ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳ​ຫລວດທີ່​ຮັບ​ມື​ກັບ ການ​ສັງ​ຫານ​ໝູ່​ ໃນ​ໂຮງ​ຮຽນ ຢູ່​ລັດ​ເທ​ັກ​ຊັ​ສ ຖືກ​ຕຳ​ໜິ​ວ່າ 'ມີ​ຄວາມ​ຫຼົ້ມ​ແຫຼວ ຢ່າງ​ເປັນ​ລະ​ບົບ'


ພ​ວກ​ນັ​ກ​ສືບ​ສວນ​ຊອກ​ກາ​ຫລັກ​ຖານ​ຢູ່ນອກໂຮງ​ຮຽນ​ປະ​ຖົມ Robb ໃນ​ເມືອງ Uvalde, ລັດ​ເທັກ​ຊັ​ສ ໃນ​ວັນ​ທີ 25 ພຶດ​ສະ​ພາ, 2022 ຫລັງ​ຈາກມື​ປືນ ອາ​ຍຸ 18 ປີ ໄດ້​ສັງ​ຫານ​ນັກ​ຮຽນ 19 ຄົນ ແລະ​ນາຍ​ຄູ 2 ຄົນ.
ພ​ວກ​ນັ​ກ​ສືບ​ສວນ​ຊອກ​ກາ​ຫລັກ​ຖານ​ຢູ່ນອກໂຮງ​ຮຽນ​ປະ​ຖົມ Robb ໃນ​ເມືອງ Uvalde, ລັດ​ເທັກ​ຊັ​ສ ໃນ​ວັນ​ທີ 25 ພຶດ​ສະ​ພາ, 2022 ຫລັງ​ຈາກມື​ປືນ ອາ​ຍຸ 18 ປີ ໄດ້​ສັງ​ຫານ​ນັກ​ຮຽນ 19 ຄົນ ແລະ​ນາຍ​ຄູ 2 ຄົນ.

ການສືບສວນຄັ້ງໃໝ່ກ່ຽວກັບການຍິງສັງຫານໝູ່ນັກຮຽນ 19 ຄົນ ແລະນາຍຄູ 2 ຄົນ ຢູ່ໂຮງຮຽນປະຖົມແຫ່ງນຶ່ງ ໃນລັດເທັກ​ຊັ​ສ ທາງຕາເວັນຕົກສຽງໃຕ້ຂອງປະເທດ​ນັ້ນ ໄດ້ຖິ້ມໂທດໃສ່ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະຄົນອື່ນໆ ທີ່ທຳ​ການຮັບ​ມືກັບ​ການ​ໂຈມ​ຕີ​ທີ່​ໜ້າ​ຢ້ານ​ກົວນັ້ນ ແບບ​ຕາມລຳ​ພັງ​ໃຈ ແລະ ຊັກຊ້າ ເມື່ອສອງເດືອນກ່ອນນີ້.

ຄະນະ​ກຳມະການ​ສືບສວນ​ຂອງ​ບັນ​ດາ​ຜູ້​ແທນ​ສ​ະ​ພາ​ປະ​ຈຳ​ລັດ​ເທັກ​ຊັ​ສກ່າວ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ພົບ​ເຫັນ “ຜູ້​ຮ້າຍ” ຄົນ​ໃດ ໃນ​ການ​ສັງຫານ​ໝູ່​ໃນ​ວັນ​ທີ 24 ພຶດສະພາ ຜ່ານ​ມາ​ ນອກ​ເໜືອ​ໄປ​ຈາກ​ມື​ປືນ​ ຊາ​ລ​ວາ​ດໍ ຣາ​ມົ​ສ (Salvador Ramos) ​ໄວ 18 ປີເທົ່ານັ້ນ, ​ແຕ່ວ່າ​ ເຈົ້າ​ໜ້າ​ທີ່​ບັງຄັບ​ໃຊ້​ກົດໝາຍໄດ້​ເຮັດ​ຜິດ ໂດຍ​ທີ່​ລໍຖ້າ​ເປັນ​ເວລາ​ຫຼາຍ​ກວ່າ​ 1 ຊົ່ວ​ໂມງ ກ່ອນ​ຈະບຸກ​ເຂົ້າ​ໄປ​ໃນຫ້ອງ​ຮຽນປໍສີ່ ​ເພື່ອ​ປະ​ເຊີນ​ຫນ້າກັບ​ລາວ ​ແລະ​ສັງ​ຫານ​ລາວ​ໃນ​ທີ່​ສຸດ​.

ບົດລາຍງານທີ່ເຜີຍ​ແຜ່ອອກມາໃນວັນອາທິດວານນີ້ ເວົ້າວ່າ "ບໍ່ມີໃຜທີ່ພວກເຮົາສາມາດຖື​ວ່າ ໄດ້​ສ້າງຄວາມໂຫດຮ້າຍ ຫຼື ມີແຮງຈູງໃຈໃຫ້​ທຳ​ໃນ​ສິ່ງບໍ່ດີ," "ແຕ່ພວກເຮົາພົບເຫັນຄວາມລົ້ມແຫຼວ ຢ່າງ​ເປັນລະບົບ ແລະການຕັດສິນໃຈທີ່ ບໍ່ຖືກ​ຕ້ອງຢ່າງຮ້າຍແຮງ," ເຖິງແມ່ນວ່າ ເຈົ້າຫນ້າທີ່ບັງຄັບໃຊ້ກົດຫມາຍມີ​ເກືອບຮອດ 400 ຄົນ ໄດ້ເຂົ້າໄປຫາໂຮງຮຽນປະຖົມຣອບ (Robb) ໃນເມືອງ ຢູ​ວາ​ລ​ເດ (Uvalde) ລັດ​ເທັກ​ຊັ​ສ ໃນການຮັບ​ມືກັບ​ເຫດສຸກເສີນນັ້ນ.

ບັນດາເຈົ້າໜ້າທີ່ສືບສວນໄດ້ຕຳໜິຕິຕຽນ “ຄວາມບົກຜ່ອງ ແລະຄວາມລົ້ມແຫລວຂອງເຂດໂຮງຮຽນ ອິດສະ​ຫລະ ລວມຂອງເມືອງຢູ​ວາ​ລ​ເດ ແລະຂອງອົງການຕ່າງໆ ພ້ອມ​ທັງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ” ແລະ “ວິທີການເຮັດ​ວຽກແບບບໍ່​ເອົາ​ໃຈໃສ່ໂດຍລວມ” ຂອງເຈົ້າໜ້າທີ່ຢູ່ໃນບ່ອນເກີດເຫດຍິງກັນນັ້ນ.

ບົດລາຍງານດັ່ງກ່າວ ເປັນຄັ້ງທໍາອິດທີ່ໄດ້ຕໍາ​ໜິຝ່າຍບັງຄັບໃຊ້ກົດຫມາຍ ທັງຂອງລັດ ແລະລັດຖະບານກາງ, ບໍ່ພຽງແຕ່ເຈົ້າ​ໜ້າ​ທີ່ທ້ອງຖິ່ນໃນເມືອງຢູ​ວາ​ລ​ເດ ນ້ອຍໆ ​ແຫ່ງນັ້ນ. ໃນ​ບັນ​ດາ​ຜູ້​ທີ່ຕອບ​ຕໍ່ການ​ຮ້ອງ​ຂໍທາງ​ໂທ​ລະ​ສັບ​ສຸກ​ເສີນ​ກ່ຽວ​ກັບ​ມື​ປືນ​ຢູ່​ໃນ​ໂຮງ​ຮຽນນັ້ນ ແມ່ນມີ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ຊາຍ​ແດນ​ສະ​ຫະ​ລັດ​ ເກືອບ​ຮອດ 150 ຄົນ ແລະ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຂອງລັດ 91 ຄົນ.

ບົດ​ລາຍ​ງານ​ດັ່ງກ່າວ ​ໄດ້​ສົ່ງ​ໃຫ້​ບັນດາ​ສະມາຊິກ​ໃນ​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ໃນ​ເຫດການ​ນັ້ນ ​ແມ່ນ​ນຶ່ງ​ໃນ​ການ​ສັງຫານ​ໝູ່​ທີ່​ໃຫຍ່​ ໃນ​ສະຫະລັດ​ໃນຮອບ ຫລາຍ​ອາທິດ​ຜ່ານ​ມານີ້.

ການຍິງສັງຫານໝູ່ໃນເມືອງຢູ​ວາ​ລ​ເດ ພ້ອມກັບການສັງຫານຄົນຜິວດຳ 10 ຄົນ ຢູ່ຮ້ານຂາຍເຄື່ອງທົ່ວ​ໄປ​ໃນ​ເມືອງ​ບັບ​ຟາ​ໂລ, ລັດນິວຢອກ ໃນການໂຈມຕີຍ້ອນ ​ການ​ຈຳ​ແນກທາງເຊື້ອຊາດ ໄດ້ກະຕຸ້ນໃຫ້ລັດຖະສະພາສະຫະລັດ ເຮັດ​ໃຫ້ຂໍ້ຈຳກັດໃນການຂາຍປືນຢູ່ໃນສະຫະລັດເຂັ້ມ​ງວດ​ຂຶ້ນເປັນເທື່ອທຳອິດໃນຮອບສາມ ທົດສະວັດ ແລະຊຸກຍູ້ການສະໜອງທຶນໃຫ້ແກ່ການຮັກສາຄວາມປອດໄພ ຂອງໂຮງຮຽນ ແລະການປິ່ນປົວສຸຂະພາບຈິດສໍາລັບຜູ້ທີ່ມີຄວາມສ່ຽງທີ່ຈະ​ທຳລາຍຕໍ່ຕົນເອງ ຫຼືຜູ້ອື່ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG