ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົບພະຍົບ ຊີເຣຍ ໃນ ສະຫະລັດ ໄດ້ເພີ່ມ ຂຶ້ນເປັນສອງເທົ່າ ໃນເດືອນຜ່ານມາ


ເດັກນ້ອຍອົບພະຍົບ ຊີເຣຍ ຫຼິ້ນນຳກັນ ໃນຂະນະທີ່ພວກ
ເຂົາເຈົ້າລໍຖ້າກັບຄອບຄົວຂອງພວກເຂົາເຈົ້າ ເພື່ອລົງຖະບຽນ
ທີ່ສູນດຳເນີນການ ສຳລັບອົບພະຍົບ ຊີເຣຍ ໃນລະຫວ່າງ ການທ່ຽວຊົມຂອງສື່ມວນຊົນ ຈັດໂດຍສະຖານທູດ ສະຫະລັດ ໃນເມືອງ Amman, ປະເທດ ຈໍແດນ. 6 ເມສາ, 2016.
ເດັກນ້ອຍອົບພະຍົບ ຊີເຣຍ ຫຼິ້ນນຳກັນ ໃນຂະນະທີ່ພວກ ເຂົາເຈົ້າລໍຖ້າກັບຄອບຄົວຂອງພວກເຂົາເຈົ້າ ເພື່ອລົງຖະບຽນ ທີ່ສູນດຳເນີນການ ສຳລັບອົບພະຍົບ ຊີເຣຍ ໃນລະຫວ່າງ ການທ່ຽວຊົມຂອງສື່ມວນຊົນ ຈັດໂດຍສະຖານທູດ ສະຫະລັດ ໃນເມືອງ Amman, ປະເທດ ຈໍແດນ. 6 ເມສາ, 2016.

ຈຳນວນອົບພະຍົບ ຊີເຣຍ ທີ່ເດີນທາງເຂົ້າມາໃນ ສະຫະລັດ ໃນເດືອນມິຖຸນາ ໄດ້ເພີ່ມຂຶ້ນ ເປັນ 2 ເທົ່າຈາກກ່ອນໜ້າເດືອນທີ່ຜ່ານມາເຮັດໃຫ້ເປົ້າໝາຍ ຂອງປະທານາທິບໍດີ ບາຣັກ ໂອບາມ ໃນການຕັ້ງຖິ່ນຖານໃໝ່ໃຫ້ພວກອົບ ພະຍົບ 10,000 ຄົນ ພາຍໃນທ້າຍປີງົບປະ ມານໃນເດືອນຕຸລານີ້ຄາດເຄື່ອນ.

ສູນກາງການດຳເນີນການດ້ານອົບພະຍົບຂອງ ກະຊວງການຕ່າງ ປະເທດ ສະ ຫະລັດ ລາຍງານວ່າ ອົບພະຍົບ ຊີເຣຍ 2,381 ຄົນໄດ້ເດີນທາງຮອດ ສະຫະ ລັດ ໃນເດືອນທີ່ຜ່ານມາ. ພວກເຂົາເຈົ້າໄດ້ໄປຕັ້ງຖິ່ນຖານຢູ່ໃນ 38 ລັດ, ສ່ວນ ຫຼາຍແມ່ນໃນລັດ Michigan 570 ຄົນ, ລັດຄາລີຟໍເນຍ 500 ຄົນ, ລັດອາຣີ ຊອນນາ 388 ຄົນ, ລັດອີລີນອຍ 343 ຄົນ, ລັດຟີລາແດລເຟຍ 340 ຄົນ, ລັດເທັກຊັສ 321 ຄົນ ແລະ ລັດຟລໍຣິດາ 301 ຄົນ.

ເພື່ອບັນລຸເປົ້າໝາຍຂອງລັດຖະບານ, ສະຫະລັດ ຕ້ອງໄດ້ຮັບເອົາອົບພະຍົບ ຊີເຣຍ 4,814 ຄົນໃນລະຫວ່າງ 3 ເດືອນຕໍ່ໄປນີ້.

ນັບຕັ້ງແຕ່ການເລີ່ມຕົ້ນຂອງສົງຄາມກາງເມືອງ ຊີເຣຍ ໄດ້ເກີດຂຶ້ນໃນປີ 2011, ປະຊາຊົນ ຊິີເຣຍ 4 ລ້ານ 1 ແສນຄົນໄດ້ຫຼົບໜີອອກຈາກປະເທດ, ອີງຕາມສະພາ ກ່ຽວກັບ ການພົວ ພັນຕ່າງປະເທດ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG