ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

46 ຄົນເສຍຊີວິດໃນເຫດ ລະເບີດແຕກ 2 ຄັ້ງທີ່ເມືອງ Homs ປະເທດ ຊີເຣຍ


ທະຫານຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຖືອາວຸດຂອງ
ພວກເຂົາເຈົ້າໃນຢູ່ໝູ່ບ້ານແຫ່ງໜຶ່ງໃນເຂດຊານເມືອງຂອງ
ເມືອງ al-Shadadi town, ເຂດຊົນນະບົດ Hasaka, ປະ
ເທດ Syria, 19 ກຸມພາ, 2016.
ທະຫານຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຖືອາວຸດຂອງ ພວກເຂົາເຈົ້າໃນຢູ່ໝູ່ບ້ານແຫ່ງໜຶ່ງໃນເຂດຊານເມືອງຂອງ ເມືອງ al-Shadadi town, ເຂດຊົນນະບົດ Hasaka, ປະ ເທດ Syria, 19 ກຸມພາ, 2016.

ອົງການສິ້ງຊອມສິດທິມະນຸດກ່າວວ່າ ຈຳນວນຜູ້ເສຍຊີວິດຈາກ ການລະເບີດ 2 ຄັ້ງໃນກາງເມືອງ Homs ຂອງປະເທດ ຊີເຣຍ ໄດ້ເພີ່ມຂຶ້ນເປັນ 46 ຄົນພ້ອມກັບຫຼາຍສິບຄົນໄດ້ຮັບບາດເຈັບ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ ກ່າວວ່າ ການລະເບີດ 2​ ຄັ້ງໃນວັນອາທິດມື້ນີ້ໄດ້ເກີດຂຶ້ນ ໃນໝູ່ບ້ານ al-Zahraa ແລະ ຄົນສ່ວນໃຫຍ່ທີ່ເສຍຊີວິດນັ້ນປະ ກົດວ່າແມ່ນພົນລະເມືອງຫຼາຍຄົນ.

ເມືອງ Homs ໄດ້ຕົກເປັນເປົ້າໝາຍຂອງການໂຈມຕີຫຼາຍຄັ້ງໃນ ສອງ ສາມເດືອນທີ່ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ເປັນຈຳນວນຫຼວງຫຼາຍ. ອົງການສິ້ງຊອມສິດທິມະນຸດກ່າວວ່າ ລະເບີດທີ່ໄດ້ແຕກໃນວັນອາ ທິດມື້ນີ້ ແມ່ນຢູ່ໃນຈຳນວນລະເບີດທີ່ໃຫຍ່ທີ່ສຸດທີ່ໄດ້ແຕກໃສ່ໝູ່ບ້ານ ໃນສົງຄາມເຢັນທີ່ໄດ້ ແກ່ຍາວມາເຖິງ 5 ປີນີ້.

ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີທີ່ຮ້າຍແຮງໃນຄັ້ງນີ້, ເຊິ່ງໄດ້ ເກີດຂຶ້ນມື້ໜຶ່ງ ຫຼັງຈາກລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ແລະ ລັດຖະມົນຕີການຕ່າງປະເທດຂອງ ຣັດເຊຍ ທ່ານ Sergei Lavrov ໄດ້ປຶກສາຫາລືກັນທາງ ໂທລະສັບ ກ່ຽວກັບ ວິກິດການໃນ ຊີເຣຍ.

ກຸ່ມພັນທະມິດກະບົດທີ່ສຳຄັນໃນ ຊີເຣຍ ກ່າວວ່າຕົນມີຄວາມເຕັມໃຈທີ່ຈະຮັບເອົາສັນຍາສະ ຫງົບເສິກຊົ່ວຄາວ, ຖ້າ ຣັດເຊຍຫາກ ຖືກຮຽກຮ້ອງໃຫ້ຢຸດເຊົາການໂຈມຕີທາງອາກາດຂອງ ພວກເຂົາເຈົ້າ ແລະ ລັດຖະບານ Damascus ຍຸດການໂຈມຕີຂອງພວກເຂົາເຈົ້າຢູ່ໃກ້ໆກັບ ເຂດຊາຍແດນ ຊີເຣຍ ແລະ ເທີກີ.

Syria
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG