ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານຊີເຣຍ ຍຶດເອົາ ເມືອງສຳຄັນ ຂອງພວກກະບົດ ໃກ້ຊາຍແດນເລບານອນ (ວີດີໂອ)


Syria 16mar
please wait
Embed

No media source currently available

0:00 0:00:34 0:00

ວີດີໂອ ກ່ຽວກັບຂ່າວນີ້.

ທະຫານ​ຊີ​ເຣຍ​ໄດ້​ຍຶດ​ເອົາ​ຫົວ​ເມືອ​ງ​ນຶ່ງ​ທີ່​ສຳຄັນ ທີ່ຄວບ​ຄຸມ
​ໂດຍ​ພວກ​ກະບົດ ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ເລ​ບາ​ນອນ.

ສື່​ຂອງ​ລັດ ​ແລະ​ພວກ​ນັກ​ເຄື່ອນ​ໄຫວ ກ່າວ​ວ່າ ພວກ​ທະຫານ
​ຊີ​ເຣຍ​ໄດ້​ຍຶດ​ເອົາ​ເມືອງ Yabroud ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງເປັນ
​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກ​ກະບົດ​ ໃນເຂດ Qalamoun
ບ່ອນ​ທີ່ພວກ​ກຳລັງ​ຂອງ​ຝ່າຍ​ລັດຖະບານ​ໄດ້​ທຳ​ການ​ບຸກ​ໂຈມ​ຕີ
ມາ​ໄດ້ໄລຍະ​ນຶ່ງ ​ເພື່ອ​ພະຍາຍາມ​ຕັດ​ສາຍ​ລຳລຽງ​ຕ່າງໆ​ຂອງ
​ຝ່າຍ​ກະບົດຈາກ​ຟາກຊາຍ​ແດນນັ້ນ.

ລາຍ​ງານ​ສື່​ຂອງ​ລັດ ​ເວົ້າວ່າ ກອງ​ທະຫານ​ຂອງ​ຊີ​ເຣຍກຳລັງ
​ທຳ​ການຊອກ​ຄົ້ນ​ຫາ​ອາວຸດ​ໃນ​ທົ່ວ​ໂຕເມືອງ Yabroud ​ແລະ​ເກັບ​ກູ້​ລະ​ເບີດ​ທີ່​ພວກກະບົດ
​ໄດ້ຝັງ​ໄວ້​.

ປະຊາຊົນ​ໃນ​ຈຳນວນ​ຫຼາຍ​ກວ່າ 140 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປ ​ແລະ​ອີກ 2 ລ້ານ 5 ແສນ​ຄົນ
​ພາກັນ​ອົບ​ພະຍົບໜີ​ອອກ​ຈາກ​ປະ​ເທດ​ໄປ ນັບ​ແຕ່​ສົງຄາມ​ກາງ​ເມືອງ​ຊີ​ເຣຍໄດ້​ເລີ້ມ​ຂຶ້ນໃນ
​ເດືອນ​ມີນາ​ປີ 2011 ​ເປັນ​ຕົ້ນ​ມາ. ບັນຫາ​ຂັດ​ແຍ້​ງດັ່ງກ່າວໄດ້​ເລີ້ມ​ຂຶ້ນດ້ວຍການ​ເດີນ​ຂະ​ບວນ
ປະ​ທ້ວງ​ຂອງ​ມະຫາຊົນ​ໃນ​ຖະໜົນ​ຫົນທາງ​ຕໍ່ຕ້ານ​ປະທານາທິບໍດີ Bashar al-Assad​ແລະ
ໄດ້​ກາຍ​ມາ​ເປັນການ​ກະບົດຫຼັງ​ຈາກ​ລັດຖະບານທຳການ​ປາບ​ປາມ​ພວກເດີນ​ຂະ​ບວນປະ​
ທ້ວງຢ່າງ​ຮຸນ​ແຮງ.

​ໃນ​ອີກ​ດ້ານ​ນຶ່ງ ກຸ່ມ​ສັງ​ເກດ​ການ​ດ້ານສິດທິ​ມະນຸດຂອງ​ຊີ​ເຣຍ ທີ່​ກຸງ​ລອນ​ດອນ ກ່າວວ່າ
ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ແນວ​ໂຮມ al-Nusra ຊຶ່ງ​ເປັນ​ກຸ່ມ​ທີ່​ມິ​ສ່ວນ​ພົວພັນ​ກັບ​ເຄືອ​ຂ່າຍ
al-Qaida ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ ທີ່​ເມືອງ Yabroud ​ໃນ​ລະຫວ່າງ​ການ​
ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ກອງທັບ ​ກັບ​ພວກ​ນັກ​ຕໍ່ສູ້​ຂອງກຸ່ມ Hezbollah.
XS
SM
MD
LG