນ San Francisco ນັ້ນ​ ໄດ້​ຕໍາ​ກັບ​ກໍາ​ແພງ​ກັ້ນ​
ນໍ້າທະ​ເລ ຢູ່​ສົ້ນ​ທາງ​ແລ່ນລົງ​ຂອງ​ສະໜາມ​ບິນ ຈຶ່ງ​ພາ​ໃຫ້​ເຮືອ
ບິນຕົກ ຖະ​ໄຫລ​ໄປ​ຕາມ​ທາງ​ແລ່ນ ​ແລະຟົ້ງ​ໄປ​ຕົກ​ຢູ່​ເດິ່ນຫຍ້າ.

ປະທາ​ນຂອງ​ອົງການ​ຄວາມ​ປອດ​ໄພດ້ານ​ການ​ຂົນ​ສົ່ງແຫ່ງ​ຊາດ
ຫລື National Transportation Safety Board (NTSB)
ທ່ານ​ນາງ Deborah Hersman ​ໄດ້​ກ່າວຕໍ່​ກອງ​ປະຊຸມ​ຖະ​
ແຫລ​ງຂ່າວ ຢູ່ San Francisco ​ໃນວັນອັງຄານ​ວານ​ນີ້​ວ່າ ບໍ່​
ເທົ່າ​ໃດວິນາທີກ່ອນ​ທີ່​ເຮືອບິນ​ຈະ​ຕົກ​ນັ້ນ ພວກນັກ​ບິນໄດ້​ພະຍາ
ຍາມ ຈະປັບ​ແກ້​ຄວາມ​ໄວ​ແລະ​ລະດັບ​ຂອງ​ເຮືອບິນ.


​ມີ​ເດັກຍິງ​ໄວ​ລຸ້ນ​ຈີນ 2 ຄົນເສຍ​ຊີວິດ ​ແລະປະມາ​ນ 180 ຄົນໃນ​ຈໍານວນ​ຜູ້​ໂດຍສານແລະ​ລູກ​ເຮືອຫຼາຍ​ກວ່າ 300 ຄົນ​ໃນ​ເຮືອບິນໄອ​ພົນ Boeing 777 ​ລໍາ​ດັ່ງ​ກ່າວ ​ໄດ້​ຮັບ
ບາດ​ເຈັບ ຫຼັງ​ຈາກ​ທີ່​ເຮືອບິນລໍາ​ນັ້ນ​ຕົກ ​ໃນ​ຕອນ​ລົງ​ຈອດ​.

ຂໍ້​ມູນ​ຈາກ​ຫີບ​ບັນ​ທຶກຂໍ້​ມູນ​ການບິນຂອງ​ເຮືອບິນ ​ສະ​ແດງ​ໃຫ້​ເຫັນວ່າ ເຮືອບິນ​ລໍາ​ນັ້ນ​ໄດ້​ບິນ​ຊ້າເກີນ​ໄປ ​ແລະ​ຢູ່​ໃນ​ລະດັບ​ຕໍ່າ​ເກີ​ນ​ໄປ ​ໃນ​ຕອນ​ກໍາ​ລັງຈະ​ລົງ​ຈອດ​. ທ່ານ​ນາງ Hersman ບໍ່ໃຫ້ການ​ສັນນິຖານ ​ກ່ຽວ​ກັບສາ​ເຫດ​ຂອງ​ອຸ​ປະຕິ​ເຫດ​ຄັ້ງ​ນີ້ ​ແຕ່​ວ່າ​ຂໍ້​ມູນ​ຕ່າງໆ​ສ່ວນຫຼາຍ ທີ່ທາງ NTSB ເປີດ​ເຜີຍ​ອອກ​ມາ​ນັ້ນ ຊີ້ແນະວ່າ ​ຄວາມ​ຜິດພາດ​ຂອງ​ນັກ​ບິນ ​ຈະ​ເປັນ​ຈຸດ​ເພັ່ງ​ເລັງ​ໃນ​ການສືບສວນສອບ​ສວນ ຄັ້ງ​ນີ້.
XS
SM
MD
LG