ນັກເຄື່ອນໄຫວຊີເຣຍກຸ່ມນຶ່ງກ່າວວ່າ ພວກກະບົດກໍາລັງພາກັນ
ໃຊ້ລົດຖັງ ທີ່ຍຶດມາໄດ້ຈາກຝ່າຍລັດຖະບານ ທໍາການໂຈມຕີ
ກອງທະຫານທີ່ຈົ່ງຮັກພັກດີຕໍ່ ປະທານາທິບໍດີ Bashar
al-Assad ຢູ່ພາກຕາເວັນອອກ ຂອງປະເທດ.
ອົງການສີ້ງຊອມສິດທິມະນຸດຊີເຣຍ ທີ່ມີຫ້ອງການຢູ່ອັງກິດ
ກ່າວວ່າ ຕົນໄດ້ຮັບລາຍງານວ່າ ພວກກະບົດໄດ້ໃຊ້ລົດຖັງໃນວັນອາທິດວານນີ້ ຍິງໃສ່
ທີ່ຕັ້ງຂອງກອງພົນນ້ອຍກອງນຶ່ງ ແລະເດີ່ນບິນທະຫານ ໃກ້ກັບເມືອງ Deir Ezzor.
ແລະມີລາຍງານການສູ້ລົບກັນ ຢູ່ໃນທົ່ວປະເທດອີກ.
ເມືອງ Deir Ezzor ເປັນນຶ່ງໃນພວກທີ່ໝັ້ນແຫ່ງສຸດທ້າຍຂອງລັດຖະບານ ຢູ່ໃນປະເທດທີ່
ຖືກທໍາລາຍເສຍຫາຍ ຍ້ອນການສູ້ລົບກັນມາເປັນເວລາເກືອບສອງປີ ແລະການເສຍຊີວິດ
ທີ່ຄາດຄະເນວ່າ ມີຮອດ 60,000 ຄົນ. ພວກກະບົດພະຍາຍາມຊອກຫາທາງໂຄນລົ້ມລັດ
ຖະບານຂອງປະທານາທິບໍດີ Assad ແຕ່ບໍ່ສາມາດເອົາຊະນະພະລັງອາວຸດທີ່ເໜືອກວ່າ
ຂອງຝ່າຍລັດຖະບານ.
ໃນຕອນທ້າຍຂອງອາທິດແລ້ວນີ້ ເຮືອບິນລົບຂອງຊີເຣຍໄດ້ຖີ້ມລະເບີດ ໃສ່ຖະໜົນທີ່ສໍາຄັນ
ສາຍນຶ່ງ ໃນນະຄອນຫລວງ Damascus ເພື່ອຍັບຍັ້ງການບຸກຄືບໜ້າຂອງພວກກະບົດທີ່
ຂົ່ມຂູ່ຕໍ່ອໍານາດຄວບຄຸມຂອງ ທ່ານ Assad ຢູ່ໃນເມືອງຫລວງ.