ທ່ານ Tabare Vazquez ນາຍແພດປົວໂຣກມະເຮັງ ໄວ 75 ປີ
ເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີຄົນໃໝ່ ຂອງຢູຣູກວາຍ
ໃນວັນອາທິດມື້ນີ້ ຊຶ່ງເປັນຄັ້ງທີ່ສອງ ທີ່ທ່ານໄດ້ດຳລົງຕຳແໜ່ງນີ້.
ທ່ານເຄີຍເປັນປະທານາທິບໍດີຂອງຢູຣູກວາຍ ມາແລ້ວ ຈາກ
ປີ 2005 ຫາ 2010. ຢູຣູກວາຍ ຊຶ່ງຕັ້ງຢູ່ໃນພາກພື້ນອາເມຣິກາ
ໃຕ້ນັ້ນ ຫ້າມປະທານາທິບໍດີ ດຳລົງຕຳແໜ່ງສອງສະໄໝ ຕິດຕໍ່ກັນ
ຊຶ່ງສະໄໝນຶ່ງມີກຳນົດ 5 ປີ.
ທ່ານ Vazquez ໄດ້ຮັບເອົາໜ້າທີ່ເປັນຜູ້ນຳຂອງຢູຣູກວາຍ ຈາກ
ທ່ານ Jose Mujica ທີ່ໄດ້ຮັບຄວາມນິຍົມຊົມຊອບສູງ ແລະເປັນ
ອະດີດນັກລົບກອງໂຈນ ທີ່ຮູ້ຈັກກັນໂດຍທົ່ວໄປ ຍ້ອນວິຖີການດຳລົງຊີວິດແບບຖ່ອມໂຕຂອງທ່ານ. ທັງປະທານາທິບໍດີ Mujica ແລະ ປະທານາທິບໍດີ ຄົນໃໝ່ ທ່ານ Vazquez ແມ່ນ ສັງກັດໃນພັກ ກຸ່ມປະສົມແນວໂຮມ ກວ້າງຂວາງ ຫຼື Broad Front Coalition ຊຶ່ງໄດ້ກຳ ອຳນາດມາໄດ້ ທົດສະຫວັດນຶ່ງແລ້ວ.
ພາຍໃຕ້ການນຳຂອງທ່ານ Mujica ນັ້ນ ຢູຣູກວາຍໄດ້ເຮັດໃຫ້ກັນຊາຖືກຕ້ອງ ຕາມກົດໝາຍ ແລະ ໃຫ້ສິດໃນການຮີດລູກອອກ. ທ່ານ Mujica ໃຊ້ຊີວິດງ່າຍໆ ຢູ່ໃນຟາມນ້ອຍໆ ແລະ ຂັບລົດຍີ່ຫໍ້ Volkswagen ລຸ້ນ Beetle ທີ່ເກົ່າແກ່. ທ່ານມີໝາສາມຂາ ທີ່ເປັນ ເພື່ອນໃກ້ຊິດ ຕິດຕາມທ່ານໄປທຸກຫົນແຫ່ງ.