ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາ​ທິບໍດີ​ຊີ​ເຣຍ ຈະ​ບໍ່​ຍອມ​ລາ​ອອກ​ ກ່ອນ​ການ​ເລືອກ​ຕັ້ງ ​ປີໜ້າ​ (ວີດີໂອ)


ທະຫານປົດປ່ອຍຊີເຣຍຈຸນຶ່ງ ຂະນະປະຕິບັດການສູ້ລົບ ກັບຝ່າຍລັດຖະບານໃນເມືອງ Qusair ຂອງຊີເຣຍ.
ທະຫານປົດປ່ອຍຊີເຣຍຈຸນຶ່ງ ຂະນະປະຕິບັດການສູ້ລົບ ກັບຝ່າຍລັດຖະບານໃນເມືອງ Qusair ຂອງຊີເຣຍ.
ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ​ເວົ້າ​ວ່າ ​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ
13 ຄົນ​ໃນວັນ​ອາທິດ​ມື້​ນີ້ ​ໃນ​ການໂຈມຕີ​ບັ້ນ​ນຶ່ງ​ຂອງ​ລັດຖະ
ບານ ຕໍ່​ເມືອງ Qusair ​ທີ່ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ຝ່າຍ​ຕໍ່ຕ້ານ
ຢູ່​ໃກ້​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ເລ​ບາ​ນອນ.

​ເມືອງ Qusair ຕົກ​ຢູ່​ໃນ​ພາຍ​ໃຕ້​ການ​ຍິງ​ຕໍ່ສູ້​ກັນ​ເປັນເວລາ
ຫຼາຍອາທິດມາແລ້ວ ​ເວລາ​ທະຫານ​ຂອງ​ລັດຖະບານ​ພະຍາ
ຍາມເຂົ້າຍຶດ​ເມືອງ​ດັງ​ກ່າວ​ຄືນ ​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ ​
ແລະ​ລະດົມ​ຍິງປືນ​ໃຫຍ່​ໃສ່. ​ເມືອງ​ດັ່ງກ່າວ​ຖື​ວ່າ​ມີ​ຄວາມສໍາ
ຄັນ​ດ້ານ​ຍຸ​ທະ​ສາດ ຍ້ອນ​ວ່າ​ມັນ​ເປັນຈຸດ​ເຊື່ອມ​ຕໍ່​ລະຫວ່າງ
ເມືອງຫຼວງດາ​ມັສກັສ ກັບ​ຝັ່ງ​ທະ​ເລ.

ຂະນະ​ດຽວ​ກັນ ປະທານາ​ທິບໍດີ​ຊີ​ເຣຍ ທ່ານ Bashar Al-Assad ​ເວົ້າ​ ​ວ່າ ທ່ານ​ຈະ​ບໍ່​ຍອມ​ລາ​ອອກ​ ກ່ອນ​ການ​ເລືອກ​ຕັ້ງ​ປີໜ້າ​ນີ້.

ຄໍາ​ເຫັນ​ດັ່ງ​ກ່າວຂອງ​ທ່ານ​ອັດ​ຊັດ ​ໄດ້​ພິມ​ເຜີຍ​ແຜ່​ເມື່ອ​ວັນ​ເສົາ​ວາ​ນນີ້​ໃນ​ໜັງສື​ພິມ
Clarin ຂອງອາ​ເຢັນ​ຕິ​ນາ. ມັນ​ເປັນ​ຄວາມ​ເຫັນເທື່ອ​ທໍາ​ອິດ ກ່ຽວ​ກັບ​ອະນາຄົດ​ການ​ເມືອງ​
ຂອງ​ທ່ານ ນັບ​ຕັ້ງ​ແຕ່​ສະຫະລັດ​ແລະຣັດ​ເຊຍໄດ້ເຫັນ​ພ້ອມ​ກັນ​ໃນ​ເດືອນ​ນີ້ ທີ່​ຈະ​ພະຍາ
ຍາມ​ນໍາ​ເອົາ​ລັດຖະບານ​ຊີ​ເຣຍ ​ແລະ​ຝ່າຍ​ຄ້ານ ​ມາຮ່ວມເຈລະ​ຈາ​ກັນ ​ຫາວິທີການ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້​ງ​ໃນຊີ​ເຣຍ ຢ່າງ​ສັນຕິ.

ທັງ​ວໍ​ຊິງ​ຕັນ ​ແລະມອສ​ໂກ ໜຸນຫຼັງຝ່າຍ​ຄ້ານ ​ໃນ​ກໍລະນີ​ຂໍ້​ຂັດ​ແຍ້​ງກັນ​ນີ້.

​ຫຼາຍກວ່າ 70,000 ຄົນ ທີ່​ຖືກ​ສັງຫານ ​ແລະ​ອີກຫຼາຍລ້ານ​ຄົນຖືກ​ພັດ ພາກ​ຖິ່ນ​ຢູ່​ອາໄສ ນັບ​ຕັ້ງ​ແຕ່​ການ​ລຸກ​ຮູ​ຂຶ້ນຕໍ່ຕ້ານ​ທ່ານອັດ​ຊັດ​ໃນ​ເດືອນ​ມີນາ ປີ 2011 ​ເປັນ​ຕົ້ນ​ມາ.

ວີດິໂອ ປະທານາທິບໍດີຊີເຣຍ ໃຫ້ສໍາພາດຂ່າວ:

ມີການສູ້ລົບກັນໃນເມືອງ Qusair ຂອງຊີເຣຍ
please wait

No media source currently available

0:00 0:00:51 0:00
XS
SM
MD
LG