ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບໃນຊີເຣຍ ແຜ່ລາມ ໄປສູ່ເລບານອນ


ການ​ສູ້ລົບ​ຢູ່​ໃນຊີ​ເຣຍ ​ແຜ່​ລາມ​ຂ້າມ​ຊາຍ​ແດນ​ ເຂົ້າໄປໃນປະ​ເທດ ເພື່ອນ​ບ້ານ ​ເລ​ບາ​ນອນ.
ການ​ສູ້ລົບ​ຢູ່​ໃນຊີ​ເຣຍ ​ແຜ່​ລາມ​ຂ້າມ​ຊາຍ​ແດນ​ ເຂົ້າໄປໃນປະ​ເທດ ເພື່ອນ​ບ້ານ ​ເລ​ບາ​ນອນ.
ການ​ສູ້ລົບ​ຢູ່​ໃນຊີ​ເຣຍ ​ໄດ້ແຜ່​ລາມ​ຂ້າມ​ຊາຍ​ແດນ​ອີກຄັ້ງ​ນຶ່ງ ເຂົ້າ​
ໄປໃນປະ​ເທດເພື່ອນ​ບ້ານ ​ເລ​ບາ​ນອນ ​ໃນ​ຂະນະ​ທີ່​ປາກົດ​ວ່າ
ກໍາລັງ ຂອງພວກ​ກະບົດ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກພວກ​ນັກ
​ລົບ​ອິສລາ​ມ ​ກໍາລັງທໍາ​ຄວາມ​ຄືບ​ໜ້າ​ ຢູ່​ໃນ​ພາກ​ເໜືອ​ຂອງຊີເຣຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ​ເລ​ບາ​ນອນ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ໄດ້​ມີ
ການ​ຍິງ​ຕໍ່ສູ້​ກັນ ​ໃນເມືອງ Tripoli ພາ​ກ​ເໜືອ​ຂອງ​ເລ​ບາ​ນອນ ທີ່ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍສີ່​ຄົນ​ເສຍ​ຊີວິດ. ຄວາມ​ຮຸ່ນ​ແຮງ​ເຖິງ​ຕາຍ​ດັ່ງກ່າວ ​ແມ່ນ​ເກີດ​ຈາກ​ການ​ຕໍ່ສູ້​ກັນ ລະຫວ່າງ​ຊາວ Sunni ​ທີ່​ສະໜັບສະໜຸນ​ພວກ​ກະບົດຊີ​ເຣຍ ຢູ່​ໃນ​ຄຸ້ມ Bab Tabbaneh ກັບຊາວ Alawites ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ໃນ​ເມືອງ Jabal Mohsen ທີ່ຢູ່​ຕິດ​ກັນ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ກໍປາກົດ​ວ່າ ປະທານາທິບໍດີ ຊີ​ເຣຍ ​ໄປ​ຮັບຄວາມ ຄວາມ​ອັບ​ອາຍ​ຂາຍ
ໜ້າ​ອີກຄັ້ງ​ນຶ່ງ ​ເວລາ​ຜູ້​ພິພາກສາ ​ແລະ​ໄອ​ຍະ​ການ ​ເກົ້າ​ທ່ານ ພາກັນ​ໂຕນ​ໜີໄປ​ຫາ​ຝ່າຍ​ຄ້ານ. ພວກຜູ້​ພິພາກສາ​ເຫລົ່າ​ນັ້ນ ຍັງ​ໄດ້​ຮຽກຮ້ອງ​ຜ່ານ​ທາງອິນ​ເຕີ​ແນັດ ໃຫ້ຜູ້​ພິພາກສາ​ຄົນ​ອື່ນ​ໆ​ອີກ ​ໜີ​ອອກ​ຈາກ​ຖັ້ນ​ແຖວ​ຂອງ ທ່ານ Assad.

ກໍາລັງ​ລັດຖະບານ​ຊີ​ເຣຍ ຍັງ​ໄດ້​ເສຍ​ທີ່​ໝັ້ນ​ ໃກ້​ກັບ​ເມືອງ Aleppo ບ່ອນ​ທີ່​ພວກ​ນັກ​ລົບ
ອິສລາ​ມ ​ຍຶດໄດ້ກອງ​ບັນຊາ​ການ​ເຂດແຫ່ງ​ນຶ່ງ. ກຸ່ມ​ສັງ​ເກດ​ການສິດທິ​ມະນຸດ​ຊີ​ເຣຍ ​ທີ່​ຕັ້ງ​ຢູ່​ໃນອັງກິດ ກ່າວ​ວ່າ ຢ່າງ​ນ້ອຍ​ພວກ​ນັກ​ລົບ​ຈໍານວນ​ນຶ່ງ ແມ່ນ​ສັງກັດ​ຢູ່​ກັບ​ກຸ່ມ Javht al-Nusra ​ທີ່​ສົງໄສ​ກັນວ່າ ມີ​ສ່ວນພົວພັນ​ກັບກຸ່ມ​ກໍ່​ການ​ຮ້າຍ al-Qa
XS
SM
MD
LG