ບ້ານພັກສອງຫ້ອງນອນຂອງຄອບຄົວນຶ່ງທີ່ຕັ້ງຢູ່ເຖິງເນີນພູ ແລະບໍ່ມີນ້ຳປະປາໃຊ້. ລູກນ້ອຍຊື່ວ່າ ນາງໄຊເນບ ອາຍຸ 3 ປີ ກຳລັງຮ້ອງໄຫ້ຍ້ອນຄວາມຫິວ. ນາງບໍ່ໄດ້ກິນຫຍັງເລີຍໝົດມື້ ນາງອິສມາຮານ ຜູ້ເປັນແມ່ຂອງເດັກຍິງ ໄດ້ກ່າວໄປ ໃນຂະນະທີ່ພັນເຂົ້າໃສ່ໃບໝາກເຣແຊັ້ງຢູ່ ອັນທີ່ຈະເປັນອາຫານຄ່ຳສຳລັບຄອບຄົວ.
ໃບໄມ້ທີ່ໄດ້ເກັບມາຈາກພວກຕົ້ນເຣແຊັ້ງນັ້ນ ນາງອິສມາຮານ ອະທິບາຍວ່າ ກໍຍ້ອນພວກເຂົາເຈົ້າບໍ່ມີເງິນທີ່ຈະໄປຊື້ພວກມັນ.
ເຊັ່ນດຽວກັນກັບຄອບຄົວອົບພະຍົບຊາວຊີເຣຍທັງຫຼາຍທີ່ອາໄສຢູ່ໃນເທີກີ ໃນລະຫວ່າງການແຜ່ລະບາດໃນທົ່ວໂລກຂອງໄວຣັສໂຄໂຣນາ ພວກເຂົາເຈົ້າ ກໍຍັງບໍ່ສາມາດຈ່າຍຄ່າເຊົ່າຂອງພວກເຂົາເຈົ້າໄດ້.
ແປດຄົນລວມທັງລູກນ້ອຍສອງຄົນຂອງນາງອິສມາຮານ ແມ່ນແຫຍ້ກັນຢູ່ພາຍໃນບ້ານພັກຫຼັງນ້ອຍໆດັ່ງກ່າວ ແລະຢູ່ສະຖານທີ່ລີ້ໄພທີ່ໄດ້ຖືກປະຖິ້ມຢູ່ໃກ້ໆນັ້ນ. ຄ່າເຊົ່າບ້ານພັກນີ້ ແມ່ນພຽງແຕ່ 30 ໂດລາເທົ່ານັ້ນ ຖືກຫຼາຍສຳລັບນະຄອນ ອິສຕານບູລ ແຕ່ພວກເຂົາເຈົ້າບໍ່ໄດ້ຈ່າຍຄ່າເຊົ່າສອງເດືອນແລ້ວ.
ນາງອິສມາຮານ ເວົ້າວ່າ “ເຈົ້າຂອງບ້ານພັກ ກ່າວວ່າ ລາວຈະໄລ່ພວກເຮົາອອກ ຖ້າພວກເຮົາບໍ່ຈ່າຍຄ່າເຊົ່າ ລາວບໍ່ມັກຄົນຊີເຣຍ.”
ໃນທົ່ວປະເທດເທີກີ ຄອບຄົວແບບດຽວກັນກັບນາງອິສມາຮານນັ້ນ ໄດ້ຍົກຍ້າຍອອກໄປຈາກຄວາມທຸກຍາກໄປສູ່ຄວາມຕົກທຸກໄດ້ຍາກຕື່ມຂຶ້ນໃນຂະນະທີ່ພວກເຂົາເຈົ້າຢູ່ຢ່າງໂດດດ່ຽວເພີ້ມຂຶ້ນນັບມື້ ເພາະມາດຕະການປິດເມືອງຍ້ອນໂຣກລະບາດດັ່ງກ່າວ.
ພວກອົບພະຍົບຊາວຊີເຣຍໂດຍສ່ວນໃຫຍ່ ກາງຕໍ່ເງິນລາຍໄດ້ຈາກພາກສ່ວນທີ່ບໍ່ເປັນທາງການຂອງປະເທດ ໃນວຽກງານຕ່າງໆເຊັ່ນເປັນຄົນທຳຄວາມສະອາດ ຕັດຫຍິບ ເຮັດວຽກຕາມຫ້າງຮ້ານ ແລະຂາຍເຄື່ອງຕາມຖະໜົນ. ວຽກງານໂດຍສ່ວນໃຫຍ່ເຫຼົ່ານີ້ ໄດ້ຫາຍໄປຈົນໝົດ ນັບຕັ້ງແຕ່ເກີດການລະບາດຂອງພະຍາດໄວຣັສ COVID-19.
ວຽກງານຂອງອົງການຊ່ອຍເຫຼືອທັງຫຼາຍ ເປັນການສະໜອງອາຫານ ເງິນ ແລະເຄື່ອງໃຊ້ຕ່າງໆ ໃນບາງສ່ວນ ແຕ່ມັນກໍບໍ່ພຽງພໍຈັກເທື່ອ. ຄວາມຍ້ານກົວຂອງຫຼາຍໆຄອບຄົວຄືກັບນາງອິສມາຮານນັ້ນ ກໍແມ່ນວ່າ ພວກເຂົາເຈົ້າຈະຖືກບັງຄັບໃຫ້ໄປຢູ່ຕາມຖະໜົນຫົນທາງ ຖ້າໂຣກລະບາດດັ່ງກ່າວຍັງຈະດຳເນີນຕໍ່ໄປເປັນເວລາຍາວນານ.