ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ພວກກະບົດ ໃນຊີເຣຍ ປ່ອຍ ຊາວອີຣ່ານ 48 ຄົນ (ສະໄລດ໌)


ຊາວອີຣ່ານ ທີ່ຖືກປ່ອຍໂດຍພວກກະບົດຊີເຣຍ ເດີນທາງໄປຮອດ ໂຮງແຮມແຫ່ງນຶ່ງ ທີ່ນະຄອນຫຼວງດາມັສກັສ (9 ມັງກອນ 2013)
ພວກກະບົດຊີເຣຍໄດ້ປ່ອຍຕົວຊາວອີຣ່ານ 48 ຄົນ ເພື່ອເປັນ
ການ ແລກປ່ຽນກັບການປ່ອຍຕົວນັກໂທດຫລາຍກວ່າ 2 ພັນ
ຄົນ​ໂດຍລັດ ຖະບານຊີເຣຍ.

ກຸ່ມຊ່ວຍເຫລືອຂອງເທີກີ IHH ເວົ້າວ່າ ຕົນໄດ້ຊ່ວຍປະ ສານ
ງານໃນການແລກປ່ຽນພວກນັກໂທດດັ່ງກ່າວ ແລະເວົ້າອີກວ່າ
ພວກນັກໂທດທີ່ ຖືກປ່ອຍຕົວໂດຍຝ່າຍລັດຖະບານ ລວມມີຄົນ
ສັນຊາດເທີກີ ຫລາຍ​ຄົນແລະຄົນຈາກປະເທດອື່ນນໍາ.

ພວກກະບົດໄດ້ລັກພາຕົວຊາວອີຣ່ານ​ໄປໃນເດືອນສິງຫາ ໃນ
ນະຄອນ ຫລວງ Damascus ໂດຍກ່າວຫາພວກກ່ຽວວ່າ ເປັນ
ສ່ວນນຶ່ງຂອງ ທະຫານໜ່ວຍພິທັກການປະຕິວັດອີຣ່ານ ທີ່ “​ເຂົ້າໄປປະຕິບັດງານ ສອດແນມ.”

ຝ່າຍອີຣ່ານໄດ້ປະຕິເສດການກ່າວຫາດັ່ງກ່າວ ໂດຍເວົ້າ ວ່າ ພວກຖືກກັກ​ໂຕເຫລົ່ານັ້ນ ເປັນພວກສະແຫວງບຸນທາງສາສະໜາ. ອີຣ່ານແມ່ນເປັນພັນທະມິດທີ່​ໜັກ​ແໜ້ນ​ທີ່​ສຸດ​ຂອງຊີເຣຍ ໃນຂົງເຂດ.

ຂະນະ​ດຽວ​ກັນ ສື່​ມວນ​ຊົນ​ຂອງຣັດ​ເຊຍ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຈາກ ສະຫະລັດ​ແລະ
ຣັດ​ເຊຍ ຈະ​ພົບ​ປະ​ຫາລື​ກັບ ທ່ານ Lakhdar Brahimi ທູດ​ພິ​ເສດ​ກ່ຽວ​ກັບ​ຊີ​ເຣຍຂອງ
ສະຫະ​ປະຊາ​ຊາດ ໃນ​ວັນ​ສຸກ​ຈະ​ມາ​ນີ້ ຢູ່​ນະ​ຄອນ​ເຈ​ນີວາ ປະ​ເທດ​ສະ​ວິສ​ເຊີ​ແລນ.

ພາບຫລ້າສຸດ ຈາກຊີເຮຍ:

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG