ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກກະບົດ ຊີເຣຍ ກ່າວວ່າພວກເຂົາ ສະໜັບ ສະໜູນການເຈລະຈາ ສັນຕິພາບ


ຈາກຊ້າຍ, ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ແລະ ລັດຖະມົນຕີການຕ່າງປະເທດ ເທີກີ ທ່ານ Mevlut Cavusoglu.
ຈາກຊ້າຍ, ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ແລະ ລັດຖະມົນຕີການຕ່າງປະເທດ ເທີກີ ທ່ານ Mevlut Cavusoglu.

ພວກນັກເຈລະຈາຂອງກຸ່ມກະບົດ ຊີເຣຍ ໄດ້ປະກາດໃນວັນເສົາວານນີ້ວ່າ ພວກເຂົາເຈົ້າ ສະໜັບສະໜູນການເຈລະຈານຳພາໂດຍ ຣັດເຊຍ ແລະ ເທີກີ ທີ່ໄດ້ເພັ່ງເລັງໃສ່ການຊອກ ຫາຂໍ້ແກ້ໄຂບັນຫາທາງການ ເມືອງ ຕໍ່ຄວາມຂັດແຍ້ງທີ່ແກ່ຍາວມາໄດ້ 6 ປີ ໃນປະເທດ ຊີ ເຣຍ, ແຕ່ ພວກເຂົາກ່າວວ່າ ກອງປະຊຸມທີ່ໄດ້ວາງແຜນໄວ້ ໃນທ້າຍຂອງເດືອນນີ້ ໃນປະ ເທດ ກາຊັກສຖານ ຄວນຖືກພິຈາລະນາວ່າເປັນບາດກ້າວທຳ ອິດ ສຳລັບການສືບຕໍ່ຂະ ບວນການສັນຕິພາບ ເຈນີວາ ເຊິ່ງໄດ້ຮັບ ການໜູນຫຼັງໂດຍອົງການສະຫະປະຊາຊາດ ທີ່ໄດ້ຢຸດສະງັກມາເປັນ ເວລາດົນນານນັ້ນ.

ຄະນະກຳມະການການເຈລະຈາລະດັບສູງຂອງຝ່າຍຄ້ານ ຊີເຣຍ ເຊິ່ງຖືກຫ້າມເຂົ້າຮ່ວມ ໃນຂະບວນການເຈລະຈາ ຣັດເຊຍ ແລະ ເທີກີ ນັ້ນໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ພວກເຂົາເຈົ້າສະໜັບສະໜູນຄະນະຜູ້ແທນກອງທັບ, ເຊິ່ງຈະເຂົ້າຮ່ວມໃນກອງປະຊຸມ ໃນນະຄອນຫຼວງ Astana ຂອງປະເທດ ກາຊັກສຖານ.

ພວກເຂົາເຈົ້າກ່າວວ່າ “ຄະນະກຳມະການໄດ້ກ່າວຢ້ຳເຖິງຄວາມກຽມ ພ້ອມຂອງພວກ ເຂົາ ເພື່ອສະໜັບສະໜູນຄະນະຜູ້ແທນກອງທັບ ທີ່ຈະ ຖືກກໍ່ຕັ້ງໂດຍພວກຝ່າຍຄ້ານ ເພື່ອເຂົ້າຮ່ວມໃນການເຈລະຈາ.” ພວກເຂົາເຈົ້າກໍໄດ້ກ່າວເພີ່ມເຕີມວ່າ ການເຈລະຈາ ກາຊັກສຖານ ຕ້ອງສົ່ງເສີມການຢຸດຍິງໃນ ຊີເຣຍ, ເຊິ່ງຖືກນຳໜ້າໃນການເຈລະຈາ ໂດຍ ມົສກູ ແລະ ອັງກາຣາ.

ແຕ່ຄະນະກຳມະການການເຈລະຈາລະດັບສູງໄດ້ກ່າວຢໍ້າວ່າ "ການເຈ ລະຈາ ກາຊັກສ ຖານ ແມ່ນຂັ້ນຕອນເບື້ອງຕົ້ນ ສຳລັບການເຈລະຈາ ທາງດ້ານການເມືອງໃນຮອບຕໍ່ ໄປ” ໃນນະຄອນ ເຈນີວາ. ຖະແຫຼງ ການດັ່ງກ່າວໄດ້ຖືກເປີດເຜີຍອອກມາ ຫຼັງຈາກກອງ ປະຊຸມສອງມື້ໂດຍ ຄະນະກຳມະການການເຈລະຈາລະດັບສູງໃນນະຄອນຫຼວງ Riyadh ປະເທດ ຊາອຸດີ ອາເຣເບຍ.

ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກການປະກາດ ຂອງຄະນະກຳມະການການ ເລືອກຕັ້ງລະດັບ ສູງນັ້ນ, ລັດຖະມົນຕີການຕ່າງປະເທດຂອງ ເທີກີ ທ່ານ Mevlut Cavusoglu ກໍໄດ້ກ່າວ ຕໍ່ບັນດານັກຂ່າວໃນນະຄອນຫຼວງ ອັງກາຣາ ວ່າ ບັນດາເຈົ້າໜ້າທີ່ ສະຫະລັດ ຈະຖືກ ເຊື້ອເຊີນ ໃຫ້ເຂົ້າຮ່ວມໃນການເຈລະຈາ ໃນທ້າຍເດືອນນີ້ ທີ່ປະເທດ ກາຊັກສຖານ ໂດຍ ເທີີກີ ແລະ ຣັດເຊຍ.

ກ່ອນໜ້ານີ້ ທ່ານ Cavusoglu ໄດ້ກ່າວເນັ້ນ ສະໜັບສະໜູນການເຂົ້າ ຮ່ວມຂອງ ສະຫະ ລັດ ໃນການເຈລະຈາດັ່ງກ່າວ, ເຖິງແມ່ນວ່າ ຣັດເຊຍ ຍັງຈະບໍ່ຮັບຮູ້ການສະໜັບສະໜູນ ສຳລັບການເຊື້ອເຊີນບັນດາເຈົ້າໜ້າທີ່ສະຫະລັດ ຢ່າງເປີດເຜີຍກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG