ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການກ່າວຫາ ລັດຖະບານຊີເຣຍ ໂຈມຕີ ສູນອົບພະຍົບ ທີ່ສັງຫານ 30 ຄົນ


ຮູບພາບຈາກ ວີດີໂອ ຂອງກຸ່ມ White Helmet' ທີ່ປົກປ້ອງພົນ ລະເຮືອນຊີເຣຍ ສະແດງໃຫ້ເຫັນ ຫລັງຈາກການໂຈມຕີ.
ຮູບພາບຈາກ ວີດີໂອ ຂອງກຸ່ມ White Helmet' ທີ່ປົກປ້ອງພົນ ລະເຮືອນຊີເຣຍ ສະແດງໃຫ້ເຫັນ ຫລັງຈາກການໂຈມຕີ.

ເຈົ້າໜ້າ​ທີ່​ທ່ານ​ນຶ່ງ​ຂອງ​ອົງການ​ສະຫະ​ປະຊາ​ຊາດຮຽກຮ້ອງ​ໃຫ້​ທຳ​ການ​ສືບສວນ​ເບິ່ງ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ສູນ​ອົບ​ພະຍົບຊີ​ເຣຍ​ແຫ່ງ​ນຶ່ງທີ່​ເຮັດ​ໃຫ້​ຫລາຍສິບ​ຄົນ​ເສຍ​ຊີວິດໃນ ​ວັນ​ພະຫັດ​ວານ​ນີ້ໂດຍເວົ້າ​ວ່າ ການ​ໂຈມ​ຕີ​ດັ່ງກ່າວແມ່ນ​ເທົ່າ​ກັບ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ ສົງຄາມ.

​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 30 ຄົນ ​ໃນ​ການ​ໂຈ​ມຕີ​ ສູນ​ອົບ​ພະຍົບ Kamouna ທີ່ຕັ້ງຢູ່​ໃກ້ໆ​ກັບ​ເມືອງ Sarmada ​ໃນ​ແຂວງ Idlip ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ ​ແລະ​ນອກ​ນັ້ນ ຍັງ​ມີ​ອີກ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ໂຈມ​ຕີ​ດັ່ງກ່າວ ອີງ​ຕາມ​ຄະນະ​ກຳມະການ​ປະສານ​ງານ​ໃນ​ເຂດ​ທ້ອງ​ຖິ່ນ ​ທີ່​ເອີ້ນຫຍໍ້​ເປັນ​ພາສາ​ອັງກິດ​ວ່າ LCC ຊຶ່ງ​ເປັນຕາໜ່າງນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ທ່ານ Assad.

ກຸ່ມ​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ຕິດຕາມ​ສະຖານະ​ການ​ອີກ​ກຸ່ມ​ນຶ່ງ ຄື​ກຸ່ມ​ສິ້ງຊອມ​ສິດທິມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ລາຍ​ງານ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີວິດ​ແມ່ນ 28​ ຄົນຮວມ ທັງ​ພວກ​ແມ່ຍິງ​ແລະ​ເດັກນ້ອຍ ​ແຕ່​ກໍ​ເຕືອນ​ວ່າໂຕ​ເລກ​ເຫຼົ່ານີ້ອາດຈະ​ເພີ້ມຂຶ້ນຕື່ມ.

ໜ່ວຍດັບເພີ່ງຄົນນຶ່ງກຳລັງສີດນໍ້າໃສ່ສູນ ບ່ອນເກີດໄຟໄໝ້ ໃກ້ກັບເມືອງ Sarmada ປະເທດ Syria.
ໜ່ວຍດັບເພີ່ງຄົນນຶ່ງກຳລັງສີດນໍ້າໃສ່ສູນ ບ່ອນເກີດໄຟໄໝ້ ໃກ້ກັບເມືອງ Sarmada ປະເທດ Syria.

ທ່ານ Stephen O’Brien ຮອງ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ຮັບຜິດຊອບ​ກ່ຽວ​ກັບ​ກິດຈະການ​ມະນຸດ​ສະທຳ ກ່າວ​ວ່າ ການ​ສົງ​ໄສ​ກ່ຽວ​ກັບ​ການ​ໂຈມ​ຕີນີ້​ແມ່ນ​ມີ​ຕໍ່​ລັດຖະ ບານ​ຊີ​ເຣຍແລະ​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຖື​ວ່າ​ຜູ້​ໃດ​ກໍ​ຕາມທີ່ໄດ້ກະທຳ​ການຊົ່ວ​ຮ້າຍ​ດັ່ງກ່າວຈະຕ້ອງເປັນ​ຜູ້​ຮັບຜິດຊອບ.

ຄົນພາກັນຍ່າງຜ່ານສູນບ່ອນຖືກໄຟໄໝ້ໃກ້ກັບເມືອງ Sarmada ປະເທດ Syria.
ຄົນພາກັນຍ່າງຜ່ານສູນບ່ອນຖືກໄຟໄໝ້ໃກ້ກັບເມືອງ Sarmada ປະເທດ Syria.

ທ່ານ O’Brien ກ່າວ​ວ່າ ບໍ່​ຕ້ອງ​ມີ​ຄວາມ​ສົງ​ໄສ​ວ່າ ການ​ກະທຳ​ທີ່​ໜ້າ​ຢ້ານ​ກົວ​ເຫຼົ່ານີ້ ບ່ອນ​ໃດ​ກໍ​ຕາມ​ທີ່​ມັນ​ເກີດ​ຂຶ້ນ ​ແລະ​ຜູ້​ໃດ​ກໍ​ຕາມ ທີ່​ເປັນ​ຜູ້​ກໍ່​ການ​ຈະ​ບໍ່​ມີການ​ຫລົງ​ລືມແລະ​ພວກ​ທີ່​ກໍ່​ການ ຈະ​ຕ້ອງ​ເປັນ​ຜູ້​ຮັບຜິດຊອບ.

Syria Airstrike Refugees
please wait

No media source currently available

0:00 0:00:30 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG