ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດໄຟໄໝ້ ໄດ້ທຳລາຍ ສູນອົບພະຍົບ ຊີເຣຍ ໃນປະເທດ ເລບານັອນ


ພາບນີ້ໄດ້ມາຈາກໜ່ວຍບໍລິການເຫດສຸກເສີນ Qab Elias, ສະແດງໃຫ້ເຫັນຄວັນໄຟປິວຂຶ້ນຈາກສູນອົບພະຍົບ ຊີເຣຍ
ໃນເມືອງ Qab Elias, ປະເທດ ເລບານັອນ. 2 ກໍລະກົດ, 2017.
ພາບນີ້ໄດ້ມາຈາກໜ່ວຍບໍລິການເຫດສຸກເສີນ Qab Elias, ສະແດງໃຫ້ເຫັນຄວັນໄຟປິວຂຶ້ນຈາກສູນອົບພະຍົບ ຊີເຣຍ ໃນເມືອງ Qab Elias, ປະເທດ ເລບານັອນ. 2 ກໍລະກົດ, 2017.

ໄຟໄໝ້ທີ່ຄ້າຍອົບພະຍົບ ຊີເຣຍ ຕັ້ງຢູ່ຮ່ອມພູ Bekaa ຂອງປະເທດ ເລບານັອນ ໄດ້ສັງ
ຫານປະຊາຊົນຢ່າງໜ້ອຍ 1 ຄົນ.

ແປວໄຟ ແລະ ຄວັນດຳໜາແໜ້ນໄດ້ປິວຂຶ້ນຈາກຖິ່ນຖານໃກ້ໆກັບເມືອງ Qab Elias,
ປະມານໜຶ່ງຊົ່ວໂມງ ຫ່າງຈາກນະຄອນຫຼວງ ເບຣຸດ. ລາຍງານຈາກຈຸດເກີດເຫດກ່າວວ່າ
ຕູບຜ້າປະມານ 100ຕູບ ໄດ້ຖືກໄຟໄໝ້ ໃນວັນອາທິດວານນີ້, ເຮັດໃຫ້ຄ້າຍດັ່ງກ່າວກາຍ
ເປັນຂີ້ເຖົ່າ ແລະ ທຳລາຍບ່ອນຢູ່ຂອງພວກອົບພະຍົບທັງໝົດ.

ອົບພະຍົບຫຼາຍກວ່າ 1 ລ້ານຄົນ ໄດ້ລົງຖະບຽນວ່າ ອາໄສຢູ່ໃນປະເທດ ເລບານອນ,
ສ່ວນໃຫຍ່ແມ່ນຢູ່ຖິ່ນຖານຕ່າງໆ ໃນຮ່ອມພູ Bekaa ໃກ້ກັບເຂດຊາຍແດນຂອງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG