ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຕໍ່ຕ້ານ ຊີເຣຍ ຈັບໂຕ ຜູ້ປົກຄອງ ແຂວງ Raqqa (ສະໄລດ໌)


ຮູບປັ້ນທ່ານ Hafez Al-Assad ພໍ່ຂອງປະທານາທິບໍດີ Bashar Al-Assad ໄດຖຶກແກ່ລົງທີ່ເມຶອງ Raqqa.
ຮູບປັ້ນທ່ານ Hafez Al-Assad ພໍ່ຂອງປະທານາທິບໍດີ Bashar Al-Assad ໄດຖຶກແກ່ລົງທີ່ເມຶອງ Raqqa.
ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ ກ່າວ​ວ່າ ຝ່າຍ​ຕໍ່ຕ້ານ​ໄດ້​ຈັບໂຕ​ຜູ້​
ປົກຄອງ ​ແຂວງ​ Raqqa ​ໃນ​ພາກ​ເໜືອ​ຂອງ​ປະ​ເທດຫລັງ​ຈາກ
​ໄດ້​ຂັບ​ໄລ່​ກໍາລັງ​ ທະຫານ​ລັດຖະບານອອກໄປ​ຈາກ​ເມືອງເອກ​
ຂອງ​ແຂວງ​ດັ່ງກ່າວ.

ອົງການ​ສີ້​ງຊອມ​ສິດທິມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່​ອັງກິດ
ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ພວກ​ນັກ​ລົບ​ພາກັນ​ຈັບໂຕ ທ່ານ
Hassan Jalili ​ແລະ​ຮ້ອງ​ທ່ານວ່າ ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ
ທີ່​ຖືກ​ຈັບ ນັບຕັ້ງ​ແຕ່ໄດ້​ເລີ້ມມີ​ການ​ລຸກ​ຮື​ຂື້ນຕ້ານ ປະທານາ
ທິບໍດີ Bashar al-Assad.

ພວກ​ຕໍ່ຕ້ານ ​ໄດ້​ຄວບ​ຄຸ​ມສ່ວນ​ໃຫຍ່​ຂອງ​ເມືອງ Raqqa ​ໃນ​ວັນ​ຈັນວານ​ນີ້ ​ແຕ່​ພວກນັກ​ເຄື່ອນ​ໄຫວກ່າວ​ວ່າ ການ​ປະ​ທະ​ກັນຍັງ​ດໍາ​ເນີນ​ຢູ່ຕໍ່​ມາ​ໃນ​ບາງ​ຂົງ​ເຂດ ​ໃນ​ເມືອງເອກ
ຂອງ​ແຂວງ. ​ເມືອງ​ດັ່ງກ່າວ​ຕັ້ງ​ຢູ່​ແຄມ​ແມ່​ນໍ້າ Euphrates ປະ​ມານ 80 ກິ​ໂລ​ແມດ ຫ່າງຈາກ​ຊາຍ​ແດນ​ເທີ​ກີ​ໄປ​ທາງ​ທິດ​ໃຕ້.

ປັດຈຸບັນ​ນີ້ ພວກ​ຕໍ່​ຕ້ານ ​ໄດ້​ຍຶດ​ເອົາ​ພາກສ່ວນ​ສໍາຄັນຂອງ​ເມືອງ​ໃຫຍ່ຕ່າງ​ໆ ​ໃນ​ຊີ​ເຣຍ ຮວມ​ທັງ​ເມືອງ Aleppo ​ໃນພາກ​ເໜືອຂອງ​ປະ​ເທດ ​ເຂດຊານ​ເມືອງ​ຂອງນະຄອນ​ຫຼວງ Damascus ​ແລະເມືອງ Homs​ໃນ​ພາກ​ກາງຂອງ​ຊີ​ເຣຍ. ການ​ເຂົ້າ​ຍຶດ​ເອົາ​ເຂດ​ຕ່າງໆ​ເຫຼົ່ານີ້ເປັນ​ການສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່ໃຫ້ແກ່​ລະບອບ​ການ​ປົກຄອງຂອງທ່ານ Assad ຊຶ່ງໃນ​ໄລຍະສອງ​ປີທີ່​ຜ່ານ​ມາ​ໄດ້​ທຳ​ການ​ສູ້​ລົບ ກັບ​ການລຸກ​ຮື​ທີ່ໄດ້​ເພີ້ມທະວີ
ຄວາມ​ຮ້າຍ​ແຮງກາຍ​ມາ​ເປັນສົງຄາມ​ກາງ​ເມືອງ​ແລ້ວນັ້ນ.

XS
SM
MD
LG