ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຕໍ່ຕ້ານ ໃນຊີເຣຍ ຢຶດເອົາ ຖານທັບອາກາດ ທີ່ສຳຄັນ ແຫ່ງນຶ່ງ (ສະໄລ/ວີດິໂອ)


ກຸ່ມ​ອິສລາມ​ຂອງ​ອີຣັກ ​ແລະ​ກຸ່ມ​ຕໍ່ຕ້ານ​ອື່ນໆ​ໄດ້​ເຂົ້າ​ຍຶດ​ເອົາຖານ​ທັບ​ອາ​ກາດ Mannagh ຈາກ​ທະຫານ​ລັດ​ບານຊີ​ເຣຍ
ກຸ່ມ​ອິສລາມ​ຂອງ​ອີຣັກ ​ແລະ​ກຸ່ມ​ຕໍ່ຕ້ານ​ອື່ນໆ​ໄດ້​ເຂົ້າ​ຍຶດ​ເອົາຖານ​ທັບ​ອາ​ກາດ Mannagh ຈາກ​ທະຫານ​ລັດ​ບານຊີ​ເຣຍ
ນັກ​ເຄື່ອນ​ໄຫວຊີ​ເຣຍກຸ່ມ​ນຶ່ງ​ກ່າວ​ວ່າ ພວກ​ຕໍ່ຕ້ານ​ລັດຖະບານ ​ທີ່
ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ al-Qaida ​ໄດ້ເຂົ້າ​ຄວບ​ຄຸມຖານ​ທັບ​ອາ
ກາດ​ທີ່ສໍາຄັນ​ແຫ່ງ​ນຶ່ງ​ທີ່​ແຂວງ Aleppo ທາງ​ພາກ​ເໜືອ​ຂອງ​
ປະ​ເທດ ຊຶ່ງ​ໄດ້​ມີ​ການ​ສູ້​ລົບ​ກັນ​ມາ​ໄດ້​ຫຼາຍ​ເດືອນ ​ແລ້ວນັ້ນ​.

ກຸ່ມ​ສີ້ງຊອມ​ສິດທິ​ມະນຸດ​ຢູ່ໃນຊີ​ເຣຍ ກ່າວ​ວ່າ ກຸ່ມ​ອິສລາມ​ຂອງ​
ອີຣັກ ​ແລະ​ກຸ່ມ​ຕໍ່ຕ້ານ​ອື່ນໆ​ໄດ້​ເຂົ້າ​ຍຶດ​ເອົາຖານ​ທັບ​ອາ​ກາດ
Mannagh ຈາກ​ທະຫານ​ລັດ​ບານຊີ​ເຣຍ ​ໃນ​ຕອນ​ເຊົ້າ​ມືດ
ຂອງ​ວັນ​ອັງຄານ​ມື້​ນີ້.

ກຸ່ມ​ສີ້​ງຊອມ​ສິດ​ທິມະນຸດ ທີ່​ມີ​ສຳນັກງານ​ຢູ່​ປະ​ເທດ​ອັງກິດ ກ່າວ​
ວ່າ ການ​ໂຈມ​ຕີ​ໄດ້​ເລີ້ມ​ຂື້ນ​ໃນ​ວັນ​ຈັນ​ວານ​ນີ້ ​ເວລາ​ຜູ້​ໂຈມ​ຕີ
​ສະຫຼະຊີບຊາວ​ຊາອຸດີອາ​ເຣເບຍຄົນ​ ນຶ່ງ​ ບີບ​ຄະ​ນວນ​ລ​ະ​ເບີ​ດທີ່​ຫ້າງ​ໃສ່ລົດ​ຂອງ​ລາວ ​ໃຫ້​ແຕກ​ຂຶ້ນ ຢູ່​ນອກ​ຖານ​ທັບ ອາກາດ​ດັ່ງກ່າວ.



ຫລັງ​ຈາກ​ລະ​ເບີດ​ແຕກ​ຂຶ້ນ​ແລ້ວ ລາຍ​ງານ​ກ່າວ​ວ່າ ພວກນັກ​ລົບ​ຕໍ່ຕ້ານ​ລັດຖະບານ ກໍໄດ້​ເຂົ້າ​ຍຶດ​ເອົາ​ຖານ​ທັບ.

ພວກ​ຕໍ່ຕ້ານ​ໄດ້​ທໍາ​ການ​ສູ້​ລົບ​ມາ​ໄດ້​ປະມານ 8 ​ເດືອນ​ເພື່ອ​ເຂົ້າ​ຄວບ​ຄຸມ​ຖານ​ທັບ​ອາກາດ​
ແຫ່ງ​ນີ້ ທີ່​ຕັ້ງ​ຢູ່​ໃກ້ກັບ​ຊາຍ​ແດນ​ເທີ​ກີ. ຖານ​ທັບ​ແຫ່ງ​ນີ້ ​ໄດ້​ຊ່ວຍ​ໃຫ້ທະ ຫານ​ລັດ​ທະ​ບານຊີ​ເຣຍ ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ທີ່​ໝັ້ນຂອງ​ພວກຕໍ່ຕ້ານ​ລັດ ຖະບານ ​ຢູ່​ໃນແຂວງ Aleppo.

ຫລາຍ​ກວ່າ 100,000 ຄົນ​ໄ​ດ້​ເສຍ​ຊີວິດ ນັບ​ຕັ້ງ​ແຕ່ໄດ້ເກີດການ​ຂັດ​ແຍ້​ງກັນ​ໃນ​ເດືອນ​ມີນາ ປີ 2011. ​

syria
please wait
Embed

No media source currently available

0:00 0:00:55 0:00

ກ່ຽວຂ້ອງກັນ

XS
SM
MD
LG