ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຊຸນນີ ຫຼາຍຮ້ອຍຄົນ ພາກັນຫຼົບໜີ ຈາກເມືອງ Banias


ຊາວຊຸນນີ ຫລາຍຮ້ອຍຄົນ ພາກັນຫລົບໜີຈາກບ້ານເຮືອນ ໃນເຂດແຄມຝັ່ງທະເລ ເພາະຢ້ານການສັງຫານໝູ່ຄັ້ງໃໝ່.
ຊາວຊຸນນີ ຫລາຍຮ້ອຍຄົນ ພາກັນຫລົບໜີຈາກບ້ານເຮືອນ ໃນເຂດແຄມຝັ່ງທະເລ ເພາະຢ້ານການສັງຫານໝູ່ຄັ້ງໃໝ່.

ບັນດາ​ນັກເຄື່ອນ​ໄຫວ​ໃນ​ຊີ​ເຣຍກ່າວ​ວ່າ ພວກ​ທີ່​ນັບຖື​ສາສະໜາ
​ອິສລາມ​ນິກາຍ Sunni ຫລາຍ​ຮ້ອຍ​ຄົນ ​ພາກັນ​ຫລົບໜີ​ຈາກ​
ເ​ມື​ອງ Banias ຊຶ່ງ​ເປັນ​ຫົວ​ເມືອງ ​ແຄມທະ​ເລ ຍ້ອນຢ້ານ​ກົວຈະ​
ມີການ​ໂຈມ​ຕີ​ຄັ້ງໃໝ່ ຫລັງ​ຈາກມີ​ການ​ກ່າວ​ຫາ​ວ່າ ມີ​ການສັງຫານ
​ໝູ່​ເກີດ​ຂຶ້ນ ຢູ່ບ້ານ​ນຶ່ງ​ທີ່​ຕັ້ງຢູ່​ໃກ້​ຄຽງ​ນັ້ນ.

ກູ່ມປົກປ້ອງສິດທິມະນຸດ​ໃນ​ຊີ​ເຣຍ ທີ່ມີຫ້ອງການຢູ່ອັງກິດກ່າວ​ວ່າ
ຫລາຍ​ໆຄວບ​ຄົວພາກັນ​ເລີ້ມຫລົບ​ໜີ​ອອກ​ຈາກ​ຂົງ​ເຂດ​ດັ່ງກ່າວໃນ​
ຕອນ​ເຊົ້າ​ຂອງ​ວັນເສົາ​ມື້ນີ້.

​ໃນ​ວັນ​ສຸກວານ​ນີ້ ກຸ່ມຕໍ່ຕ້ານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຊີ​ເຣຍ ​ໄດ້​ກ່າວ​ຫາລັດຖະບານປະທານາທິບໍດີ
Bashar al-Assad ວ່າ ​ໄດ້​ທຳ​ການ “ສັງຫານໝູ່​ຂະໜາດ​ໃຫຍ່” ຢູ່​ທີ່​ບ້ານ Bayda ທາງ​ພາກ​
ຕາ​ເວັນຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ໂດຍ​ໄ​ດ້ສັງ​ຫານ​ພົນລະ​ເຮືອນ​ຢ່າງໜ້ອຍ 150 ຄົນຮວມ​ທັງ​
ເດັກນ້ອຍ. ​ບ້ານ Bayda ​ເປັນ​ບ້ານ​ທີ່​ຄົນ​ອາ​ໄສ​ຢູ່​ສ່ວນ​ໃຫຍ່​ນັບຖື​ສາສະໜາ​ອິສລາມ ນິກາຍ
Sunni ຊຶ່ງ​ເປັນພວກ ທີ່ຄອບ​ງໍາ​ການໃນ​ຂະ​ບວນການ​ຕໍ່ຕ້ານ​ລັດຖະບານ​ຂອງ​ຊີ​ເຣຍນັ້ນ.

ການ​ເຄື່ອນ​ໄຫວອີກ​ຢ່າງ​ນຶ່ງ ​ໃນ​ວັນ​ສຸກວານ​ນີ້ ກໍ​ຄື ປະທານາທິບໍດີ Barack Obama ກ່າວ​ວ່າ
ທ່ານ​ຍັງ​ບໍ່​ສາມາດ​ມອງ​ເຫັນ​ໄດ້​ວ່າ ຈະ​ເກີດ​ເຫດການທີ່ສະ ຫະລັດ ຈະ​ສົ່ງ​ກຳລັງພາກ​ພື້ນ​ດິນຂອງ​
ສະຫະລັດ ​ເຂົ້າ​ໄປ​ໃນ​ຊີ​ເຣຍ.

ທ່ານ Obama ​ກ່າວ​ໃນ​ຂະນະ​ທີ່​ຢ້ຽມຢາມປະ​ເທດ Costa Rica ວ່າ ທ່ານ​ບໍ່​ປະຕິ​ເສດ​ ກ່ຽວ​ກັບ​
ຄວາມ​ເປັນ​ໄປ​ໄດ້ ທີ່​ຈະ​ດຳ​ເນີນ​ການ​ສິ່ງ​ໃດສິ່ງ​ນຶ່ງ ​ແຕ່ການ​ສົ່ງ​ກຳລັງ​ພາກພື້ນດິນ​ເຂົ້າ​ໄປ​ນັ້ນ ຈະ​ບໍ່
ໃຫ້ປະ​ໂຫຍ​ດຫຍັງ​ ​ແກ່​ສະຫະລັດ ​ຫລື ​ຊີ​ເຣຍ.
XS
SM
MD
LG