ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມກະບົດ ຊີເຣຍ ປະຕິຍານວ່າ ຈະ ແກ້ແຄ້ນ ການລະເມີດ ສັນຍາ ສະຫງົບເສິກ


ຜູ້ຊາຍຄົນໜຶ່ງຂີ່ລົດຈັກ ໃນຂະນະທີ່ອີກຄົນໜຶ່ງຍ່າງຜ່ານຕຶກ
ທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ al-Nashabyia ທາງພາກ
ຕາເວັນອອກຂອງເຂດ Ghouta ເຊິ່ງຖືກຄວບຄຸມໂດຍ
ພວກກະບົດ, ປະເທດ ຊີເຣຍ, 13, ເມສາ 2016.
ຜູ້ຊາຍຄົນໜຶ່ງຂີ່ລົດຈັກ ໃນຂະນະທີ່ອີກຄົນໜຶ່ງຍ່າງຜ່ານຕຶກ ທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ al-Nashabyia ທາງພາກ ຕາເວັນອອກຂອງເຂດ Ghouta ເຊິ່ງຖືກຄວບຄຸມໂດຍ ພວກກະບົດ, ປະເທດ ຊີເຣຍ, 13, ເມສາ 2016.

ພວກກະບົດ ຊີເຣຍ ກຸ່ມໜຶ່ງໄດ້ກ່າວໃນວັນຈັນມື້ນີ້ວ່າ ພວກເຂົາໄດ້ເປີດ “ບັ້ນຮົບ” ຄັ້ງໜຶ່ງ ເພື່ອຕອບໂຕ້ການລະເມີດຂໍ້ຕົກລົງຍຸຕິສົງຄາມໂດຍກຸ່ມສະໜັບສະໜູນລັດຖະບານ ທີ່ໄດ້ ຖືກປະຕິບັດມາຕັ້ງແຕ່ທ້າຍເດືອນກຸ່ມພາ.

ຂໍ້ຕົກລົງສະຫງົບເສິກທີ່ວ່ານັ້ນ ໄດ້ຫຼຸດຜ່ອນຄວາມຮຸນແຮງລົງຢ່າງຫຼວງຫຼາຍໃນປະເທດ ທີ່ມີປະຊາຊົນຫຼາຍແສນຄົນເສຍຊີວິດ ແລະ ປະຊາຊົນຫຼາຍລ້ານຄົນໄດ້ຫຼົບໜີອອກຈາກ ປະເທດໄປ ນັບຕັ້ງແຕ່ໄດ້ມີການປະທ້ວງ ແລະ ການປາບປາມໂດຍໃຊ້ຄວາມຮຸນແຮງ ທີ່ ກາຍເປັນສົງຄາມເຢັນເມື່ອຫ້າປີຜ່ານມາ.

ແຕ່ທັງສອງຝ່າຍໄດ້ກ່າວຫາເຊິ່ງກັນແລະກັນ ກ່ຽວກັບ ການລ່ວງລະເມີດຊ້ຳໄປຊ້ຳມາ ໃນ ລະຫວ່າງ 2 ເດືອນແລ້ວນີ້, ແລະ ກຸ່ມກະບົດຕ່າງໆ ລວມທັງອງທັບອິດສະລະ ຊີເຣຍ ໄດ້ ປະກາດຖະແຫຼງການຮ່ວມ ທີ່ປະຕິຍານວ່າຈະແກ້ແຄ້ນ “ດ້ວຍການໃຊ້ກຳລັງ.”

ຄວາມຮຸນແຮງໄດ້ເພີ່ມຂຶ້ນໃນສອງສາມສັບປະດາຜ່ານມາໃນພາກເໜືອຂອງ ຊີເຣຍ, ໂດຍສະເພາະໃນແຂວງ Aleppo ບ່ອນທີ່ກອງກຳລັງລັດຖະບານ, ພວກຫົວຮຸນແຮງລັດ ອິສລາມ ແລະ ພວກກະບົດກຸ່ມຕ່າງໆໄດ້ທຳການຕໍ່ສູ້ກັນ.

ອ່ານຂ່າວເລື່ືອງນີ້ເປັນພາສາອັງກິດ

XS
SM
MD
LG