ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ລົບ ​ຕໍ່ຕ້ານ ​ລັດຖະບານ ຊີ​​ເຣຍ ​ຍ້າຍ​ ອອກຈາກ​​​​ ເຂດກູຕາ​ ຕາ​ເວັນ​ອອກ


ຄົນພາກັນນັງຢູ່ລົດຂົນສົ່ງ ສະພາກາແດງອາຣັບຂອງຊີເຣຍ ຊຶ່ງເປັນພາກສ່ວນນຶ່ງ ຂອງຂະບວນລົດບັນເທົາທຸກ ຢູ່ໃນເຂດເມືອງຮາຣັສຕາ ທີ່ຖືກປິດລ້ອມ ຂອງພວກຕໍ່ຕ້ານ ລັດຖະບານ.
ຄົນພາກັນນັງຢູ່ລົດຂົນສົ່ງ ສະພາກາແດງອາຣັບຂອງຊີເຣຍ ຊຶ່ງເປັນພາກສ່ວນນຶ່ງ ຂອງຂະບວນລົດບັນເທົາທຸກ ຢູ່ໃນເຂດເມືອງຮາຣັສຕາ ທີ່ຖືກປິດລ້ອມ ຂອງພວກຕໍ່ຕ້ານ ລັດຖະບານ.

ພວກ​ນັກ​ລົບ​ຕໍ່ຕ້ານ​ລັດຖະບານຊີເຣຍຫຼາຍກວ່າ 1,500 ຄົນ​ ແລະ​ຄອບຄົວ​ເຂົາ​ເຈົ້າ
ກຳ​ລັງພາກັນ​ຍົກຍ້າຍ​ອອກຈາກເຂດກູຕາ​ ຕາ​ເວັນ​ອອກ ທີ່​ເປັນຊານ​ເມືອງ​ຂອງ​ນະ
ຄອນຫຼວງດາ​ມັສກັສ ​ໃນ​ຂະນະ​ທີ່​ທະຫານ​ລັດຖະບານ ພວມເຄື່ອນກຳລັງໃກ້ເຂົ້າມາ
ທີ່​ຈະ​ຍຶດ​ເອົາ​ນະຄອນຫຼວງທັງ​ໝົດຄືນ.

ລົດ​ບັສສີຂາວ​ຫຼາຍ​ສິບ​ຄັນ ​ໄດ້ເດີນທາງ​ອອກ​ຈາກ​ເມືອງ​ຮາຣາສຕາ ມຸ່​ງໜ້າ​ສູ່​ເມືອງ​
ອິດ​ລິບ ທີ່​ຍັງ​ຢູ່​ພາຍໃຕ້​ການຄວບຄຸມ​ຂອງພວກ​ຕໍ່ຕ້ານ​ລັດຖະບານ.

ພວກ​ເຈົ້າ​ໜ້າ​ທີ່​ຕໍ່​ຕ້ານ​ລັດຖະບານ​ກ່າວ​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າການ​ຍົກຍ້າຍ​ຈະ​ໃຊ້
ເວລາ​ຫຼາຍ​ມື້ ​ແລະເຂດຄວບຄຸມຂອງພວກຕໍ່ຕ້ານລັດຖະບານ ໃນກູຕາຕາເວັນ
ອອກ ​ຈະຍັງເຫຼືອຢູ່ແຕ່ພຽງ 2 ແຫ່ງເທົ່ານັ້ນ.

ຂໍ້​ຕົກລົງເພື່ອໃຫ້ມີ​ການ​ຍົກຍ້າຍດັ່ງກ່າວ ແມ່ນໄກ່​ເກ່ຍ ໂດຍຣັດ​ເຊຍ ​ແລະ​ຕົກລົງ
ກັນ​ລະຫວ່າງພັກຝ່າຍ ຂອງພວກ​ຕໍ່​ຕ້າ​ນ ​ແລະ​ລັດຖະບານຊີເຣຍ. ນອກ​ນັ້ນ​ຍັງ​ມີ​|
ການ​ແລກປ່ຽນ​ຊະເລີຍ ​ແລະກໍ​ຄ້າຍ​ຄື​ກັນ​ກັບ​ຂໍ້​ຕົກລົງ​ອື່ນໆທີ່​ປ່ອຍ​ໃຫ້​ພວກ​ນັກ​ລົບ​ຂອງກຸ່ມຕໍ່ຕ້ານ ​ແລະ​ຄອບຄົວ​ເຂົາ​ເຈົ້າ​ອອກ​ຈາກ​ເຂດທີ່ຖືກ​ປິດ​ລ້ອມ​ຢ່າງ​ສັນຕິ.

ກຳລັງ​ຊີ​ເຣຍທີ່​ໜູນ​ຫຼັງ​ໂດຍຣັດ​ເຊຍ​ໄດ້​ເລີ້ມ​ໂຈມ​ຕີ​ທາງ​ອາກາດ​ແລະ​ລູກ​ຈະ​ຫຼວດ
​ໄດ້​ເຂົ້າຍຶດເອົາ ​ເຂດ​ກູຕາ​ຕາ​ເວັນ​ອອກ ຄືນມາ ​ເກືອບທັງ​ໝົດໃນ​ເດືອນ​ແລ້ວ​ນີ້.

ການ​ປະຕິບັດ​ງານ​ໄດ້​ແບ່ງເຂດດັ່ງກ່າວ​ອອກ​ເປັນສາມເຂດທີ່ຄວບຄຸມໂດຍ​ພວກ​
ຕໍ່ຕ້ານ​ລັດຖະບານ ບັດ​ນີ້​ຫລຸດລົງມາ​ຍັງເຫຼື​ອຢູ່ 2 ເຂດຫລັງຈາກໄດ້ມີ​ການ​ຍົກ
ຍ້າຍ​ອອກຈາກ​ເມືອງຮາ​ຣັສຕາແລ້ວ.

ການ​ສູ້​ລົບ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 1,500 ຄົນ ​ແລະ​ປ່ອຍ​ໃຫ້​ພວກ
ພົນລະ​ເຮືອນ ທີ່​ບໍ່​ສາມ​າດ ຫຼື​ບໍ່ພໍ​ໃຈ ​ຍ້າຍ​ໜີໄປຈາກເຮືອນຊານຂອງ​ເຂົາ​ເຈົ້າ ​
ນັ້ນ ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຂ​າດແຄນອາຫານ ຢ່າງຮ້າຍແຮງ ​ແລະ​ມີ​ຢາ​ປົວ​
ພະຍາດພຽງ​ເລັກ​ນ້ອຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria Ghouta
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG