ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂາດເຂີນເຂັມສັກຢາວັກຊີນ ເປັນໄພຂົ່ມຂູ່ຕໍ່ ການສັກຢາວັກຊີນ ໃຫ້ແກ່ປະຊາຊົນໃນທະວີບອາຟຣິກາ


ພະນັກງານແພດ ກຳລັງຈັບເອົາເຂັມສັກຢາ ໃນຂະນະທີ ພວກຜູ້ສູງອາຍຸ ໄດ້ຮັບຢາວັກຊີນກັນໄວຣັສໂຄໂຣນາ ເຂັມທຳອິດຂອງ Pfizer ທີ່ໂຄງການສັກຢາວັກຊີນຂະໜາດໃຫຍ່ ທີ່ຫາກໍເປີດຂຶ້ນມາໃໝ່ ສຳລັບພວກຜູ້ເຖົ້າ ໂດຍການຂັບລົດ ເຂົ້າມາສັກໄດ້ ໃນນະຄອນໂຈຮານເນສເບີກ, ປະເທດອາຟຣິກາໃຕ້, ວັນທີ 25 ສິງຫາ 2021.
ພະນັກງານແພດ ກຳລັງຈັບເອົາເຂັມສັກຢາ ໃນຂະນະທີ ພວກຜູ້ສູງອາຍຸ ໄດ້ຮັບຢາວັກຊີນກັນໄວຣັສໂຄໂຣນາ ເຂັມທຳອິດຂອງ Pfizer ທີ່ໂຄງການສັກຢາວັກຊີນຂະໜາດໃຫຍ່ ທີ່ຫາກໍເປີດຂຶ້ນມາໃໝ່ ສຳລັບພວກຜູ້ເຖົ້າ ໂດຍການຂັບລົດ ເຂົ້າມາສັກໄດ້ ໃນນະຄອນໂຈຮານເນສເບີກ, ປະເທດອາຟຣິກາໃຕ້, ວັນທີ 25 ສິງຫາ 2021.

ອົງການອະນາໄມໂລກ ຫຼື WHO ກ່າວເຕືອນເຖິງການຂາດແຄນເຂັມສັກຢາທີ່ເປັນໄພຂົ່ມຂູ່ຈະເຮັດໃຫ້ຄວາມພະຍາຍາມສັກຢາວັກຊີນກັນໂຄວິດ-19 ໃຫ້ແກ່ຊາວອາຟຣິກາຫຼາຍລ້ານຄົນ ເປັນໄປໄດ້ຍາກ ຊຶ່ງເປັນພະຍາດທີ່ໄດ້ຕິດແປດປະຊາຊົນຫຼາຍກວ່າ 8 ລ້ານ 4 ແສນຄົນຢູ່ໃນທະວີບນີ້ ແລະໄດ້ສັງຫານ 217,000 ຄົນແລ້ວ ອີງຕາມລາຍງານໃຫ້ວີໂອເອ ຂອງ ລີຊາ ສໄລນ໌ ຈາກນະຄອນເຈນີວາ.

ຢາວັກຊີນທີ່ຊ່ອຍຊີວິດຄົນ ແມ່ນກຳລັງຂາດເຂີນຢູ່ໃນອາຟຣິກາ. ອົງການອະນາໄມໂລກ ກ່າວວ່າ ພຽງ 6 ເປີເຊັນຂອງພົນລະເມືອງ 1 ພັນ 2 ຮ້ອຍລ້ານຄົນ ແມ່ນໄດ້ສັກຢາວັກຊີນກັນໄວຣັສໂຄໂຣນາຢ່າງຄົບຖ້ວນ. ປຽບທຽບອັນນັ້ນ ກັບ ປະຊາຊົນຢູ່ໃນບັນດາປະເທດທີ່ມີລາຍໄດ້ສູງ ໂດຍສ່ວນໃຫຍ່ແລ້ວ ໄດ້ສັກຢາວັກຊີນຢ່າງຄົບຖ້ວນຫຼາຍກວ່າ 40 ເປີເຊັນ.

ການນຳສົ່ງຢາວັກຊີນໄປໃຫ້ທະວີບດັ່ງກ່າວ ແມ່ນໄດ້ຮີບດ່ວນຂຶ້ນ ແລະຄາດໝາຍວ່າ ຈະເພີ້ມຂຶ້ນຕື່ມອີກໃນປີໜ້ານີ້. ໃນຂະນະທີ່ອັນນັ້ນເປັນທີ່ໃຫ້ກຳລັງໃຈ ຜູ້ອຳນວຍການ ອົງການ WHO ປະຈຳພາກພື້ນອາຟຣິກາ ທ່ານມັດຊິດິໂຊະ ໂມເອຕິ ກ່າວວ່າ ຄວາມຂາດແຄນຂອງເຂັມສັກຢານັ້ນ ອາດເຮັດໃຫ້ຄວາມກ້າວໜ້າຢຸດສະງັກໄດ້.

ທ່ານເວົ້າວ່າ “ຂ້າພະເຈົ້າພຽງໝາຍຄວາມວ່າ ເຂັມສັກຢາຟັງແລ້ວແມັນເປັນສິ່ງທີ່ເລັກນ້ອຍໃນພາບໂດຍລວມຂອງການນຳເອົາຢາວັກຊີນອອກມານັ້ນ ແຕ່ພວກເຮົາຮູ້ດີວ່າ ຖ້າເຈົ້າບໍ່ມີເຂັມສັກຢາ ເຈົ້າກໍບໍ່ສາມາດສັກຢາໃສແຂນຂອງປະຊາຊົນໄດ້ ສະນັ້ນມັນແມ່ນເລື້ອງທີ່ສຳຄັນແທ້…ມັນຈະກາຍເປັນໄພຂົ່ມຂູ່ທີ່ວ່າ ການສະໜອງເຂັມສັກຢາຈະຄ່ອຍໆຫລຸດລົງ.”

ອົງການກກອງທຶນເພື່ອເດັກຂອງສະຫະປະຊາຊາດ ຫຼື UNICEF ສົ່ງເຂັມສັກຢາໄປໃຫ້ທົ່ວໂລກໃນການແຈກຢາຍຢາວັກຊີນໄປໃຫ້ແຕ່ລະສະຖານທີ່ ພາຍໃຕ້ໂຄງການ COVAX.

ທ່ານ ໂມເອຕິ ກ່າວວ່າ ອົງການ UNICEF ຄາດວ່າການຂາດແຄນເຂັມສັກຢາທີ່ຕ້ອງການໃນທົ່ວໂລກສຳລັບໂຄວິດ-19 ຈະມີຢູ່ປະມານ 2 ພັນລ້ານເຂັມ ແລະ ເປັນການສັກຢາວັກຊີນກັນພະຍາດເປັນປະຈຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG